-
ຂ່າວໃໝ່
- ບໍລິຄຳໄຊ ປະເມີນ ແລະ ຮັບຮອງເອົາ 16 ໂຄງການ ເຂົ້າແຜນປະຈຳປີ 2021
- ກອງປະຊຸມລາຍງານວຽກປະຈຳເດືອນຂອງພູສີທົນ
- ມອບ-ຮັບຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ເກົ່າ ແລະ ຮັກສາການຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ໃໝ່
- ຊາວໜຸ່ມຮາກຖານສະພາປະຊາຊົນແຂວງ ປະກອບສ່ວນຊ່ວຍເຫຼືອສັງຄົມ
- ກຳມະບານແຂວງ ປຶກສາຫາລື 3 ວຽກງານສຳຄັນ
- ການນຳເມືອງ ແລະ ນັກທຸລະກິດເມືອງປາກກະດິງ ມອບວັດຖຸ ແລະ ເງິນສົມທົບທຶນ ສ້າງອາຄານໂຮງຮຽນມູນລະປະຖົມບ້ານທ່າກັນຖິນຫຼັງໃໝ່
- ພະແນກ ປທສ ແຂວງ ເຊື່ອມຊຶມ 3 ເອກະສານສຳຄັນ
- ພະນັກງານຫຼັກແຫຼ່ງ ກອງພັນໃຫຍ່ 642 ເຊື່ອມຊືມກົດໝາຍທີ່ສຳຄັນ
- ພິທີເຊັນສັນຍາໂຄງການກໍ່ສ້າງ ແລະ ສ້ອມແປງໂຮງຮຽນປະຖົມສົມບູນບ້ານນໍ້າເຕັກ ແລະ ບ້ານ ພູຄໍາ
- ໄຊຈຳພອນ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນ ແຂວງບໍລິຄຳໄຊ ຊຸດທີ I
- ສສຊ ແລະ ສສຂ ລົງເຄື່ອນໄຫວຢ້ຽມຢາມພໍ່ແມ່ປະຊາຊົນຢູ່ ເມືອງປາກກະດິງ
- ອພສ ທ່າພະບາດ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV
- ປະຊາຊົນ 4 ບ້ານໄດ້ຮັບກອງທຶນສິນເຊື່ອ ຈາກແຜນງານລາວ 030
- ປກສ ເມືອງວຽງທອງ ປະກາດກົງຈັກການຈັດຕັ້ງ ຂັ້ນພະແນກ ແລະ ໜ່ວຍງານ
ກ່ຽວກັບແຂວງ
ແຈ້ງການ
ບົດກາວີ
ເຊື່ອມຕໍ່ເວັບໄຊອື່ນ
ຜູ້ເຂົ້າຊົມເວັບໄຊ
Users Today : 81
Users Yesterday : 173
This Month : 2587
This Year : 2587
Total Users : 52154
Who's Online : 3
ເບິ່ງຂ່າວເກົ່າ
Archive for January, 2021
-
ບໍລິຄຳໄຊ ປະເມີນ ແລະ ຮັບຮອງເອົາ 16 ໂຄງການ ເຂົ້າແຜນປະຈຳປີ 2021
Posted on January 15, 2021 | No Commentsກອງປະຊຸມປຶກສາຫາລືກ່ຽວກັບການຮັບຮອງຜົນການປະເມີນ ແລະ ການຈັດລຽງບຸລິມະສິດ ໂຄງການລົງທຶນຂອງລັດ ກ່ອນສະເໜີພິຈາລະນາເຂົ້າແຜນປະຈຳປີ 2021 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 15 ມັງກອນ 2021 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ພັນແສງ ວິພາວັນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, […] -
ກອງປະຊຸມລາຍງານວຽກປະຈຳເດືອນຂອງພູສີທົນ
Posted on January 15, 2021 | No Commentsຕອນເຊົ້າຂອງວັນທີ 12 ມັງກອນ 2021 ຢູ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມລາຍງານວຽກປະຈຳເດືອນ ທັນວາ 2020 ຂອງພູສີທົນ ໃນເດືອນທີ່ຜ່ານມາ ໂດຍເປັນປະທານ ຂອງທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ, ມີທ່ານ […] -
ມອບ-ຮັບຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ເກົ່າ ແລະ ຮັກສາການຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ໃໝ່
Posted on January 15, 2021 | No Commentsພິທີມອບ-ຮັບລະຫວ່າງ ຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ເກົ່າ ແລະ ຮັກສາການຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ໃໝ່ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ມັງກອນ 2021 ຢູ່ຫ້ອງປະຊຸມຂອງຕົນ, ໂດຍຊ້ອງໜ້າ ທ່ານ ບຸນລ້ຽງ ດວງສະເພົາທອງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ, ມີຕາງໜ້າຄະນະຈັດຕັ້ງແຂວງ, ພະແນກການເງິນແຂວງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນສ່ວຍສາອາກອນປະຈຳແຂວງບໍລິຄຳໄຊເຂົ້າຮ່ວມ. […] -
ຊາວໜຸ່ມຮາກຖານສະພາປະຊາຊົນແຂວງ ປະກອບສ່ວນຊ່ວຍເຫຼືອສັງຄົມ
Posted on January 15, 2021 | No Commentsເພື່ອເປັນການປະກອບສ່ວນຊ່ວຍເຫຼືອບັນເທົາທຸກແກ່ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນຢູ່ເຂດຫ່າງໄກສອກຫຼີກ, ເມືອງພູດອຍ ທີ່ຂາດເຂີນອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມກັນໜາວ, ໃນວັນທີ 14 ມັງກອນ 2021 ຊາວໜຸ່ມຮາກຖານສະພາປະຊາຊົນແຂວງບໍລິຄຳໄຊ ນຳໂດຍ ທ່ານ ທີລະພົງ ຈັນຕາ ເລຊາຊາວໜຸ່ມຮາກຖານ ພ້ອມຄະນະ ໄດ້ນໍາເຄື່ອງນຸ່ງຫົ່ມກັນໜາວ ແລະ […] -
ກຳມະບານແຂວງ ປຶກສາຫາລື 3 ວຽກງານສຳຄັນ
Posted on January 15, 2021 | No Commentsກອງປະຊຸມປຶກສາຫາລືວຽກງານສະຫະພັນກຳມະບານແຂວງ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍທ່ານ ດຳລົງ ທັບລາດ ປະທານສະຫະພັນກຳມະບານແຂວງ, ມີບັນດາຄະນະບໍຫານງານກຳມະບານແຂວງ, ປະທານກຳມະບານຮາກຖານອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ກໍ່ເພື່ອປຶກສາຫາລືໃນການຈັດກິດຈະກຳບໍລິຈາກເລືອດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 […] -
ການນຳເມືອງ ແລະ ນັກທຸລະກິດເມືອງປາກກະດິງ ມອບວັດຖຸ ແລະ ເງິນສົມທົບທຶນ ສ້າງອາຄານໂຮງຮຽນມູນລະປະຖົມບ້ານທ່າກັນຖິນຫຼັງໃໝ່
Posted on January 15, 2021 | No Commentsໃນຕອນເຊົ້າວັນທີ 13 ມັງກອນ 2021 ຢູ່ທີ່ໂຮງຮຽນມູນລະປະຖົມ ບ້ານທ່າກັນຖິນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີມອບ-ຮັບວັດຖຸ ແລະ ເງິນສົມທົບທືນສ້າງອາຄານໂຮງຮຽນມູນລະປະຖົມບ້ານທ່າກັນຖິນຫຼັງໃໝ່ ມູນຄ່າຫຼາຍກ່ວາ 32 ລ້ານກີບ. ທ່ານ ວັນທອງ ໄຊອຸດົມ ນາຍບ້ານທ່າກັນຖິນ ໄດ້ລາຍງານ […] -
ພະແນກ ປທສ ແຂວງ ເຊື່ອມຊຶມ 3 ເອກະສານສຳຄັນ
Posted on January 15, 2021 | No Commentsໃນຕອນເຊົ້າຂອງວັນທີ 14 ມັງກອນ 2021 ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ ໄດ້ຈັດພິທີປາຖະກະຖາລະນຶກເຖິງວັນຊາດ ຄົບຮອບ 45 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ […] -
ພະນັກງານຫຼັກແຫຼ່ງ ກອງພັນໃຫຍ່ 642 ເຊື່ອມຊືມກົດໝາຍທີ່ສຳຄັນ
Posted on January 14, 2021 | No Commentsໃນວັນທີ 12 ມັງກອນ 2021 ສະຫາຍ ພົນຈັດຕະວາ ກັນທອງ ສຸກເລືອງຄໍາ ຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ, ພ້ອມດ້ວຍພະນັກງານວິຊາສະເພາະ ໄດ້ລົງເຄື່ອນໄຫວເຜີຍແຜ່ກົດໝາຍ ຢູ່ກອງພັນໃຫຍ່ 642, ໂດຍມີທ່ານ ພັນໂທ ຄໍາໃສ ແພງຄູນ ຫົວໜ້າການເມືອງກອງພັນໃຫຍ່ […] -
ພິທີເຊັນສັນຍາໂຄງການກໍ່ສ້າງ ແລະ ສ້ອມແປງໂຮງຮຽນປະຖົມສົມບູນບ້ານນໍ້າເຕັກ ແລະ ບ້ານ ພູຄໍາ
Posted on January 14, 2021 | No Commentsພິທີເຊັນສັນຍາ ໂຄງການກໍ່ສ້າງ ແລະ ສ້ອມແປງໂຮງຮຽນປະຖົມສົມບູນ ບ້ານນໍ້າເຕັກ, ສ້ອມແປງໂຮງຮຽນປະຖົມ ບ້ານພູຄໍາ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 13 ມັງກອນ 2021 ຢູ່ສະໂມສອນຂອງເມືອງບໍລິຄັນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງບໍລິຄັນ, ມີຕາງໜ້າໂຄງການ […] -
ໄຊຈຳພອນ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນ ແຂວງບໍລິຄຳໄຊ ຊຸດທີ I
Posted on January 13, 2021 | No Commentsກອງປະຊຸມ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ່ 10 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນ ແຂວງບໍລິຄໍາໄຊ ຊຸດທີ I ໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2021 ຢູ່ຫ້ອງວ່າການເມືອງໄຊຈໍາພອນ ພາຍໃຕ້ການເປັນປະທານຂອງ ທ່ານ ພັອ ສາຍຄຳ […] -
ສສຊ ແລະ ສສຂ ລົງເຄື່ອນໄຫວຢ້ຽມຢາມພໍ່ແມ່ປະຊາຊົນຢູ່ ເມືອງປາກກະດິງ
Posted on January 13, 2021 | No Commentsໃນວັນທີ 11 ມັງກອນ 2021 ທ່ານ ນາງ ສີໄຄ ສີປະເສີດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ທັງເປັນຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພໍ່ແມ່ປະຊາຊົນບ້ານຫ້ວຍເພັດ ແລະ ບ້ານຊ່ອນພັນໄຊ ເມືອງປາກກະດິງ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄຫມສາມັນ ເທື່ອທີ 10 […] -
ອພສ ທ່າພະບາດ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV
Posted on January 13, 2021 | No Commentsໃນວັນທີ 11 ມັງກອນ 2021 ຢູ່ວັດບ້ານທ່າບົກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານອົງການພຸດທະສາສະໜາສໍາພັນລາວ ພາຍໃຕ້ການເປັນປະທານ ຂອງພຣະອາຈານ ບຸນອຸ້ມ ອິນທິລາດວົງສີ ເຈົ້າຄະນະ ອພສ ເມືອງ ທ່າພະບາດ ເຂົ້າຮ່ວມໂດຍ ພຣະອາຈານ […] -
ປະຊາຊົນ 4 ບ້ານໄດ້ຮັບກອງທຶນສິນເຊື່ອ ຈາກແຜນງານລາວ 030
Posted on January 13, 2021 | No Commentsໃນວັນທີ 11-12 ມັງກອນ 2021 ຢູ່ບ້ານໂພນເມືອງ, ບ້ານຜາບໍ, ບ້ານວັງແປັນ ແລະ ບ້ານນາໂທ ເມືອງວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີ ມອບ-ຮັບ ກອງທຶນສິນເຊື່ອຈາກແຜນງານລາວ 030 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອາລຸນສັກ ປະທໍາມະວົງ […] -
ປກສ ເມືອງວຽງທອງ ປະກາດກົງຈັກການຈັດຕັ້ງ ຂັ້ນພະແນກ ແລະ ໜ່ວຍງານ
Posted on January 13, 2021 | No Commentsໃນວັນທີ 8 ມັງກອນ 2021 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ປະກາດກົງຈັກການຈັດຕັ້ງຂັ້ນພະແນກ, ໜ່ວຍງານ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັທ ຈອນ ອຸດລາຍັນ ຫົວໜ້າກອງບັນຊາການ ປກສ ເມືອງ. ໃນພິທີ […] -
ປກສ ເມືອງວຽງທອງ ສະຫຼຸບວຽກງານໂຄງການຫຼຸດຜ່ອນອຸປະຕິເຫດ
Posted on January 13, 2021 | No Commentsກອງປະຊຸມ ສະຫຼຸບວຽກງານໂຄງການຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ ໄດ້ຈັດຂຶ້ນໃນວັນທີ 12 ມັງກອນ 2021 ຢູ່ກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັທ ຈອນ ອຸດລາຍັນ ຫົວໜ້າກອງບັນຊາການ ປກສ ເມືອງ. ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບ […] -
ສະຫະພັນແມ່ຍິງຮາກຖານ ປກສ ແຂວງ ປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ
Posted on January 13, 2021 | No Commentsໃນວັນທີ 07 ມັງກອນ 2021 ສະຫະພັນແມ່ຍິງຮາກຖານ ປກສ ແຂວງ ໄດ້ຈັດພິທິປາຖະກະຖາມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ( ວັນທີ 09 ມັງກອນ 1966 – 09 ມັງກອນ […] -
ການນຳເມືອງ ທ່າພະບາດ ລົງມອບເຄື່ອງບັນເທົາທຸກ
Posted on January 13, 2021 | No Commentsເພື່ອເປັນການແບ່ງເບົາບັນເທົາທຸກ ໃຫ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກ ໃຫ້ມີຊີວິດທີ່ດີຂື້ນກວ່າເກົ່າ ໃນວັນທີ 8 ມັງກອນ 2021 ທ່ານ ພັທ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະກອນໃນການປຸກສ້າງເຮືອນຈຳນວນໜື່ງ ເຊິ່ງປະກອບມີ: ຊີມັງ 1 ໂຕນ, ສັງກະສີ 56 […] -
ຊາວໝຸ່ມ 4 ເມືອງ ແລກປ່ຽນບົດຮຽນວຽກງານ ຊາວໝຸ່ມ-ເຍົາວະຊົນ
Posted on January 13, 2021 | No Commentsໃນວັນທີ 8 ມັງກອນ 2021 ຜ່ານມານີ້ ຄະນະບໍລິຫານງານຊາວໝຸ່ມ 4 ເມືອງ ຄື: ເມືອງວຽງທອງ, ເມືອງ ຄຳເກີດ, ເມືອງ ປາກກະດີງ ແລະ ເມືອງ ໄຊຈຳພອນ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ວຽກງານຊາວໝຸ່ມ-ເຍົາວະຊົນຂື້ນ ຢູ່ຫ້ອງປະຊຸມຊັ້ນ […] -
ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ວຽງທອງ
Posted on January 13, 2021 | No Commentsໃນຕອນເຊົ້າຂອງວັນທີ 8 ມັງກອນ 2021 ຢູ່ຫ້ອງປະຊຸມ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວຽງທອງ ແຂວງບໍລິຄໍາໄຊ, ໄດ້ຈັດພິທີເຊັນບົດບັນທືກມອບ-ຮັບໜ້າທີ່ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາມອນ […] -
ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ແມ່ຍິງ ຮາກຖານພະແນກແຜນການ ແລະ ການລົງທຶນແຂວງ
Posted on January 12, 2021 | No Commentsກອງປະຊຸມໃຫຍ່ແມ່ຍິງ ຮາກຖານພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ ຄັ້ງທີ IV ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ມັງກອນ 2021 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ທິບພະຈັນ ສຸດທິປັນຍາ ປະທານແມ່ຍິງຮາກຖານພະແນກແຜນການ ແລະ ການລົງທຶນແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ […] -
ຖວທ ແຂວງ ທາບທາມບຸກຄະລາກອນເຂົ້າເປັນຄະນະພັກຮາກຖານຂອງຕົນ
Posted on January 12, 2021 | No Commentsກອງປະຊຸມທາບທາມບຸກຄະລາກອນ ຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຈັດຂຶ້ນໃນວັນທີ 12 ມັງກອນ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ອຸດອນ ສອນສຸລິນ ກຳມະການພັກແຂວງ ວ່າການເລຂາຄະນະພັກຮາກຖາກ ຫົວໜ້າພະແນກ ຖວທ ແຂວງ ມີຄະນະຮັບຜິດຊອບຈາກຄະນະຈັດຕັ້ງ ແລະ […] -
ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ໜ່ວຍພັກບ້ານທົ່ງໃຫຍ່
Posted on January 11, 2021 | No Commentsໃນວັນທີ 9 ມັງກອນ 2021 ຢູ່ອາຣາມວັດບ້ານທົ່ງໃຫຍ່, ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກບ້ານ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ຄຳວອນ ປັນຍານຸວົງ ເລຂາພັກບ້ານ-ນາຍບ້ານທົງໃຫຍ່, ໂດຍໃຫ້ກຽດເຂົ້້າຮ່ວມຂອງ ສະຫາຍ […] -
ພິທີປິດບັ້ນອົບຮົມ-ຫັດແອບ ບ້ານປ້ອມໝັ້ນສູ້ຮົບ
Posted on January 11, 2021 | No Commentsວັນທີ 9 ມັງກອນ 2021 ບ້ານໃຫຍ່ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປິດບັ້ນອົບຮົມ-ຫັດແອບບ້ານປ້ອມໝັ້ນສູ້ຮົບຂຶ້ນ ຢູ່ຫ້ອງການບ້ານຂອງຕົນ ໂດຍການເຂົ້າຮ່ວມຂອງສະຫາຍ ກີ່ ຊົງລ່າຫວ່າງ ຮອງເລຂາພັກເມືອງຄຳເກີດ, ສະຫາຍ ພັທ ບຸນຕອງ ວັນນະວົງ ຫົວໜ້າກອງບັນຊາການທະຫານເມືອງຄຳເກີດ, ອົງການປົກຄອງບ້ານ, ພະນັກງານວິຊາການ,ປະຊາຊົນພາຍໃນບ້ານ […] -
ໂຄງການແຜນງານລາວ/030 ມອບລົດ ແລະ ຄອມພິວເຕີໃຫ້ 2 ບ້ານຂອງເມືອງໄຊຈຳພອນ
Posted on January 11, 2021 | No Commentsໃນຕອນເຊົ້າຂອງ ວັນທີ 8 ມັງກອນ 2021 ໂຄງການແຜນງານລາວ/030 ຊີ່ງນຳໂດຍ ທ່ານ ສົມປອງ ອິນໄຊຍະວົງ ຫົວໜ້າຂະແໜງຮ່ວມມືສາກົນ ພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ນຳເອົາລົດຈັກ ແລະ ເຄື່ອງຄອມພິວເຕີມາມອບໃຫ້ 02 […] -
ປະກາດການຈັດຕັ້ງ ຂະແໜງການເງິນຂື້ນກັບຄະນະບັນຊາກອງພັນໃຫຍ່ 642
Posted on January 11, 2021 | No Commentsໃນວັນທີ່ 7 ມັງກອນ 2021 ກອງພັນໃຫຍ່ 642 ໄດ້ຈັດພິທີ ປະກາດຂະແໜງການເງິນຂື້ນກັບຄະນະບັນຊາກອງພັນໃຫຍ່ 642 ໂດຍກົງ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ແສງທອງ ດວງວິໄລ ເລຂາຄະນະພັກ ຫົວໜ້າການທະຫານ ແລະ ສະຫາຍ ພັນໂທ […] -
ປາກກະດິງ ຝຶກອົບຮົມກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ
Posted on January 11, 2021 | No Commentsວັນທີ 7 ມັງກອນ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II. ພາຍໃຕ້ການເປັນປະທານຂອງທ່ານ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກກະດິງ, ມີອານຸກຳມະການໂຄສະນາ […] -
ມອບ-ຮັບ ໃບຢັ້ງຢືນ ບ້ານຈອມທອງ ເປັນບ້ານໜັກແໜ້ນເຂັ້ມແຂງ
Posted on January 11, 2021 | No Commentsໃນຕອນເຊົ້າຂອງວັນທີ 8 ມັງກອນ 2021 ຢູ່ຫ້ອງການບ້ານໃຫຍ່ຈອມທອງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ບ້ານຈອມທອງ ເປັນບ້ານໜັກແໜ້ນເຂັ້ມແຂງ ປະຈໍາປີ 2020 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ. ໃນພິທີ ໄດ້ຜ່ານບົດສະຫຼຸບຫຍໍ້ຂອງບ້ານຈອມທອງ ເຊິ່ງບ້ານຈອມທອງ […] -
ເຈົ້າໜ້າທີ່ ດ່ານສາກົນປາກຊັນ ຢຶດ ແລະ ຝັງທໍາລາຍສິນຄ້າຕ້ອງຫ້າມ ນໍາເຂົ້າຜິດກົດໝາຍ
Posted on January 11, 2021 | No Commentsຕອນບ່າຍ ວັນທີ 06 ມັງກອນ 2021 ເຈົ້າໜ້າທີ່ ດ່ານສາກົນປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີຝັງທໍາລາຍສິນຄ້າທີ່ຕ້ອງຫ້າມ ນໍາເຂົ້າຜິດກົດໝາຍ ປະເພດ ປາມືກ ແລະ ຊີ້ນສ່ວນໝູ, ໂດຍການເຂົ້າຮ່ວມຂອງທ່ານ ພັນໂທ ວົງວິໄລ ອິນທິສານ ຫົວໜ້າຄຸ້ມຄອງດ່ານສາກົນປາກຊັນ ພ້ອມດ້ວຍຄະນະ, […] -
ເມືອງວຽງທອງ ຝືກອົບຮົມໃຫ້ພະນັກງານກຽມໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ
Posted on January 11, 2021 | No Commentsໃນວັນທີ 6 ມັງກອນ 2021 ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຝືກອົບຮົມ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຂື້ນ ທີຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳມອນ […] -
ໄຊຈຳພອນ ໄດ້ຮັບເຄື່ອງນຸ່ງຫົ່ມຕ້ານໄພໜາວ
Posted on January 11, 2021 | No Commentsໄລຍະນີ້ ກໍ່ເປັນໄລຍະໜຶ່ງທີ່ກ້າວເຂົ້າສູ່ລະດູໜາວ, ອາກາດຢູ່ທົ່ວທຸກໆເມືອງທຸກໆແຂວງທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນເມືອງໄຊຈຳພອນ ແຂວງບໍລິຄຳໄຊ ທີ່ເປັນເມືອງພູດອຍ ກໍ່ເປັນອີກເມືອງໜຶ່ງທີ່ປະສົບກັບຄວາມໜາວເຢັນ ຫຼາຍພໍສົມຄວນ ເພາະເປັນເມືອງໜື່ງທີ່ມີເນື້ອທີ່ພູມສັນຖານພູກວມເອົາ 95%, ເພາະສະນັ້ນ ຈຶ່ງມັກພົບກັບອາກາດເຢັນ ແລະ ອາກາດກໍ່ປ່ຽນແປງຢູ່ເລື້ອຍໆ. ໃນວັນທີ 06 ມັງກອນ […] -
3 ແຂວງ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວໂຄງການບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ
Posted on January 11, 2021 | No Commentsໃນວັນທີ 6 ມັງກອນ 2021 3 ແຂວງ ຄື: ແຂວງບໍລິຄໍາໄຊ, ແຂວງຄຳມ່ວນ ແລະ ແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼູບ ແລະ ແລກປ່ຽນບົດຮຽນ ການເຄື່ອນໄຫວໂຄງການບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າຂື້ນ ຢູ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ວຽງທອງ […] -
ໂຄງການລາວ 030 ມອບຄອມພິວເຕີໃຫ້ 2 ບ້ານຂອງເມືອງຄຳເກີດ
Posted on January 11, 2021 | No Commentsໃນຕອນເຊົ້າຂອງວັນທີ 6 ມັງກອນ 2021 ໂຄງການລາວລຸກຊໍາບວກ 030 ໄດ້ລົງມາມອບຄອມພິວເຕີໃຫ້ ບ້ານນາເດື່ອ ແລະ ບ້ານທົ່ງວຽງຄຳ ເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍການນຳພາຂອງ ທ່ານ ສົມປອງ ອິນໄຊຍະວົງ ຫົວໜ້າຂະແໜງຮ່ວມມືສາກົນ ພະແນກແຜນການ ແລະ ການລົງທຶນ […] -
ພະແນກແຮງງານ ແລະ ສະຫວັດດີການສັງຄົມ ມອບເຄື່ອງໃຫ້ເມືອງຄໍາເກີດ
Posted on January 11, 2021 | No Commentsໃນຕອນເຊົ້າຂອງວັນທີ 5 ມັງກອນ 2021 ນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບເຄື່ອງໃຫ້ເມືອງຄໍາເກີດ ແຂວງບໍລິຄໍາໄຊ ນຳພາໂດຍ ທ່ານ ນ. ໂສພາ ຈັນທະວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ […] -
ພະແນກການຕ່າງປະເທດ ແລະ ຮສສ ປະກາດການຈັດຕັ້ງ
Posted on January 8, 2021 | No Commentsພິທີປະກາດການຈັດຕັ້ງຫົວໜ້າພະແນກການຕ່າງປະເທດແຂວງ ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2021 ຢູ່ຫ້ອງປະຊຸມຂອງຕົນ ເຂົ້າຮ່ວມໂດຍ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ […] -
ເມືອງປາກຊັນ ຈັດຝຶກອົມຮົມ ກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2
Posted on January 7, 2021 | No Commentsການຈັດຝຶກອົມຮົມ, ເຊື່ອມຊຶມເນື້ອໃນເອກະສານ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກປະຊາຊົນແຂວງບໍລິຄຳໄຊ ຊຸດທີ 2 ໄດ້ຈັດຂຶ້ນ ໃນວັນທີ 7 ມັງກອນ 2021 ທີ່ສະໂມສອງປົກຄອງເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ໄມຈອມ ວັນນະສານຄຳ […] -
ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ສ້າງຂະບວນການອອກແຮງງານ
Posted on January 7, 2021 | No Commentsເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍ ຄວາມສໍາຄັນ, ໃນວັນທີ […] -
ບໍລິຄຳໄຊ ແຕ່ງຕັ້ງຮອງເຈົ້າແຂວງ 2 ທ່ານ
Posted on January 7, 2021 | No Commentsໂດຍປະຕິບັດຕາມຂໍ້ຕົກລົງ ຂອງເຈົ້າແຂວງບໍລິຄຳໄຊ ເລກທີ 828/ຂບຊ, ລົງວັນທີ 28 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງຮອງເຈົ້າແຂວງບໍລິຄຳໄຊ, ໃນວັນທີ 7 ມັງກອນ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດພິທີມອບ-ຮັບ ແບ່ງໜ້າທີ່ວຽກງານ ລະຫວ່າງ ທ່ານ ບຸນເສັງ ປະທຳມະວົງ […] -
1 ປີຜ່ານມາ ໂຮງໝໍແຂວງ ມີຜູ້ມາໃຊ້ບໍລິການເກືອບ 40.000 ເທື່ອຄົນ
Posted on January 7, 2021 | No Commentsກອງປະຊຸມ ສະຫຼຸບວຽກງານປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ມັງກອນ 2021 ຢູ່ຫ້ອງປະຊຸມຂອງໂຮງໝໍແຂວງບໍລິຄໍາໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະຈາກພະແນກສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍແຂວງ, ຫົວໜ້າ, […] -
ນັກທຸລະກິດເມືອງຄຳເກີດ ນຳເຄື່ອງຕ້ານໄພໜາວ ມອບໃຫ້ປະຊາຊົນ 3 ບ້ານ ເມືອງໄຊຈຳພອນ
Posted on January 6, 2021 | No Commentsເພື່ອເປັນການບັນເທົາທຸກ ແລະ ຕ້ານກັບໄພໜາວ ໃຫ້ກັບພໍ່ແມ່ປະຊົນຊົນເມືອງໄຊຈຳພອນ ໃນວັນທີ 05 ມັງກອນ 2021ນີ້ ທ່ານ ທະຍາ ພາພີມ ນັກທຸລະກິດເມືອງຄໍາເກີດ ພ້ອມດ້ວຍພະສົງ-ສຳມະເນນ ຈາກວັດອຸດົມ, ບ້ານແສນອຸດົມ, ເມືອງຄຳເກີດ, ແຂວງບໍລິຄຳໄຊ ໄດ້ນຳເອົາເຄື່ອງນຸ່ງຫົ່ມ ແລະ […] -
ເຈົ້າໜ້າທີ່ ເມືອງຄຳເກີດ ຮວບຕົວຜູ້ຄ້າຂາຍຢາບ້າ ພ້ອມຂອງກາງ 12,062 ເມັດ
Posted on January 6, 2021 | No Commentsໃນວັນທີ 21 ທັນວາ 2020 ເຈົ້າໜ້າທີ່ ປກສ ເມືອງຄຳເກີດ ໄດ້ກັກຕົວຜູ້ຖືກຫາ ຊື່ ນາງ ນາລີ ບຸດຕະວົງ ອາຍຸ 36 ປີ, ປະຊາຊົນ ບ້ານນໍ້າພາວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ […] -
ແຂວງບໍລິຄຳໄຊ ອະໄພຍະໂທດ ໃຫ້ແກ່ນັກໂທດ 100 ກວ່າຄົນ
Posted on January 6, 2021 | No Comments. ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ 2020 ຄົບຮອບ 45 ປີ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດອະໄພຍະໂທດ ແລະ ຜ່ອນໂທດ ໃຫ້ນັກໂທດຜູ້ທີ່ສ້າງຄຸນງາມຄວາມດີ, ຕື່ນຕົວສະໝັກໃຈ ປະຕິບັດລະບຽບຂອງຄ້າຍຄຸມຂັງ-ດັດສ້າງໄດ້ດີ ພິທີດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 31 […] -
ກະກຽມໃຫ້ແກ່ການເລຶອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II
Posted on January 6, 2021 | No Commentsໃນຕອນເຊົ້າຂອງວັນທີ 30 ທັນວາ 2020ນີ້ ຢູ່ທີ່ຫ້ອງປະຊຸມເມືອງໄຊຈໍາພອນ, ໄດ້ມີກອງປະຊຸມຄົ້ນຄວ້າ ປຶກສາຫາລື ເພຶ່ອກະກຽມໃຫ້ແກ່ການເລຶອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II. ພາຍໃຕ້ການເປັນປະທານ ຂອງທ່ານ ໂກ່ ໄຊສົມບັດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ, ມີຄະນະປະຈຳພັກເມືອງ, […] -
ພິທີ ມອບ – ຮັບ ໜ້າທີ່ ລະຫວ່າງ ເຈົ້າເມືອງ ທ່າພະບາດ ຜູ້ເກົ່າ ແລະ ຜູ້ໃໝ່
Posted on January 6, 2021 | No Commentsໃນຕອນເຊົ້າ ຂອງວັນທີ 31 ທັນວາ 2020 ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ທ່າພະບາດ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາພັກເມືອງ ເຈົ້າເມືອງ ທ່າພະບາດ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເປັນປະທານ […]