ສາທາປາກກະດິງ ລົງປະຊາສຳພັນ ຕ້ານພະຍາດໄຂ້ຍຸງ ຢູ່ບ້ານໂພນຈະເລີນ


ໃນຕອນເຊົ້າວັນທີ 30 ມິຖຸນາ 2020 ຢູ່ທີ່ສະໂມສອນບ້ານໂພນຈະເລີນ ( ຄຸ້ມໂພນສີ ) ໄດ້ມີທີມງານສົ່ງເສີມສຸຂະພາບ ຫ້ອງການສາທາລະນະສຸກ ເມືອງປາກກະດິງ ແຂວງບໍລິຄຳໄຊ ນຳພາໂດຍທ່ານ ດຣ ຂັນທອງ ວົງໂກສີ ຮັກສາການຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ລົງປະຊາສຳພັນໃຫ້ຄວາມຮູ້ສຸຂະສຶກສາກ່ຽວກັບການປ້ອງກັນພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ໂດຍມີຄະນະບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

 

    ທ່ານ ດຣ ຂັນທອງ ວົງໂກສີ ຮັກສາການຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ຍົກໃຫ້ເຫັນເຖີງຜົນຮ້າຍຂອງພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ແລະ ວິທີທຳລາຍທີ່ຢູ່ອາໃສ ແລະ ແຫຼ່ງເພາະພັນຂອງຍຸງລາຍ, ທ່ານ ກ່າວວ່າ ໃນສົກປີ 2020 ນີ້ ຢູ່ເມືອງປາກະດິງ ໄດ້ເກີດມີການລະບາດຂອງພະຍາດໄຂ້ເລືອດອອກ 59 ກໍລະນີ ແຕ່ບໍ່ມີຜູ້ເສຍຊີວິດ, ໃນນີ້ ບ້ານທີ່ເປັນຈຳນວນຫຼາຍແມ່ນບ້ານໂພນຈະເລີນ ມີ 16 ກໍລະນີ, ທີມງານສົ່ງເສີມສຸຂະພາບ ຫ້ອງການສາທາລະນະສຸກເມືອງ ກໍ່ໄດ້ແບ່ງຈຸ ນຳພາປະຊາຊົນສ້າງຂະບວນການອະນາໄມ, ຖາງປ່າ, ເກັບຂີ້ເຫຍື້ອ ທຳລາຍແຫຼ່ງເພາະພັນຂອງຍຸງລາຍ ພ້ອມທັງເດີນສຳຫຼວດໜອນນ້ຳຢູ່ໃນຂອບເຂດບ້ານ ແລະ ທີ່ຢູ່ອາໃສຂອງພໍ່ແມ່ປະຊາຊົນ.

About admin11