ລັດຖະມົນຕີກະຊວງສາທາລະນະສຸກ ເຄື່ອນໄຫວຢ້ຽມຢາມໂຮງໝໍແຂວງບໍລິຄຳໄຊ

 

ໃນຕອນບ່າຍຂອງວັນທີ 08 ກໍລະກົດ 2020 ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເຄື່ອນໄຫວຢ້ຽມຢາມໂຮງໝໍແຂວງບໍລິຄຳໄຊ ເນື່ອງໃນໂອກາດທີ່ໄດ້ມາເຄື່ອນໄຫວວຽກງານຢູ່ແຂວງບໍລິຄຳໄຊ ໂດຍການຕ້ອນຮັບຂອງທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການໂຮງໝໍແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ.

ໂອກາດນີ້ ທ່ານ ດຣ ບຸນຍັງ ພົມມະຈັນ ກໍໄດ້ລາຍງານສະພາບການເຄື່ອນໄຫວຂອງໂຮງໝໍໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນເຖິງດ້ານດີ ຜົນງານ ດ້ານອ່ອນ ຂໍ້ຄົງຄ້າງ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນແມ່ນວຽກງານບໍລິຫານການແພດ-ຄຸ້ມຄອງວິຊາການ, ວຽກງານບໍລິຫານພະຍາບານ, ວຽກງານການບໍລິການຄົນເຈັບ. ສໍາລັບການລົງເຄື່ອນໄຫວຢ້ຽມຢາມໂຮງໝໍແຂວງຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະໃນຄັ້ງນີ້ ກໍເພື່ອຕິດຕາມກວດກາ ຊຸກຍູ້ໃຫ້ກຳລັງໃຈກ່ຽວກັບການໃຫ້ບໍລິການຄົນເຈັບຂອງບັນດາພະນັກງານແພດໝໍ ພ້ອມທັງຕິດຕາມຖາມຂ່າວຄວາມທຸກສຸກຂອງພໍ່ແມ່ປະຊາຊົນ ຄົນເຈັບຜູ້ທີ່ມາໃຊ້ບໍລິການຢູ່ທີ່ໂຮງໝໍແຫ່ງດັ່ງກ່າວນີ້. ພ້ອມນີ້ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ຮ່ວມປູກຕົ້ນໄມ້ຢູ່ໂຮງໝໍອີກດ້ວຍ.

About admins16