ບໍລິຄຳໄຊ ມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 3 ຄົນ ແລະ ບຸກຄົນທີ່ມີຄວາມສ່ຽງຈຳນວນ 7 ຄົນ

ກອງປະຊຸມສະຫຼຸບ, ຖອດຖອນບົດຮຽນ ກອງເລຂາຕ້ານການຄ້າມະນຸດ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2020 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ພັນໂທ ປະຊັນ ຫຼວງພິທັກ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດແຂວງ, ມີຄະນະກຳມະການກອງເລຂາ ຕ້ານການຄ້າມະນຸດຈາກພະແນກການ ແລະ ຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງລາຍງານຜົນການຈັດຕັ້ງປະຕິບັດ ວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ເຊິ່ງໃນປີ 2019 ຜ່ານມາ ຄະນະກຳມະການ ຕ້ານການຄ້າມະນຸດຂັ້ນແຂວງ ໄດ້ລົງໂຄສະນາສຶກສາອົບຮົມແນວຄິດ, ເຊື່ອມຊືມບັນດາກົດໝາຍ, ນິຕິກຳຕ່າງໆ ທີ່ພົວພັນເຖີງກົດໝາຍອາຍາແຫ່ງ ສປປ ລາວ ໃນມາດຕາ 254-260 ໃຫ້ບັນດາຮ້ານກີິນດື່ມ, ຄາລາໂອເກະ, ຮ້ານບັນເທີງ ທີ່ມີການເຄື່ອນໄຫວເຂົ້າເຄືອຂ່າຍການຄ້າ – ຂາຍ ໂສເພນີ, ຜ່ານຈັດຕັ້ງປະຕິບັດ ເຫັນວ່າຄະນະກຳມະການຂັ້ນແຂວງ ໄດ້ສຳເລັດການເຜີຍແຜ່ນິຕິກຳດັ່ງກ່າວແລ້ວ 5 ເມືອງ ໄດ້ມີ 110 ຮ້ານ ເຂົ້າຮ່ວມ, ນອກນັ້ນ ພະແນກ ຕມ ແລະ ພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງ ໄດ້ຮັບຕົວຄົນລາວກັບຄືນປະເທດ ຈຳນວນ 10 ຄົນ ເຊິ່ງເປັນຜູ້ຖືກເຄາະຮ້າຍຈາການຄ້າມະນຸດ ຈາກປະເທດຈິນ 2 ຄົນ ຍິງ 2 ຄົນ, ຈາກປະເທດໄທ 1 ຄົນ, ກຸ່ມສ່ຽງຕໍ່ການຄ້າມະນຸດ  4 ຄົນ ຍິງ 4 ຄົນ ອາຍຸຕໍ່າກ່ວາ 18 ປີ 2 ຄົນ ຍິງ 1 ຄົນ.

ເພື່ອຮອງຮັບໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ຖືກເຄາະຮ້າຍ ແລະ ໃຫ້ມີວຽກເຮັດງານທຳແກ່ເຂົາເຈົ້າ ສະຫະພັນແມ່ຍິງແຂວງ ກໍ່ໄດ້ມີແຜນຈັດການຝຶກອົບຮົມວິຊາຊີບໄລຍະສັ້ນ ໃຫ້ກຸມເປົ້າໝາຍດັ່ງກ່າວ, ພາຍຫຼັງສຳເລັດຈຶ່ງຈະໄດ້ສົ່ງກັບຄືນສູ່ຄອບຄົວ ແລະ ສັງຄົມ.

ພ້ອມນັ້ນ ໃນ 1 ປີຜ່ານມາ ຍັງໄດ້ກວດກາເອກະສານແຕ່ງດອງຍິງສາວລາວກັບຊາຍຕ່າງປະເທດ ໄດ້ 12 ຄູ່, ໂຄສະນາເຜີຍແຜ່ເລ່ລ່ຽມຂອງຄົນຮ້າຍ ທີ່ຈະຕົວະຍົວະລອກລວງເອົາເປົ້າໝາຍເຂົ້າເຄືອຂ່າຍໃນການຄ້າມະນຸດ  ສຳເລັດແລ້ວ 102 ບ້ານ, ມີຈຳນວນພົນເຂົ້າຮ່ວມ 1.812 ຄົນ, ຍິງ 998 ຄົນ.

ພາບປະກອບຈາກອິນເຕີເນັດ

About admins14