ຄະນະພັກຮາກຖານ ປກສ ເມືອງປາກຊັນ ຈັດກອງປະຊຸມເປີດກ້ວາງຄົບຄະນະຄັ້ງທີ 1 ສະໃໝທີ 2

 


ໃນລະຫວ່າງທີ 25-26 ມິຖູນາ 2020 ຮາກຖານພັກກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະພັກຮາກຖານຄັ້ງທີ 1 ສະໃໝທີ 2 ຂຶ້ນ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ລາຕີ ພິລາວົງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ຄຳເພັດ ດວງມະນີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງ ສະມາຊີກສະພາປະຈຳ ເມືອງປາກຊັນ ມີສະຫາຍ ພັນເອກ ກົງຈັນ ໄຊປັນຍາ ເລຂາຄະນະພັກ ຫົວໜ້າກອງບັນນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ ປກສ ເມືອງປາກຊັນ, ຕະຫຼອດຮອດພະນັກງານສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.


ກອງປະຊຸມ ໄດ້ຜ່ານບົດສະຫລຸບຕີລາຄາການເຄື່ອນໄຫວປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈຳ 6 ເດືອນທ້າຍປີ 2020 ຂອງຄະນະພັກຮາກຖານກອງບັນຊາການ ປກສ ເມືອງປາກຊັນ ໃນນີ້ ໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານ ເຊັ່ນ: ໄດ້ສືກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ ນຳເອົາແນວທາງນະໂຍບາຍ, ມະຕິຄຳສັ່ງ ກົດລະບຽບຂອງພັກ, ກົດໝາຍຂອງລັດ ມາຄົ້ນຄ້ວາເຊື່ອມຊືມໃຫ້ພະນັກງານສະມາຊິກພັກ ກຳໄດ້ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ພ້ອມທັງຈັດຕັ້ງປະຕິບັດ, ປຸກລະດົມຂົນຂວາຍໃຫ້ພະນັກງານສະມາຊິກພັກ ໃຫ້ມີທັດສະນະຫຼັກໝັ້ນ ມີນ້ຳໃຈເສຍສະຫຼະ ມີຄວາມຈົ່ງຮັກພັກດີ, ມີນ້ຳໃຈຮັກຊາດ, ມີຄວາມຊື່ສັດບໍລິສຸດຕໍ່ປະເທດຊາດ ຕໍ່ປະຊາຊົນ ມີສະຕິລະວັງຕົວສູງຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ເຮັດສຳເລັດໜ້າທີ ທີ່ການຈັດຕັ້ງຂັ້ນເທີງມອບໝາຍໃຫ້. ດ້ານວຽກງານວິຊາສະເພາະ ວຽກງານສັນຕິບານ ໄດ້ເອົາໃຈໃສ່ຕິດຕາມກວດກາ ບັນດາກຸ່ມເປົ້າໝາຍທີ່ກໍ່ຄວາມບໍ່ສະຫງົບ ໂດຍໄດ້ລົງເກັບກຳສະຖິຕິຄົນຕ່າງປະເທດທີ່ມາພັກເຊົ່າ, ການລັກຂ້າມຊາຍແດນແບບບໍ່ຖືກຕ້ອງ, ວຽກງານຕຳຫຼວດ ໄດ້ເກັບກຳສະພາບຂອງກຸ່ມຄົນບໍ່ດີ, ກໍ່ຄວາມບໍ່ສະຫງົບໃນສັງຄົມ ນອກນັ້ນ ກໍ່ສາມາດມ້າງລາຍຄະດີທີ່ມີການລັກລອບຄ້າຂາຍເຖື່ອນ ໄດ້ໂດຍພື້ນຖານ, ວຽກງານສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍ່ສາມາດແກ້ໄຂໄດ້ຫຼາຍດ້ານ ແລະ ຍັງສາມາດແກ້ໄດ້ບັນຫາຄົນຕົກຫຼົ່ນ, ຄົນບໍ່ມີສຳມະໂນຄົວຕົວເລກ ໄດ້ສຳເລັດໃນທົ່ວເມືອງປາກຊັນ, ວຽກງານ ປກສ ກຸ່ມບ້ານ ໄດ້ປະສານສົມທົບກັບອຳນາດການປົກຄອງບ້ານ ແລະ ສາມາດສ້າງບ້ານ ປ້ອງກັນຄວາມສະຫງົບໄດ້ຈຳນວນ 05 ບ້ານ.

      ຈາກນັ້ນບັນດາຄະນະພັກຮາກຖານ ກໍ່ໄດ້ຜັດປ່ຽນກັນຂື້ນຜ່ານບັນດາເອກະສານສຳຄັນຕ່າງໆເຊັ່ນ: ຂໍ້ກຳນົດເລກທີ 389/ຄສກພ ວ່າດ້ວຍການຄົ້ນຄວ້າພິຈາລະນາແກ້ໄຂຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ, ເອກະສານເສີມຂະຫຍາຍມູນເຊື້ອ 5 ເມສາ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຄົບຮອບ 59 ປີ ພ້ອມທັງປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບໃຫ້ມີເນື້ອໃນຄົບຖ້ວນສົມບຸນ.

       ທີ່ປະຊຸມ ຍັງໄດ້ມອບໃບຍ້ອງຍໍໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນກຽດຂຶ້ນມອບໂດຍສະຫາຍ ນາງ ຄຳເພັດ ດວງມະນີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງ.

About admin11