ນິຕິກໍາຂອງແຂວງ 3 ສະບັບ ເປັນເອກະສັນຮັບຮອງເອົາໃນກອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ

ໃນວັນທີ 17 ກໍລະກົດ 2020 ເຊິ່ງເປັນມື້ທີ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ນິຕິກໍາຂອງແຂວງ ຈໍານວນ 3 ສະບັບ ທີ່ໄດ້ຮັບການນຳສະເໜີຈາກຄະນະຮັບຜິດຊອບສ້າງຮ່າງນິຕິກຳ.

ໃນວາລະທີ 3 ຂອງກອງປະຊຸມສະພາ ໄດ້ຮັບຟັງການຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການກຳນົດເຂດ ເພື່ອຄິດໄລ່ຄ່າເຊົ່າ ແລະ ສຳປະທານເນື້ອທີ່ດິນຂອງລັດຄຸ້ມຄອງພາຍໃນແຂວງບໍລິຄຳໄຊ ຈາກທ່ານ ຄຳຫວາ ສິມມະສອນ ຮອງຫົວໜ້າພະແນກການເງິນແຂວງ ທີ່ປະກອບດ້ວຍ 7 ໝວດ, 29 ມາດຕາ ມີຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ, ເງື່ອນໄຂ ກ່ຽວກັບການກຳນົດເຂດເພື່ອຄິດໄລ່ຄ່າເຊົ່າ ແລະ ສຳປະທານເນື້ອທີ່ດິນຂອງລັດ ພາຍໃນແຂວງບໍລິຄຳໄຊ ແນໃສ່ເຮັດໃຫ້ການຄຸ້ມຄອງ, ການພັດທະນາ, ການປົກປັກຮັກສາ ແລະ ການນຳໃຊ້ເນື້ອທີ່ດິນຂອງລັດໃຫ້ມີປະສິດທິຜົນ, ທັງເປັນການສົ່ງເສີມການລົງທຶນ ເພື່ອໃຫ້ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຕາມແຜນຍຸດທະສາດຂອງແຂວງໃນແຕ່ລະໄລຍະ, ການກຳນົດເຂດເຊົ່າ ແລະ ສຳປະທານ ໄດ້ແບ່ງອອກເປັນ 3 ເຂດ ຄື: ເຂດ 1 ແມ່ນເຂດພູດອຍ, ພູພຽງ, ທົ່ງພຽງ ທີ່ບໍ່ມີພື້ນຖານໂຄງລ່າງເສດຖະກິດອຳນວຍໃຫ້ແກ່ການລົງທຶນ, ເຂດ 2 ແມ່ນເຂດພູດອຍ, ພູພຽງ, ທົ່ງພຽງ ທີ່ມີພື້ນຖານໂຄງລ່າງເສດຖະກິດສາມາດຮັບຮອງການລົງທຶນໄດ້ສ່ວນໃດສ່ວນໜຶ່ງແລ້ວ ແລະ ເຂດ 3 ແມ່ນເຂດພູດອຍ, ພູພຽງ, ທົ່ງພຽງ ທີ່ມີພື້ນຖານໂຄງລ່າງຮອງຮັບການລົງທຶນໄດ້ດີແລ້ວ.

ຫຼັງຈາກນັ້ນ ບັນດາທ່ານສະມາຊິກປະຊາຊົນແຂວງ ໄດ້ພ້ອມກັບປະກອບຄຳເຫັນຈຳນວນໜຶ່ງ ໃສ່ຮ່າງຂໍ້ຕົກລົງດັ່ງກ່າວ ເປັນຕົ້ນແມ່ນການອະທິບາຍບາງຄຳສັບ ທີ່ຍັງບໍ່ທັນຈະແຈ້ງເທົ່າທີຄວນ, ການປັບປຸງກຳນົດເຂດ ເພື່ອຄິໄລ່ຄ່າເຊົ້າ ແລະ ສຳປະທານ ໃຫ້ຈະແຈ້ງສອດຄ່ອງກັບສະພາບຄວາມເປັນຈິງ, ຂັ້ນຕອນກວດກາຕ້ອງໃຫ້ຈະແຈ້ງຊັດເຈນ ເພື່ອຫຼີກລ່ຽງຊ່ອງຫວ່າງຕ່າງໆ ແລະ ອື່ນໆ. ໂອກາດນີ້ບັນດາທ່ານ ສສຂ ໄດ້ພ້ອມກັນພິຈາລະນາ ແລະ ເປັນເອກະສັນກັນຮັບຮອງເອົາ ນິຕິກໍາສະບັບດັ່ງກ່າວ.

ຕໍ່ຈາກນັ້ນບັນດາທ່ານ ສສຂ ຍັງໄດ້ຮັບຟັງ, ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ນິຕິກໍາຂອງແຂວງອີກ 2 ສະບັບ ຄື: ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງຊີວະນາໆພັນ, ປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ຊີວະນາໆໃນເຂດອ່າງຮັບນ້ຳໜ້າເຂື່ອນໄຟຟ້ານ້ຳງຽບ 1 ໃນເຂດພື້ນທີ່ແຂວງບໍລິຄຳໄຊ ທີ່ປະກອບດ້ວຍ 9 ໝວດ, 32 ມາດຕາ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງການເກັບລາຍຮັບ ແລະ ການແບ່ງປັນຜົນປະໂຫຍດ ລະຫວ່າງເມືອງກັບບ້ານ ທີ່ມີ 8 ໝວດ, 25 ມາດຕາ.

About admins14