ກອງປະຊຸມຄົບຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ

ກອງປະຊຸມຂອງຄະນະກຳມະການວັດທະນະທຳສັງຄົມ-ສັງຄົມ ແລະ ບັນດາເຜົ່າ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານນາງ ມາລີສາ ອາໄພລາດ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ເປັນກຽດເຂົ້າຮ່ວມໂດຍທ່ານ ນວນສະຫວັນ ແສງມະນີ ຮອງປະທານສະພາປະຊາຊົນແຂວງ, ມີຄະນະກຳມະການວັດທະນະທຳສັງຄົມ-ສັງຄົມ ແລະ ບັນດາເຜົ່າ, ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ, ພະແນກການກ່ຽວຂ້ອງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ ມາຮອດປະຈຸບັນ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ໄດ້ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ ເຊິ່ງສາມາດສັງລວມໄດ້ຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນ ຄົ້ນຄວ້າ ປະກອບຄຳເຫັນ ແລະ ນິຕິກຳໃຕ້ກົດໝາຍຂອງແຂວງ ຈຳນວນ 13 ສະບັບ, ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ຄັ້ງປະຖົມມະລຶກ ຮອດສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງ ຊຸດທີ 1 ຈຳນວນ 8 ຄັ້ງ ມີ 56 ຈຸດ 47 ບ້ານ, ຮັບຮອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ແຜນງົບປະມານ, ແຜນການລົງທຶນຂອງແຂວງ ໂດຍສະເພາະບັນດາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ, ການຈັດສັນງົບປະມານໃນຂົງເຂດສຶກສາ ແລະ ສາທາລະນະສຸກໃຫ້ໄດ້ຕາມມະຕິຂອງສະພາ ຄື: ສຶກສາບໍ່ໃຫ້ຫຼຸດ 17% ແລະ ສາທາບໍ່ໃຫ້ຫຼຸດ 9% ຂອງງົບປະມານລາຍຈ່າຍ, ຕິດຕາມ ກວດກາ ຊຸກຍູ້ການຈັດຕັ້ງປະຕິບັດ 15 ຄາດໝາຍ ຂອງຂະແໜງສຶກສາທິການ ແລະ ກິລາ, ພື້ນຖານໂຄງລ່າງ, ການຈັດຕັ້ງບຸກຄະລາກອນ, ຕິດຕາມການຄຸ້ມຄອງແຮງງານຕ່າງປະເທດທີ່ເຂົ້າມາແບບບໍ່ຖືກຕ້ອງ, ການປະຕິບັດຄ່າທຳນຽມການບໍລິການຂອງບ້ານ, ການເຕົ້າໂຮມບ້ານ, ການປັບປຸງການຈັດຕັ້ງຈາກ 8 ຕຳແໜ່ງງານຂອງບ້ານ, ກວດກາການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຢູ່ເມືອງທ່າພະບາດ ແລະ ຕິດຕາມໂຄງການເຂື່ອນເທີນຫີນບູນ, ໂຄງການກໍ່ສ້າງເຂື່ອນນ້ຳມັງ, ໂຄງການກໍ່ສ້າງນ້ຳປະປາເມືອງທ່າພະບາດ, ຮັບ ແລະ ຄົ້ນຄວ້າຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນຈຳນວນ 20 ສະບັບ, ນອກນັ້ນ ຍັງໄດ້ເຂົ້າຮ່ວມຝຶກອົບຮົມວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຊົນເຜົ່າ ແລະ ສາສະໜາ 2 ຄັ້ງ, ວຽກງານຕິດຕາມ ກວດກາ ຂອງຄະນະກຳມະການວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດ, ການນຳໃຊ້ໂປຣແກຣມນັບຄະແນນສຽງເລືອກຕັ້ງ 1 ຄັ້ງ ແລະ ເຂົ້າຮ່ວມຟັງປາຖະກະຖາວັນສຳຄັນຕ່າງໆຂອງຊາດ 42 ຄັ້ງ.

ກອງປະຊຸມຍັງໄດ້ມີການປະກອບຄຳເຫັນ, ຄຳຖາມເຈາະຈິ້ມຈາກສະມາຊິກສະພາປະຊາຊົນແຂວງ ແລະ ການຊີ້ແຈງຈາກພະແນກກ່ຽວຂ້ອງ ບາງບັນຫາທີ່ບໍ່ທັນຈະແຈ້ງ ແລະ ຄຳສະເໜີຂອງປະຊາຊົນ.

About admins16