ຊາວແຂວງບໍລິຄຳໄຊ ຕ້ອນຮັບຮູບຫຼໍ່ພຣະເຈົ້າໄຊຍະເຊດຖາທິຣາດ

ພິທີຕ້ອນຮັບຮູບຫຼໍ່ເຈົ້າໄຊຍະເຊດຖາທິຣາດ ຈາກນະຄອນຫຼວງວຽງຈັນ ທີ່ຈະໄປປະດິດສະຖານທີ່ແຂວງອັດຕະປື ໄດ້ມາຮອດແຂວງບໍລິຄຳໄຊ ໃນເວລາ 12:30 ນາທີ ຂອງວັນທີ 27 ກໍລະກົດ 2020 ໂດຍມີທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍການນໍາຂອງແຂວງ, ການນໍາຂອງເມືອງປາກຊັນ, ເຖົ້າແກ່ແນວໂຮມ, ພະນັກງານ, ທະຫານ, ຕໍາຫຼວດ, ຊາວໜຸ່ມ-ເຍົາວະຊົນ, ພໍ່ຄ້າ-ຊາວຂາຍ ແລະ ປະຊາຊົນບັນດາເຜົ່າຊາວເມືອງປາກຊັນເຂົ້າຮ່ວມຮັບຕ້ອນ.

ຂະບວນແຫ່ຮູບຫຼໍ່ທອງເຫຼືອງພະເຈົ້າໄຊຍະເຊດຖາທິຣາດ ແມ່ນໄດ້ເລີ່ມແຕ່ 4 ແຍກໄຟແດງດ່ານສາກົນປາກຊັນ ໄປຫາໂຮງແຮມສຸນັນທາ ບ້ານໂພນໄຊເໜືອ ໃຫ້ກຽດນຳຂະບວນໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານປະທານ ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ເປັນເຈົ້າສັດທາ,​ພ້ອມດ້ວຍຄະນະນໍາຂອງແຂວງ, ເມືອງປາກຊັນ, ເຖົ້າແກ່ແນວໂຮມ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາເຂົ້າຮ່ວມຢ່າງຫຼວງຫຼາຍ  ພາຍຫຼັງຮູບຫຼໍ່ເຈົ້າໄຊຍະເຊດຖາທິຣາດ ໄດ້ມາປະທັບທີ່ໂຮງແຮມສຸນັນທາ ກໍ່ໄດ້ມີພິທີສູດໄຊຍັນໂຕ-ຫົດນໍ້າມົນ ດ້ວຍພະສົງ 11 ອົງ ເພື່ອຄວາມເປັນສິຣິມົງຄຸນ ແລະ  ຟັງທໍາມະເທສະໜາປາຣະມີ 30 ທັດ, ເສີມບຸນປາຣະມີຈາກພຣະສົງ 16 ອົງ ແລະ ເວລາ 19:30 ໂມງ ມີພິທີບວດຂາວໄຫວ້ພະສູດມົນຈະເລີນສະມາທິພາວະນາຟັງທັມະເທສະໜາ, ຫຼັງນັ້ນໃນວັນທີ 28 ກໍລະກົດ 2020 ເວລາ 6:30 ໂມງ ຈະມີພິທີໃສ່ບາດຖວາຍສັງຄະທານ ແລະ ສູດໄຊຍັນໂຕ-ຫົດນໍ້າມົນສົ່ງຂະບວນແຫ່ ເພື່ອອອກເດີນທາງເຄື່ອນຍ້າຍໄປແຂວງຄໍາມ່ວນ.

ພຣະບາດສົມເດັດ ພຮະເຈົ້າໄຊຍະເສດຖາທິຣາດ ປະສູດເມື່ອ ປີກາບສະງ້າ ( ປີມະເມຍ ) ເດືອນຈຽງ ( ເດືອນ 1 ) ແຮມ 9 ຄ່ຳ ວັນອາທິດ ຍາມທ່ຽງ ພ.ສ 2077 ( ຄ.ສ 1534 ) ທີ່ນະຄອນຊຽງທອງ, ເປັນໂອລົດອົງໃຫຍ່ ຂອງພຮະເຈົ້າໂພທິສາຣະຣາດ, ເຈົ້າຄອງອານາຈັກຊຽງທອງລ້ານຊ້າງ ແລະ ນາງ ຍອດຄຳທິບ, ພຣະທິດາ ຂອງພຣະເຈົ້າເກດເກົ້າ, ກະສັດແຫ່ງອານາຈັກຊຽງໃໝ່ລ້ານນາ ມີພຣະນາມເດີມວ່າ: “ ເຈົ້າເຊດຖະວັງໂສ ” ພ.ສ 2091 ( ຄ.ສ 1548 ) ມີພະຊົນອາຍຸໄດ້ 14 ພັນສາ ພຣະອົງ ໄດ້ຖືກອະພິເສກຂຶ້ນເປັນເຈົ້າກະສັດ ລຳດັບ 16 ຂອງຣາຊະວົງເມັງລາຍ ມີພຣະນາມວ່າ “ ພຮະໄຊເຊດຖາທິຣາຊ໌ ບໍລົມມະກະສັດ ລ້ານນາ ”. ພ.ສ 2093 ( ຄ.ສ 1550 ) ພຣະອົງ ໄດ້ຂຶ້ນເປັນເຈົ້າກະສັດ ລຳດັບທີ 39 ຂອງອານາຈັກຊຽງທອງລ້ານຊ້າງ, ມີພຣະນາມວ່າ: “ ສົມເດັດພຣະອຸໄທພູທອນ ບໍວອນໄຊຍະເຊດຖາໄຕຣພູວະນາຖາທິປັດ ສີສັດຕະນາຄະນະຫຸດ ວິສຸດທິຣາຊາບໍດີ ຈັກກະພັດດິພູມິນ ນະຣິນທະຣາຣາດ ” ພ.ສ 2106 ( ຄ.ສ 1563 ) ພຮະອົງ ໄດ້ຍ້າຍນະຄອນຫຼວງຈາກເມືອງຊຽງທອງ ມາຢູ່ທີ່ເມືອງວຽງຈັນ ໄດ້ນຳເອົາ “ ພຣະແກ້ວມໍລະກົດ ” ແລະ “ ພຣະແຊກຄໍາ ” ມາປະດິດສະຖານໄວ້ຢູ່ທີ່ເມືອງວຽງຈັນ ຕັ້ງຊື່ເມືອງວ່າ: “ ມະຫານະຄອນ ຈັນທະບູລີ ສີສັດຕະນາ ຄະນະຫຸດ ອຸດຕະມະ ຣາຊະທານີ ສີສຸທັມມະວິສຸດທິເຂດ ນະຄະເຣດພູມີນ ” ພຣະອົງ ໄດ້ນໍາພາສ້າງ “ ຫໍພຣະແກ້ວມໍຣະກົດ ” ແລະ “ ພຣະທາດເຈດີ ໂລກະຈຸລາມະມະນີ ມະຫາຣັດຕະນະເຈດີ ” ( ພຣະທາດຫຼວງ ) ຊຶ່ງມີຄວາມໝາຍວ່າ “ ພຣະທາດແກ້ວດວງປະເສີດອັນຍອດຍິ່ງຂອງໂລກ ” ຊຶ່ງເປັນມິ່ງຂວັນເມືອງລາວ ຈົນຮອດປະຈຸບັນ.

ສ່ວນທີ່ເມືອງຊຽງທອງ ພຣະອົງໄດ້ນຳພາສ້າງ ວັດຊຽງທອງ ແລະ ຫຼໍ່ພຣະບາງ ໄວ້ໃຫ້ຊາວເມືອງໄດ້ສັກກະລະບູຊາ ຕາມຮີດຄອງພຸດທະສາສະໜາ ແລະ ນັບແຕ່ບັດນັ້ນເປັນຕົ້ນມາ ເມືອງຊຽງທອງ ກໍ່ໄດ້ຖືກຂະໜານນາມວ່າ “ ເມືອງຫຼວງພຣະບາງ ” ມາຮອດຈົນປັດຈຸບັນນີ້.

ເຈົ້າໄຊຍະເສດຖາທິຣາດ ກໍ່ເປັນວິລະບູລຸດຂອງຊາດທີ່ມີຄວາມປີຊາສາມາດ, ສະຫຼຽວສະຫຼາດ, ອົງອາດກ້າຫານ ໃນພິໄຊສົງຄາມ ຊົງເປັນພຸດທະສານິກະຊົນອັນເລີດ ໃນການສ້າງສາພັດທະນາບ້ານເມືອງ, ສີລະປະວັດທະນະທຳ, ຮີດຄອງປະເພນີຂອງຊາດ, ເປັນພຣະມະຫາກະສັດສະເໝີດັ່ງແວ່ນແຍງອັນໃສແຈ້ງແກ່ອານາປະຊາຣາດ ຕັ້ງແຕ່ບັນພະການ ສືບມາເຖີງລູກຫຼານ ໄດ້ສືບທອດກັນມາຈົນເທົ່າທຸກວັນນີ້.

ພ.ສ 2116 ( 1573 ) ພຣະອົງ ໄດ້ຍົກທັບຫຼວງ ມາຍັງເມືອງຣາມະຣັກອົງການ ( ອັດຕະປື ) ເປັັນຄັ້ງທີ 2, ຕັ້ງທັບຢູ່ທົ່ງຂີ້ຄວາຍ ( ເມືອງໄຊເຊດຖາ ແຂວງອັດຕະອື ) ແລະ ສະຫວັນນະຄົດ ນະທີ່ເມືອງຣາມມະຣັກອົງການ ອິດກະບືແຫ່ງນີ້ ລວມພຣະຊົນອາຍຸໄດ້ 38 ພັນສາ, ຄອງອານາຈັກລ້ານນາ ເປັນເວລາ 2 ປີ ແລະ ຄອງອານາຈັກລ້ານຊ້າງ 24 ປີ.

ຊົມວິດີໂອຂະບວນແຫ່ເຂົ້າເມືອງປາກຊັນ

About admins16