ພາຍໃນແຂວງເປີດຂະບວນການແຂ່ງຂັນ ພາຍໃຕ້ຄຳຂວັນ ” ຮັກຊາດ ແລະ ພັດທະນາ “

ພິທີເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຂອງພະແນກພາຍໃນແຂວງ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງພະແນກ ພາຍໃຕ້ການເປັນປະທານຂອງ ທ່ານ ສົມເພັດ ຄຳມະນີ ຫົວໜ້າພະແນກ ພນ ແຂວງບໍລິຄຳໄຊ ມີຄະນະພະແນກ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງຫົວໜ້າພະແນກພາຍໃນ ວ່າດ້ວຍການກໍານົດເນື້ອໃນຂໍ້ແຂ່ງຂັນພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ຂອງພະແນກ ປະຈໍາປີ 2020 ທີ່ປະກອບດ້ວຍ 5 ມາດຕາ ໂດຍມີຈຸດປະສົງກຳນົດເນື້ອໃນຂໍ້ແຂ່ງຂັນ-ຍ້ອງຍໍ ແລະ ວິທີຈັດຕັ້ງປະຕິບັດ ການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ເພື່ອເປັນບ່ອນອີງໃຫ້ແກ່ບັນດາຂະແໜງການທີ່ສັງກັດ ຢູ່ພະແນກພາຍໃນແຂວງ ໃນການວາງແຜນ ແລະ ກໍານົດເປົ້າໝາຍ ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ແລະ ເປັນບ່ອນອີງໃຫ້ແກ່ການປະເມີນຜົນການປະຕິບັດງານຂອງພະນັກງານ-ລັດຖະກອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ສຳລັບການກຳນົດໃຫ້ຄະແນນແມ່ນ ປະເພດ I: ດີເລີດ ຄະແນນ 91-100 ສະເໜີຂໍໃບຍ້ອງຍໍຂອງທ່ານເຈົ້າແຂວງ ພ້ອມດ້ວຍຂອງຂວັນຈາກພະແນກ, ປະເພດ II: ດີ ຄະແນນ 80-90 ສະເໜີຂໍໃບຊົມເຊີຍຂອງທ່ານເຈົ້າແຂວງ ພ້ອມດ້ວຍຂອງຂວັນຈາກພະແນກ ແລະ ປະເພດ III: ກາງ ຄະແນນ 70 ລົງມາ ຈະບໍ່ໄດ້ຮັບການຍ້ອງຍໍສັນລະເສີນ ແລະ ນະໂຍບາຍຕ່າງໆ. ຫຼັງຈາກນັ້ນຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຊີ້ນໍາກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງພະແນກ, ຂໍ້ຕົກລົງວ່າດ້ວຍການກໍານົດເນື້ອໃນຂໍ້ແຂ່ງຂັນ-ຍ້ອງຍໍ ແລະ ມາດຖານເງື່ອນໄຂການປະເມີນ ແລະ ແຜນການເຄື່ອນໄຫວວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈໍາປີ 2020 ຂອງພະແນກ.

ນອກຈາກນັ້ນ ຍັງໄດ້ມີພິທີປະກາດການຈັດຕັ້ງຂອງພະແນກ ໂດຍໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 371/ຂບຊ, ລົງວັນທີ 2 ກໍລະກົດ 2020 ວ່າດ້ວຍການອຸນະມັດໃຫ້ ທ່ານ ບຸນເຍືອງ ວົງສີສຸກດ໌ ຮອງຫົວໜ້າພະແນກພາຍໃນແຂວງ ອອກພັກການ-ຮັບອຸດໜູນບຳນານ ນັບແຕ່ວັນທີ 1 ກໍລະກົດ 2020 ເປັນຕົ້ນໄປ ແລະ ຂໍ້ຕົກລົງສະບັບເລກທີ 353/ຂບຊ, ລົງວັນທີ 30 ມິຖຸນາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ອ່ອນມະນີ ໄຊຍະຕາມົ່ວ ຮອງຫົວໜ້າຂະແໜງຄຸ້ມຄອງພະນັກງານ-ລັດຖະກອນ ຂຶ້ນເປັນຫົວໜ້າຂະແໜງຄຸ້ມຄອງພະນັກງານ-ລັດຖະກອນ ຂອງພະແນກພາຍໃນ.

 

About admins14