ສະຫະພັນແມ່ຍິງຮາກຖານ ປກສ ແຂວງ ປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ

ໃນວັນທີ 07 ມັງກອນ 2021 ສະຫະພັນແມ່ຍິງຮາກຖານ ປກສ ແຂວງ ໄດ້ຈັດພິທິປາຖະກະຖາມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ( ວັນທີ 09 ມັງກອນ 1966 – 09 ມັງກອນ 2021 ) ຢູ່ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາວັນສໍາຄັນດັ່ງກ່າວ ໂດຍ ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ.

ທ່ານ ພັອ ກົງຈັນ ໄຊປັນຍາ ໄດ້ຍົກໃຫ້ເຫັນ ການກໍາເນີດ ເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອນໍາພາຂະບວນການຕໍ່ສູ້ປະຕິວັດຢູ່ລາວ, ພັກ ຖືວ່າແມ່ຍິງ ແມ່ນເປັນກໍາລັງໜຶ່ງທີ່ສໍາຄັນ, ເປັນກໍາລັງແຮງອັນໃຫຍ່ຫຼວງ ໃນທຸກຂົງເຂດວຽກງານ, ມີບົດບາດ, ຖານະທີ່ຕັ້ງສໍາຄັນຍີ່ງໃນຄອບຄົວ, ສາມາດຕັດສີນຕໍ່ພາລະກິດຂອງລູກ ແລະ ຜົວ, ດັ່ງນັ້ນ ພັກໄດ້ວາງນະໂຍບາຍກ່ຽວກັບການປົດປ່ອຍແມ່ຍິງ, ດັ່ງຄໍາເວົ້າທີ່ວ່າ: ຢາກປົດປ່ອຍແມ່ຍິງ ຕ້ອງບົນພື້ນຖານການປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ, ຢາກປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ ຕ້ອງປຸກລະດົມແມ່ຍິງ ໃຫ້ເຂົ້າຮ່ວມເປັນຂະບວນການຢ່າງກ້ວາງຂວາງຟົດຟື້ນ ແລະ ຕ້ອງປົດປ່ອຍແມ່ຍິງຢ່າງແທ້ຈິງ.

ມາຮອດວັນທີ 20 ກໍລະກົດ 1955 ພັກປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂື້ນຢ່າງເປັນທາງການ ເພື່ອນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງລາວໃນທົ່ວປະເທດ, ມາຮອດວັນທີ 9 ມັງກອນ 1966 ສະມາຄົມແມ່ຍິງໃນກໍາລັງປ້ອງກັນຄວາມສະຫງົບ ກໍ່ໄດ້ຮັບການສ້າງຕັ້ງຂື້ນຢູ່ບ້ານນາໄກ່, ເມືອງວຽງໄຊ, ແຂວງຫົວພັນ ເຊີ່ງໃນເບື້ອງຕົ້ນເອີ່ນວ່າ: ຈຸແມ່ຍິງຫ້ອງການສັນຕິລາດສູນກາງ ຂື້ນກັບໜ່ວຍແມ່ຍິງຫ້ອງການແນວລາວຮັກຊາດ ໂດຍແມ່ນ ສະຫາຍ ນາງ ຜາລີ ອິນດາວົງ ເປັນຫົວໜ້າ, ສະຫາຍ ນາງ ຈັນທອນ ເປັນຮອງ, ສະຫາຍ ນາງ ຈັນອົບ ຈັນທະລາ ເປັນຄະນະ ພ້ອມສະມະຊິກ 08 ສະຫາຍ.

ພາຍຫຼັງໄດ້ຮັບການສ້າງຕັ້ງຂື້ນ ກໍ່ໄດ້ຈັດຕັ້ງເຄື່ອນໄຫວປຸກລະດົມ, ຂົນຂວາຍເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ຜູ້ມີເງື່ອນໄຂອອກສູ່ສະໜາມຮົບ ຕໍ່ສູ້ປະຈັນບານກັບສັດຕູໂດຍກົງ, ປ້ອງກັນ, ເບີ່ງແຍງ-ຮັບໃຊ້ການນໍາ ແລະ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ນອກນັ້ນ ຍັງໄດ້ນໍາພາເອື້ອຍນ້ອງແມ່ຍິງເຮັດວຽກງານແນວຫຼັງ ພາຍໃຕ້ຄໍາຂວັນທີ່ວ່າ: ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສີ່ງທຸຫຢ່າງເພື່ອຕີເອົາຊະນະສັດຕູ.

ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນແມ່ຍິງ ກໍາລັງປ້ອງກັນຄວາມສະຫງົບ ແມ່ນມີ 2 ໄລຍະ ຄື: ໄລຍະທີ່ 1 ແຕ່ປີ 1966-1975, ໄລຍະທີ່ 2 ແຕ່ປີ 1975 ຮອດປະຈຸບັນ, ກອງປະຊຸມໃຫຍ່ຄັ້ງທີ່ VII ຜູ້ແທນແມ່ຍິງກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂື້ນໃນວັນທີ 24 ມີນາ 2020 ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຊຸດໃໝ່ປະກອບມີ 19 ສະຫາຍ ຄື: ສະຫາຍ ພັທ ນາງ ຄໍາຢາດ ວິໄລວັນ ເປັນປະທານ, ສະຫາຍ ພັທ ນາງ ບຸນທະວິ ພິລາວັນ ເປັນຮອງປະທານ ແລະ ສະຫາຍ ພັທ ນາງ ຈັນທະໜອມ ວົງສົມພູ ເປັນຮອງປະທານທັງເປັນປະທານກວດກາ ແລະ ຄະນະບໍລິຫານງານຈໍານວນ 17 ສະຫາຍ, ປະກອບມີ 18 ຮາກຖານ, 136 ໜ່ວຍ, ມີສະມາຊິກ 3,386 ສະຫາຍ, ກອງປະຊຸມໃຫຍ່ ຍັງໄດ້ຮັບຮອງເອົາແຜນພັດທະນາແມ່ຍິງກະຊວງປ້ອງກັນຄວາມສະຫງົບໄລຍະ 5 ປີ ເຊີ່ງລວມມີ 6 ແຜນງານ 25 ໂຄງການ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຕອນທ້າຍ ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ເນັ້ນໜັກໃຫ້ຄະນະສະຫະພັນແມ່ຍິງຮາກຖານ, ຄະນະໜ່ວຍ ແລະ ບັນດາເອື້ອຍນ້ອງຍິງທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງ ຈົ່ງພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງແມ່ຍິງລາວ ກໍ່ຄືມູນເຊື້ອຂອງແມ່ຍິງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ອອກແຮງແຂ່ງຂັນສ້າງຜົນງານ, ເປັນເຈົ້າການປະຕິບັດວຽກງານວິຊາສະເພາະດ້ານຕ່າງໆ ທີ່ການຈັດຕັ້ງມອບໝາຍໃຫ້ ໂດຍຕິດພັນກັບວຽກງານຂະບວນການ 3 ດີ ຂອງແມ່ຍິງລາວວາງອອກໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ.

About admin11