ການນຳກອງບັນຊາການ ປກສ ແຂວງບໍລິຄຳໄຊ ລົງຢ້ຽມຢາມ ພະນັກງານລົງກໍ່ສ້າງຮາກຖານຢູ່ບັນດາເຂດຫຼໍ່ແຫຼມ ແລະ ເຂດຈຸດສຸມໃຈກາງ ຂອງແຂວງ

 


ໃນລະຫວ່າງ ວັນທີ 27-28 ມິຖຸນາ 2020 ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານກໍ່ສ້າງຮາກຖານ ເຂດຈຸດສຸມໃຈກາງຂອງແຂວງ ຢູ່ 03 ເຂດ ຄື: ເຂດທອງມີໄຊ, ເຂດນາໂທ ເມືອງວຽງທອງ ແລະ ເຂດຫຼໍ່ແຫຼມບ້ານ ພູຄຳ ເມືອງບໍລິຄັນ.

     ພະນັກງານກອງກໍ່ສ້າງຮາກຖານປະຈຳແຕ່ລະເຂດ ໄດ້ຕາງໜ້າລາຍງານສະພາບການໂດຍຫຍໍ້ ແລະ ຈຸດພິເສດຂອງເຂດ ໃຫ້ທ່ານຫົວໜ້າ ປກສ ແຂວງໄດ້ຮັບຊາບ ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ແລະ ຜົນສຳເລັດດ້ານຕັ້ງໜ້າ, ສີ່ງທ້າທາຍໃນການລົງກໍ່ສ້າງຮາກຖານໃນແຕ່ລະໄລຍະ.

     ທ່ານ ພັນເອກ ກົງຈັນ ໄຊປັນຍາ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ເຊີ່ງທ່ານໄດ້ຍ້ອງຍໍຊົມເຊີຍບັນດາພະນັກງານທີ່ລົງເຮັດວຽກງານກໍ່ສ້າງຮາກຖານ ທີ່ມີຄວາມຕັດສິນໃຈສູງໃນການປະຕິບັດໜ້າທີ່ວຽກງານຢູ່ຂັ້ນຮາກຖານບ່ອນທີ່ທຸລະກັນດານ, ຫ່າງໄກສອກຫຼີກ ແລະ ມີຄວາມຫຍຸ້ງຍາກ ໄດ້ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ. ໂດຍປະຕິບັດຕາມທິດຊີ້ນຳຂອງກະຊວງ ກໍ່ຄືຂອງແຂວງໃນການນຳພາເຮັດວຽກງານ 03 ສ້າງ, ແກ້ໄຂບັນຫາຕ່າງໆຢູ່ຂັ້ນຮາກຖານບ້ານ ທ່ານຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ພະນັກງານກໍ່ສ້າງຮາກຖານ ທີ່ປະຈຳຢູ່ແຕ່ລະເຂດຈຸດສຸມ ຈົ່ງເອົາໃຈໃສ່ປຸກລະດົມໂຄສະນາ, ນໍາເອົານິຕິກໍາ ແນວທາງຂອງພັກ ລະບຽບກົດໝາຍຂອງລັດ ລົງໄປຈັດຕັ້ງເຜີຍແຜ່ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນເຂົ້າໃຈ ແລະ ເອົາໃຈໃສ່ແກ້ໄຂບັນຫາ 04 ເຖື່ອນ ເປັນຕົ້ນ: ເກັບກຳຄົນເຂົ້າອອກພາຍໃນບ້ານ, ຄົນມາພັກເຊົາ, ຄອບຄົວທີ່ຍົກຍ້າຍມາບໍ່ຖຶກຕ້ອງ, ການຖາງປ່າເຮັດໄຮ່ແບບສະຊາຍ, ບັນຫາລົດເຖື່ອນ, ອາວຸດເຖື່ອນ ແລະ ບັນຫາຢາເສບຕິດ, ເກັບກຳໃຫ້ໄດ້ເປົ້າໝາຍຄ້າຂາຍ, ເປົ້າໝາຍເສບຢາເສບຕິດ, ຂື້ນບັນຊີເປົ້າໝາຍໃຫ້ລະອຽດຊັດເຈນ ເພື່ອຊອກວິທີແກ້ໄຂບັນຫາຕ່າງໆໃຫ້ລຸດໜ້ອຍຖອຍລົງ ເພື່ອເຮັດໃຫ້ແຂວງມີຄວາມສະຫງົບ ມີສະຖຽນລະພາບທາງດ້ານການເມືອງ ເວົ້າລວມ, ເວົ້າສະເພາະ ເຂດຈຸດສຸມໃຈກາງຂອງແຂວງ ແລະ ຈຸດຫຼໍ່ແຫຼມໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດມີການພັດທະນານັບມື້ນັບດີຂື້ນ.

     ໂອກາດດັ່ງກ່າວ ທ່ານໄດ້ນຳເອົາອາຫານສຳເລັດຮູບຈຳນວນໜຶ່ງ ມາມອບໃຫ້ພະນັກງານກໍ່ສ້າງຮາກຖານປະຈຳຢູ່ແຕ່ລະເຂດຈຸດສຸມຕ່າງໆ ເພື່ອແກ້ໄຂຊິວິດການເປັນຢູ່ປະຈຳວັນ.

About admin11