ມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບນະໂຍບາຍບຳນານ ແລະ ເສຍອົງຄະ


ພິທິມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບນະໂຍບາຍພັກການ-ຮັບເງິນອຸດໜູນບຳນານ ແລະ ເສຍອົງຄະຍ້ອນການສູ້ຮົບ ລະຫວ່າງ ພະແນກແຮງງານ ແລະ ສະຫັວດຕິການສັງຄົມແຂວງບໍລິຄຳໄຊ ກັບ ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງ ໄດ້ຈັດຂຶ້ນໃນວັນທີ່ 26 ມິຖຸນາ 2020 ທີ່ຫ້ອງປະຊຸມພະແນກ ຮສສ ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພົນຈັດຕະວາ ຈວງຈັນ ລາດສະວົງ ຄະນະປະຈໍາພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍລິຄຳໄຊ, ມີທ່ານ ລຳເງິນ ສາຍນໍລາດ ຫົວໜ້າພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງ, ທ່ານ ພັທ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ, ຮອງກອງບັນຊາການປກສແຂວງ, ມີພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ການມອບ-ໂອນຄັ້ງນີ້ ແມ່ນປະຕິບັດຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບນະໂຍບາຍພັກການ-ຮັບເງິນອຸດໜູນບຳນານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ສະບັບເລກທີ 189/ຄລສພ, ລົງວັນທີ 26 ທັນວາ 2018 ແລະ ຂໍ້ຕົກລົງວ່າດ້ວຍການມອບ-ໂອນການຄຸ້ມຄອງນາຍ ແລ ະພົນທະຫານ, ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບນະໂຍບາຍພັກການ-ຮັບເງິນອຸດໜູນບຳນານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ສະບັບເລກທີ່ 0201/ຮສສ, ລົງວັນທີ 22 ມັງກອນ 2020.

ທີ່ປະຊຸມ ໄດ້ຜ່ານບົດບັນທຶກການມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບນະໂຍບາຍພັກການ-ຮັບເງິນອຸດໜູນບຳນານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ໃນນີ້ ມີນາຍ ແລະ ພົນທະຫານຈຳນວນ 394 ຄົນ, ຍີງ47ຄົນ, ອຸດໜູນສະມາຊິກຄອບຄົວ ( ໝ້າຍ ) 23 ຄົນ, ອຸດໜູນລູກກໍາພ້າ 07 ຄົນ, ຍິງ 6 ຄົນ, ພະນັກງານເສຍອົງຄະບໍານານ 43 ຄົນ, ພະນັກງານເສຍອົງຄະພິເສດ 02 ຄົນ, ລູກພະນັກງານບໍານານ ແລະ ເສຍອົງຄະທີ່ບໍ່ທັນພົ້ນກະສຽນ 32 ຄົນ, ຜູ້ເກີດສິດປີ່ນປົວສຸຂະພາບ, ໄດ້ຮັບອຸດໜູນໄລຍະຍາວ, ຄູ່ສົມລົດ ແລະ ລູກຈຳນວນ 286 ຄົນ, ນາຍ ແລະ ພົນຕຳຫຼວດ ໄດ້ຮັບນະໂຍບາຍພັກການ-ຮັບເງິນອຸດໜູນບຳນານຈຳນວນ 54 ຄົນ, ຍິງ 14 ຄົນ, ອຸດໜູນສະມາຊິກຄອບຄົວ ( ໝ້າຍ ) 02 ຄົນ, ພະນັກງານເສຍອົງຄະບໍານານ 01 ຄົນ, ເສຍອົງຄະປະຈຳການ 01 ຄົນ, ລູກພະນັກງານບໍານານ ແລະ ເສຍອົງຄະທີ່ບໍ່ທັນພົ້ນກະສຽນ 05 ຄົນ, ຜູ້ເກີດສິດປີ່ນປົວສຸຂະພາບ, ໄດ້ຮັບອຸດໜູນໄລຍະຍາວ, ຄູ່ສົມລົດແລະ ລູກຈໍານວນ 38 ຄົນ, ເຊິ່ງທັງໝົດນັ້ນ ມອບໃຫ້ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງຂຶ້ນແຜນງົບປະມານຕ່າງໆ ເຊິ່ງປະກອບມີ ເງິນສົມທົບ 8,5 % ຂອງລັດຖະບານ ແລະ 8 % ຕາມກົດໝາຍວ່າດ້ວຍການປະກັນສັງຄົມ, ເງິນອຸດໜູນລັດຖະບານເບີກຈ່າຍໃຫ້ຜູ້ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບແຕ່ລະປະເພດຕາມດຳລັດ 272/ລບ, ລົງວັນທີ 16 ກັນຍາ 2015 ເງິນອຸດໜູນລູກພະນັກງານບຳນານ ແລະ ພະນັກງານເສຍອົງຄະທີ່ບໍ່ທັນພົ້ນກະສຽນຕາມລະບຽບການ ນັບແຕ່ວັນທີ່ 01 ມັງກອນ 2021 ເປັນຕົ້ນໄປ, ສຳລັບປີ2020ການຂຶ້ນແຜນງົບປະມານດັ່ງກ່າວແມ່ນພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ( ສູນກອງທຶນປະກັນສັງຄົມສາຂາແຂວງບໍລິຄໍາໄຊ ) ຮັບຜິດຊອບ.

About admin11