ກອງປະຊຸມເຜີຍແຜ່ວຽກງານປ້ອງກັນຄວາມສະຫງົບ ຕິດພັນກັບທຸລະກິດການທ່ອງທ່ຽວ


ໃນວັນທີ່ 03 ກໍລະກົດ 2020 ພະແນກຕຳຫຼວດທ່ອງທ່ຽວຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານປ້ອງກັນຄວາມສະຫງົບ ໃຫ້ບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ຢູ່ທີ່ສະໂມສອນໃຫຍ່ ປກສ ແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພັນໂທ ຄໍາແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຜູ້ຕາງໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວໃນເທດສະບານເມືອງປາກຊັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

       ທ່ານພັນໂທ ສົມບູນ ວົງນະລາດ ຫົວໜ້າພະແນກຕໍາຫຼວດທ່ອງທ່ຽວ ໄດ້ຂື້ນຜ່ານເອກະສານພາລະບົດບາດ ສິດໜ້າທີຂອງຕຳຫຼວດທ່ອງທ່ຽວ ວ່າ: ພະແນກຕຳຫຼວດທ່ອງທ່ຽວ ໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງເລກທີ 033/ ປກສ ບຊ ລົງວັນທີ່ 13 ມັງກອນ 2015 ຊຶ່ງເປັນພະແນກໜຶ່ງທີ່ຂຶ້ນກັບກົງຈັກການຈັດຕັ້ງຂອງຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ມີພາລະບົດບາດທຽບເທົ່າກັບພະແນກອຶ່ນໆທີ່ຂຶ້ນກັບຫ້ອງສັນຕິບານ, ຕຳຫຼວດທ່ອງທ່ຽວມີໜ້າທີ່ ຄົ້ນຄ້ວາ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິຄຳສັ່ງ, ລະບຽບການຕ່າງໆ ຂອງຂັ້ນເທິງ ແລະ ທິດທາງແຜນການຂອງກະຊວງ, ຂອງກົມໃຫຍ່ສັນຕິບານ, ກໍ່ຄຶກອງບັນຊາການ ປກສ ແຂວງບໍລິຄຳໄຊ ເພື່ອຫັນເປັນແຜນການ, ໂຄງການອັນລະອຽດຂອງພະແນກ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

     ໃນກອງປະຊຸມ ຜູ້ເຂົ້າຮ່ວມ ກໍ່ໄດ້ແລກປ່ຽນຄຳເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອສົ່ງເສີມດ້ານດີ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ພ້ອມນີ້ ທີ່ປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການຍ້ອງຍໍບັນດາເຈົ້າຂອງກິດຈະການ, ເຮືອນພັກ, ໂຮງແຮມ ທີ່ມີຜົນງານດີເດັ່ນ ໃນການເອົາໃຈໃສ່ໃຫ້ການຮ່ວມມືທາງດ້ານວຽກງານປ້ອງກັນຄວາມສະຫງົບ ໃນຂະແໜງການທ່ອງທ່ຽວຂອງແຂວງບໍລິຄຳໄຊ ໃນນີ້ມີ: ໂຮງແຮມ ໂຊກບຸນມາ, ໂຮງແຮມ ດອກຈຳປາ, ໂຮງແຮມ ລັດສະໝີ, ໂຮງແຮມ ວົງເດືອນ, ໂຮງແຮມ ແສງຮຸ່ງເຮືອງ 1, ໂຮງແຮມ ແສງຮຸ່ງເຮື່ອງ 2, ໂຮງແຮມກ້ວຍເຈັງ, ເຮືອນພັກ ແມ່ລ້ຽງບົວໄຂ, ໂດຍໃຫ້ກຽດຂຶ້ນມອບໃບຍ້ອງຍໍຂອງທ່ານ ພັນໂທ ຄໍາແພງ ນຳພາວັນ.

 


ຕອນທ້າຍຍັງໄດ້ຮັບຟັງຄຳເຫັນໂອ້ລົມຈາກທ່ານພັນໂທ ຄຳແພງ ນຳພາວັນ,ປະທານກວດກາພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເຊິ່ງທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາເຈົ້າຂອງໂຮງແຮມທຸກແຫ່ງຈົ່ງພ້ອມກັນເອົາໃຈໃສ່ປະກອບສ່ວນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຢ່າງແຂງແຮງ ໂດຍສະເພາະໃນກໍລະນີເຫັນປະກົດການກຸ່ມຄົນບໍ່ດີທີ່ຊວຍໃຊ້ສະຖານທີໂຮງແຮມ ຫຼື ຮ້ານບັນເທີງຕ່າງໆກະທຳຜິດລະບຽບກົດໝາຍ ຕ້ອງລາຍງານໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງເພື່ອແກ້ໄຂໃຫ້ທ່ວງທັນເວລາ ພ້ອມນີ້ຍັງໄດ້ເນັ້ນໜັກໃຫ້ພະນັກງານວິຊາສະເພາະ ແລະ ຕຳຫຼວດທ່ອງທ່ຽວ, ເກັບກຳສະທິຕິແຂກທີມາພັກເຊົ່າຢູ່ໂຮງແຮມ, ເຮືອນພັກ ເພື່ອລາຍງານໃຫ້ຕຳຫຼວດທ່ອງທ່ຽວເປັນປະຈຳ ທັງນີ້ກໍ່ເພື່ອເປັນການຕ້ານສະກັກກັ້ນ ກວດກາພວກກຸ່ມຄົນບໍ່ດີທີ່ອາດຈະກໍ່ຄວາມບໍ່ສະຫງົບຂື້ນ ແລະ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ.

About admin11