ກອງປະຊຸມໃຫຍ່ຜູ້ແທນຄະນະກຳມະການແນວລາວສ້າງຊາດ ເມືອງທ່າພະບາດ ສະໄໝທີ VII


ໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການປົກຄອງເມືອງທ່າພະບາດ ກອງປະຊຸມໃຫຍ່ ຜູ້ແທນຄະນະກຳມະການແນວລາວສ້າງຊາດເມືອງທ່າພະບາດ ສະໄໝທີ VII ໄດ້ໄຂຂື້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ເຄນ ຍົມມະລາດ ປະທານແນວລາວສ້າງຊາດເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງ, ທ່ານ ປອ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ, ພຮະຄູບຸນອຸ້ມ ອິນທິລາດວົງສີ ປະທານ ອພສ ເມືອງ, ມີຜູ້ແທນສົມບູນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ທີ່ໄດ້ຕິລາຄາສູງກ່ຽວກັບການເຄື່ອນໄຫວຂອງຄະນະກຳມະການແນວລາວສ້າງຊາດໃນທົ່ວເມືອງ ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນສະໄໝທີ່ຜ່ານມາ. ຜູ້ແທນຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ແຕ່ລະໜ້າວຽກ ຄື: ວຽກງານເພີ່ມທະວີຄວາມສາມັກຄີປອງດອງ, ຄວາມເປັນເອກກະພາບທົ່ວປວງຊົນ, ຮັບປະກັນປະຕິບັດພາລະບົດບາດໜ້າທີ່ຂອງແນວລາວສ້າງຊາດໃນເງື່ອນໄຂໃໝ່, ວຽກງານສືບຕໍ່ເປັນເຈົ້າການປຸກລະດົມຂົນຂວາຍ, ສຶກສາອົບຮົມປະຊາຊົນເຂົ້າຮ່ວມປະຕິບັດແນວທາງແຜນນະໂຍບາຍຂອງພັກ – ລັດ. ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ເສີມຂະຫຍາຍສິດເປັນເຈົ້າຂອງຕົນເອງ, ສະແດງຄວາມຄິດ, ຄວາມເຫັນ ແລະ ຄວາມມຸ່ງມາດປາດຖະໜາຂອງຕົນຕໍ່ພັກ-ລັດ, ວຽກງານປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ສ້າງສະພາບແວດລ້ອມ, ສັນຕິພາບ, ມິດຕະພາບໃນພາກພື້ນ ແລະ ສາກົນ, ວຽກງານສືບຕໍ່ປ່ຽນແປງໃໝ່ແບບແຜນວິທີເຮັດວຽກ, ປັບປຸງກົນຈັກການຈັດຕັ້ງ ແລະ ກໍ່ສ້າງບຳລຸງຖັນແຖວພະນັກງານໃຫ້ສົມຄູ່ກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດໃນເງື່ອນໄຂໃໝ່.

      ກອງປະຊຸມໃຫຍ່ຜູ້ແທນຄະນະກຳມະການແນວລາວສ້າງຊາດ ສະໄໝທີ VII ຄັ້ງນີ້ ໄດ້ຮັບຮອງຄະນະກຳມະການແນວລາວສ້າງຊາດ ຈຳນວນ 29 ທ່ານ, ຍິງ 2 ທ່ານ, ພະສົງ 3 ອົງ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາຄະນະປະຈຳແນວລາວສ້າງຊາດເມືອງ ຈຳນວນ 3 ທ່ານ ຄື: ທ່ານ ວົງດອນ ປັນຍານຸວົງ ຄະນະປະຈຳພັກເມືອງ ເປັນປະທານແນວລາວສ້າງຊາດ,  ທ່ານ ນ. ລາຕີ ບຸນຜາສຸກ ເປັນຮອງປະທານ, ທ່ານ ເຄນ ຍົມມະລາດ ເປັນຮອງປະທານ ຮັບຜິດຊອບວຽກງານກວດກາ ແລະ ກອງປະຊຸມຍັງໄດ້ຮັບຮອງເອົາຄະນະທີ່ປຶກສາຈຳນວນ 5 ທ່ານ ຄື: ທ່ານ ທິດພົມມີ ຫຼວງນາມ, ທ່ານ ບຸນຕຽງ ວົງສະຫວັນ,  ທ່ານ ວັນທາ ງອນທາລາ, ທ່ານ ຊຽງສີລາ ຈວງຈັນ, ພຣະອາຈານ ບຸນອຸ້ມ ອິນທິລາດວົງສີ.

About admin11