ສາທາທ່າພະບາດ ນຳພາປະຊາຊົນສ້າງຂະບວນການຕ້ານພະຍາດໄຂ້ເລືອດອອກ

      ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2020 ໜ່ວຍງານສົ່ງເສີມສຸຂະພາບສຸຂະສຶກສາ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ລົງໂຄສະນາເຄື່ອນທີ່ ແລະ ສຳຫຼວດໜອນນ້ຳ ເພື່ອຕ້ານການລະບາດ ຂອງພະຍາດໄຂ້ຍຸງລາຍ ຢູ່ທີ່ບ້ານໄຊສະຫວ່າງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ນຳພາໂດຍ ທ່ານ ອຸດອນ ໄຊຍະແສງ ຮອງຫົວໜ້າຫ້ອງການສາທາເມືອງທ່າພະບາດ.

   ພະຍາດໄຂ້ຍຸງລາຍ ແມ່ນພະຍາດໜຶ່ງໃນການຕິດຕໍ່ ແລະ ທັງເປັນພະຍາດທີ່ເຮັດໃຫ້ມີການເຈັບເປັນ ແລະ ເສຍຊິວິດເປັນຈຳນວນຫລວງຫລາຍ, ພະຍາດນີ້ ແມ່ນຍຸງລາຍເປັນຕົວນຳເຊື້ອພະຍາດມາສູ່ຄົນ ເຊິ່ງອາການຂອງຄົນທີ່ມີເຊື້ອພະຍາດຂອງໄຂ້ຍຸງລາຍໃນເບື້ອງຕົ້ນຈະມີອາການຄ້າຍຄືໄຂ້ຫວັດ, ເຈັບຫົວ, ເຈັບກະໂບ່ງຕາ, ເຈັບຕາມກ້າມຊີ້ນ, ຮາກ ຫລື ເຈັບທ້ອງ, ຂັ້ນຮ້າຍແຮງຈະມີເລືອດອອກຕາມຜິວຫນັງ, ເລືອດແຂ້ວອອກ, ເລືອດດັງອອກ, ຮາກອອກເລືອດ, ຖ່າຍອອກເລືອດ ຖ້າບໍ່ໄດ້ຮັບການປິ່ນປົ່ວຢ່າງຖືກຕ້ອງ ຄົນເຈັບອາດເສຍຊິວິດໄດ້.

     ຈຸດປະສົງ ໃນການລົງສຸຂະສຶກສາຄັ້ງນີ້ ກໍ່ເພື່ອສ້າງຂະບວນການຕ້ານພະຍາດໄຂ້ຍຸງລາຍ ແລະ ພ້ອມທັງລົງປະເມີນ 30 ຕົວຊີ້ວັດ ຂອງຄອບຄົວແບບຢ່າງທາງດ້ານສາທາລະນະສຸກ, ທາງທີມງານ ຍັງໄດ້ນຳພາປະຊາຊົນລົງປະຕິບັດຕົວຈິງ ເພື່ອສ້າງຂະບວນການອະນາໄມ, ເກັບຂີ້ເຫຍື້ອ, ກະໂປະ, ກະປ໋ອງ, ຕັດຫຍ້າຕາມວັດວາອາລາມ, ອະນາໄມຕາມເສັ້ນທາງໃຫຍ່ ແລະ ທາງຮ່ອມພາຍໃນບ້ານ ເພື່ອທຳລາຍແຫລ່ງເພາະພັນຂອງຍຸງລາຍ, ສໍາຫລວດໜອນນ້ຳ, ຢາຍຢາຂ້າໜອນນ້ຳໄປພ້ອມ ແລະ ຍັງໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນປະຕິບັດຕາມ 5 ປໍໍ ທີ່ກະຊວງສາທາລະນະສຸກວາງອອກ ຄື: 1. ປິດ ພາຊະນະທີ່ຂັງນໍ້າທຸກຊະນິດພາຍໃນເຮືອນຂອງພວກເຮົາເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່, 2. ປ່ຽນ ນ້ຳໃນພາຊະນະທຸກໆອາທິດ, 3. ປ່ອຍ ປາຫາງນົກຍຸງເພື່ອໃຫ້ກິນໜອນນໍ້າ, 4. ປັບປຸງ ບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດທີ່ມີນ້ຳຂັງອ້ອມຂ້າງເຮືອນ, 5. ປະຕິບັດ ເປັນປະຈຳໃຫ້ກາຍເປັນນິໃສ.

About admin11