ພິທີເຊັນສັນຍາໂຄງການກໍ່ສ້າງ ແລະ ສ້ອມແປງໂຮງຮຽນປະຖົມສົມບູນບ້ານນໍ້າເຕັກ ແລະ ບ້ານ ພູຄໍາ

 

ພິທີເຊັນສັນຍາ ໂຄງການກໍ່ສ້າງ ແລະ ສ້ອມແປງໂຮງຮຽນປະຖົມສົມບູນ ບ້ານນໍ້າເຕັກ, ສ້ອມແປງໂຮງຮຽນປະຖົມ ບ້ານພູຄໍາ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 13 ມັງກອນ 2021 ຢູ່ສະໂມສອນຂອງເມືອງບໍລິຄັນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງບໍລິຄັນ, ມີຕາງໜ້າໂຄງການ ລາວ 030 ປະຈໍາແຂວງບໍລິຄໍາໄຊ, ບັນດາຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ, ພະນັກງານບໍລິສັດ ເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າເມືອງບໍລິຄັນ ເລກທີ 026/ມບຄ, ລົງວັນທີ 7 ມັງກອນ 2021 ວ່າດ້ວຍການຮັບຮອງເອົາບໍລິສັດເຂົ້າຮັບເໝົາໂຄງການກໍ່ສ້າງ ແລະ ສ້ອມແປງໂຮງຮຽນປະຖົມສົມບູນ ບ້ານນໍ້າເຕັກ ໂດຍແມ່ນບໍລິສັດ ສຸຂະວົງ ກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາໂຄງການ ລວມມູນຄ່າ 391,861,800 ກີບ ແລະ ສ້ອມແປງໂຮງຮຽນປະຖົມສົມບູນບ້ານ ພູຄໍາ ເຊິ່ງແມ່ນບໍລິສັດ ນິລັນກໍ່ສ້າງຄົບວົງຈອນ ເປັນຜູ້ຮັບເໝົາ ມຸນຄ່າ 380,312,192ກີບ.

ງົບປະມານທີ່ໄດ້ຮັບ ແມ່ນທືນຊ່ວຍເຫຼືອຈາກໂຄງການລາວ 030.

About admin11