ບໍລິຄຳໄຊ ຕີລາຄາຄືນວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

ກອງປະຊຸມ ສະຫຼຸບວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ປະຈຳປີ 2020 ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2021 ຢູ່ຫ້ອງປະຊຸມພະແນກ ຖວທ ແຂວງ ໂດຍການເປັນປະທານຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະກຳມະການຄຸ້ມຄອງສິນຄ້າ ແລະ ຄ່າບໍລິການ ຂັ້ນແຂວງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ວຽກງານຄຸ້ມຄອງສິນຄ້າ ແລະ ຄ່າບໍລິການ ລາຍການສິນຄ້າທີ່ຕ້ອງໄດ້ຕິດຕາມຢ່າງເປັນປົກກະຕິມີ 8 ປະເພດ, ເຊິ່ງມີ 23 ສິນຄ້າ ທີ່ມີຄວາມອ່ອນໄຫວສູງ, ມີຄວາມຈຳເປັນ ແລະ ມີຜົນກະທົບໄວ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ສຳລັບການຄ້ອງຄອງລາຄາສິນຄ້າໃນໄລຍະ 1 ປີ ຖ້າທຽບໃສ່ປີ 2019 ເຫັນວ່າລາຄາສິນຄ້າບາງປະເພດ ມີການເໜັງຕີງເພີ່ມຂຶ້ນ ແລະ ຫຼຸດລົງ ຕາມກົນໄກເສດຖະກິດຕະຫຼາດ, ໃນນີ້ ສິນຄ້າເຂົ້າສານໜຽວ ປະເພດ 1 ແລະ 2 ມີການປັບຕົວເພີ່ມຂຶ້ນ ສະເລ່ຍ 200ກີບ/ກິໂລ ເທົ່າກັບ 33%, ເຂົ້າສານຈ້າວປະເພດ 1 ແລະ 2 ເພີ່ມຂຶ້ນ 167 ກີບ/ກິໂລ ເທົ່າກັບ 2,13%, ຊີ້ນໝູ ເພີ່ມຂຶ້ນ 6.000 ກີບ/ກິໂລ ເທົ່າກັບ 17,65%, ປານິນ ເພີ່ມຂຶ້ນ 333ກີບ/ກິໂລ ເທົ່າກັບ 1,69%, ປາດຸກລ້ຽງ ເພີ່ມຂຶ້ນ 3.182 ກີບ/ກິໂລ ເທົ່າກັບ 21,21%, ໄກ່ລາດປອກ ຫຼຸດລົງ 1.818 ກີບ/ກິໂລ ເທົ່າກັບ 3,64%, ເປັດປອກ ຫຼຸດລົງ 4.545 ກີບ/ກິໂລ ເທົ່າກັບ 10,1%, ແຕ່ສິນຄ້າປະເພດຊີ້ນງົວ, ຊີ້ນຄວາຍ ແມ່ນຢູ່ໃນສະພາບປົກກະຕິ ແລະ ສິນຄ້າປະເພດນ້ຳມັນເຊື້ອໄຟ ມີການປັບລາຄາຫຼຸດລົງ 8 ຄັ້ງ ແລະ ປັບລາຄາຂຶ້ນ 10 ຄັ້ງ.

ພ້ອມນັ້ນ ຍັງສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາ ແລະ ແນະນຳກ່ຽວກັບການກຳນົດລາຄາ ຫ້າມຂຶ້ນລາຄາຜ້າອັດປາກ-ດັງ, ຖົງມື, ຢາ ແລະ ຜະລິດຕະພັນຕ່າງໆ ທີ່ນຳໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ-19, ລົງກວດການມາດຕະຖານການຊັ່ງຜອງ ແລະ ຄຸນນະພາບສິນຄ້າ ຢູ່ບັນດາຕະຫຼາດ ພົບເຫັນສິນຄ້າໝົດອາຍຸ ແລະ ບໍ່ໄດ້ຄຸນນະພາບ 10 ຮ້ານ, ມີ 7 ລາຍການ, ຢູ່ຕາມໂຮງຮຽນປະຖົມ 2 ຮ້ານ ມີ 3 ລາຍການ, ການນຳເຂົ້າສິນຄ້າປະເພດຜະລິດຕະພັນສັດ ແລະ ອາຫານທະເລ ທີ່ບໍ່ຖືກຕ້ອງຈາກຕ່າງປະເທດ 522 ກິໂລ ມູນຄ່າ 3.455.000 ກີບ ແລະ ສາມາດປັບໃໝໄດ້ 1.000.000 ກີບ, ສຳລັບສິນຄ້າ ແມ່ນໄດ້ຈັດພິທີທຳລາຍຕາມລະບຽບການ.

ຫຼັງຈາກນັ້ນ ຜູ້ແທນກອງປະຊຸມ ຍັງໄດ້ມີການສະເໜີແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການເຮັດໃຫ້ວຽກງານການຄຸ້ມຄອງສິນຄ້າ ແລະ ຄ່າບໍລິການ ມີຄວາມຖືກຕ້ອງຊັດເຈັນ, ເພີ່ມການປະສານງານລະຫວ່າງພາກສ່ວນກ່ຽວຂ້ອງ, ການສົ່ງເສີມການຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ, ການຍົກລະດັບຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າ ຕໍ່ຜູ້ບໍລິໂພກ ແລະ ວຽກງານອື່ນໆ.

About admins14