ເຜີຍແຜ່ຮ່າງດໍາລັດວ່າດ້ວຍການສ້າງຕັ້ງ ແລະ ແຜນການລົງທຶນ ອຸທິຍານແຫ່ງຊາດພູເຂົາຄວາຍ

ກອງປະຊຸມເຜີຍແຜ່ຮ່າງດໍາລັດ ວ່າດ້ວຍການສ້າງຕັ້ງອຸທິຍານແຫ່ງຊາດ ແລະ ຮ່າງແຜນການລົງທຶນອຸທິຍານແຫ່ງຊາດພູເຂົາຄວາຍ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2020 ຢູ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ເຂົ້າຮ່ວມໂດຍ ທ່ານ ຊາຍຄໍາ ກຸນນະວົງ ຮອງຫົວຫນ້າພະແນກ ກປ ແຂວງບໍລິຄໍາໄຊ ມີບັນດາພະແນກການ, ຫ້ອງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຕາງໜ້າໂຄງການອານຸລັກສັດປ່າປະຈໍາລາວເຂົ້າຮ່ວມ.

ຮ່າງດໍາລັດວ່າດ້ວຍການສ້າງຕັ້ງອຸທິຍານແຫ່ງຊາດພູເຂົາຄວາຍ ມີເນື້ອທີ່ລວມທັງຫມົດປະມານ 200.000 ເຮັກຕາ, ກວມເອົາ 7 ຕົວເມືອງ ໃນ 3 ແຂວງ ແລະ 1 ນະຄອນຫຼວງ ໃນນັ້ນເມືອງທ່າພະບາດ ແຂວງບໍລິຄໍາໄຊ ກວມເອົາປະມານ 112.832 ເຮັກຕາ, ຕະຫຼອດໄລຍະຜ່ານມາທັງພາກລັດ ແລະ ຜູ້ປະກອບການທຸລະກິດ ໄດ້ມີສ່ວນຮ່ວມໃນການຄຸ້ມຄອງ ແລະ ປົກປັກຮັກສາ, ໂດຍລວມແລ້ວລັກສະນະທາງກາຍຍະພາບພູເຂົາຄວາຍ ມີພູມສັນຖານເປັນພູດອຍ ແລະ ສູງຊັ້ນ ຊຶ່ງເຮັດໃຫ້ພື້ນທີ່ດັ່ງກ່າວມີລັກສະນະເປັນຮູບຊົງທີ່ຖືກຍົກສູງຂຶ້ນ ແລະ ເປີດໂລ່ງເປັນຊັ້ນຕະກອນດິນ ທີ່ສະຫຼັບຊັບຊ້ອນ, ມີລະດັບຄວາມສູງຈາກນ້ຳທະເລ ຈູດຕ່ຳສຸດແມ່ນ 200 ແມັດ, ຈຸດສູງສຸດ 1.761 ແມັດ, ພື້ນທີ່ດັ່ງກ່າວແມ່ນອຸດົມສົມບູນໄປດ້ວຍຊັບພະຍາກອນທາງທໍາມະຊາດເທິງຫນ້າດິນ ແລະ ພື້ນດິນ ໂດຍສະເພາະແມ່ນເປັນຈຸດແຜ່ພັນສັດປ່າທີ່ຫາຍາກ, ຊີວະນາໆພັນ, ເປັນຕົ້ນກໍາເນີດແຫຼ່ງນ້ຳສາຂາຕ່າງໆ ທີ່ໄຫຼລົງສູ່ແມ່ນ້ຳຂອງ.

ສໍາລັບຮ່າງແຜນການລົງທຶນອຸທິຍານແຫ່ງຊາດພູເຂົາຄວາຍມີຢູ່ 8 ພາກ ປະກອບດ້ວຍປະຫວັດຄວາມເປັນມາ, ຈຸດປະສົງຫຼັກ, ແຜນງານ, ໂຄງການຕ່າງໆ ອອກເປັນລາຍລະອຽດຄົບຖ້ວນ ທີ່ຕິດພັນກັບກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍການທ່ອງທ່ຽວ ແລະ ດໍາລັດ, ຍຸດທະສາດຂອງລັດຖະບານວາງອອກ.

ຫຼັງຈາກນັ້ນຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ພາວະວິໃສ ຕໍ່ກັບຮ່າງດໍາລັດດັ່ງກ່າວ ເປັນຕົ້ນແມ່ນບັນດາຫົວຂໍ້ກິດຈະກໍາຕ່າງໆ ທີ່ຕິດພັນກັບການມີສ່ວນຮ່ວມ ຂອງປະຊາຊົນໃນແຕ່ລະທ້ອງຖິ່ນ, ການເຂົ້າເຖິງແຫຼງທຶນ, ການຄຸ້ມຄອງ ແລະ ໄລຍະການຈັດຕັ້ງປະຕິບັດໂຄງການ.

About admins14