ບໍລິຄຳໄຊ ຈັດອົບຮົມ ຍົກລະດັບພື້ນຖານທິດສະດີໃຫ້ສະມາຊິກພັກໃໝ່


ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໄດ້ຈັດຝຶກອົບຮົມສະມາຊິກພັກໃໝ່ ປະຈຳປີ 2020 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄໍ້າ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ມີສະມາຊິກພັກໃໝ່ເຂົ້າຮ່ວມ 69 ສະຫາຍ ຍິງ 30 ສະຫາຍ.
ການຈັດອົບຮົມນີ້ ແມ່ນເພື່ອເຮັດໃຫ້ສະມາຊິກພັກໃໝ່ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມຮູ້ພື້ນຖານຂອງລັດທິມາກ-ເລນິນ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິບັດ, ວຽກງານກໍ່ສ້າງພັກ ແລະ ປັບປຸງພັກ, ເຊີດຊູຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ແກ້ໄຂພະຍາດອາຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
ທ່ານ ບຸນຄ້ຳ ໄຊເຍ່ຍລໍວື່ ກ່າວວ່າ: ລັດທິມາກ-ເລນິນ ແມ່ນທິດສະດີທີ່ຄົ້ນຄ້ວາກ່ຽວກັບກົດເກນລວມແຫ່ງການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຂອງທຳມະຊາດ ແລະ ສັງຄົມ, ແມ່ນໝາກຜົນລວມຍອດຂອງທິດສະດີວິທະຍາສາດ ແຫ່ງການຕໍ່ສູ້ເພື່ອຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານທີ່ກ້າວໜ້າທົ່ວໂລກ, ແມ່ນໝາກຜົນລວມຍອດທາງດ້ານສະຕິປັນຍາຂອງມວນມະນຸດ, ສິ່ງສຳຄັນແມ່ນການດັດສ້າງໂລກເພື່ອຮັບໃຊ້ຜົນປະໂຫຍດຂອງມວນມະນຸດ, ພັກປະຊາຊົນປະຕິວັດລາວ ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເສີມຂະຫຍາຍລັກສະນະນໍາໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ຂອງຊົນຊັ້ນກໍາມະກອນ, ກໍ່ສ້າງ ແລະ ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຢຶດໝັ້ນການນຳພາຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ພັກມີລະບຽບວິໄນເຂັ້ມງວດ, ເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ສະມາຊິກພັກສະເໝີພາບກັນບົນພື້ນຖານກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ.
ການອົມຮົບພື້ນຖານທາງດ້ານທິດສະດີໃຫ້ບັນດາສະມາຊິກພັກໃໝ່ນີ້ ຈຶ່ງມີຄວາມສຳຄັນ ແລະ ຈຳເປັນພາວະວິໃສ ທັງນີ້ ກໍ່ເພື່ອໃຫ້ສະມາຊິກພັກໃໝ່ ໄດ້ຮັບຮູ້ ເຂົ້າໃຈແຈ້ງຢ່າງເລິກເຊີ່ງເຖີງຖອງ ເພື່ອຈະໄດ້ນຳເອົາແນວຄິດ, ແນວທາງຂອງພັກ ໄປນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ໃຫ້ເກີດດອກອອກຜົນ ດ້ວຍປະສິດທິພາບສູງສຸດ.

About admin11