ໂຄງການສຸຂະອະນາໄມພືດ-ສັດ ລົງສັກຢາປ້ອງກັນພະຍາດປາກເປື່ອຍລົງເລັບ ແລະ ອະຫິວາໝູ ຢູ່ເມືອງຄຳເກີດ

ວັນທີ 29 ມີຖຸນາ 2020 ນີ້ ຫ້ອງການກະສີກຳ ແລະ ປ່າໄມ້ ເມືອງຄຳເກີດຮ່ວມກັບຄະນະຊ່ຽວຊານໂຄງການສຸຂະອະນາໄມພືດ-ສັດ ໄດ້ລົງສັກຢາປ້ອງກັນພະຍາດປາກເປື່ອຍລົງເລັບໃຫ້ ງົວ, ຄວາຍ, ແບ້, ໝູ ຢູ່ທີ່ບ້ານ ໜອງອໍ້ ເມືອງຄຳເກີດ, ເຊິ່ງນຳໂດຍທ່ານ ສົມພົນເພັງ ລາດສະສົມບັດ ກຳມະການພັກເມືອງ, ຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງຄຳເກີດ, ເຂົ້າຮ່ວມໂດຍທ່ານ ດຣ ມະຫານະຄອນ ສຸລິຍາ ຜູ້ຊ່ຽວຊານໂຄງການສຸຂະອະນາໄມພືດ-ສັດ ຢູ່ເຂດລຸ່ມແມ່ນໍ້າຂອງ ພ້ອມຄະນະເຂົ້າຮ່ວມ.

ໃນການລົງສັກຢາໃນຄັ້ງນີ້ ແມ່ນ ເກັບຕົວຢ່າງ ເລືອດ ງົວ, ຄວາຍ, ແບ້, ໝູ ເພື່ອຊອກຫາເຊື້ອພະຍາດຂອງສັດຈຳນວນ 31 ບ້ານ, ນອກນັ້ນ ຍັງໄດ້ສ້າງເຂດປອດພະຍາດສັດຈຳນວນ 9 ບ້ານ ຄື: ບ້ານ ນາແປ, ບ້ານ ທົ່ງແປ, ບ້ານ ນາເຮືອງ, ບ້ານ ຫຼັກ 5, ບ້ານ ຫາງນາ, ບ້ານ ໜອງອໍ້, ບ້ານ ນາຫາດ, ບ້ານຫຼັກ 7 ແລະ ບ້ານຫຼັກ 12, ຈຸດປະສົງເພື່ອເປັນການສັກຢາປ້ອງກັນພະຍາດປາກເປື່ອຍ ລົງເລັບ, ພະຍາດ ອາຫີວາໝູ ແລະໄດ້ຂຶ້ນທະບຽນ ໃຫ້ງົວ, ຄວາຍ, ແບ້, ໝູ ໃນນັ້ນ ໄດ້ສັກຢາສໍາເລັດແລ້ວ ຈໍານວນ 4 ບ້ານ ແລະ ຍັງ 5 ບ້ານ ແມ່ນຈະໄດ້ສຶບຕໍ່ໃຫ້ສຳເລັດພາຍໃນເດືອນ ກໍລະກົດ 2020 ນີ້.

About admin11