ເມືອງປາກຊັນ ຈັດຝຶກອົມຮົມ ກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2

ການຈັດຝຶກອົມຮົມ, ເຊື່ອມຊຶມເນື້ອໃນເອກະສານ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກປະຊາຊົນແຂວງບໍລິຄຳໄຊ ຊຸດທີ 2 ໄດ້ຈັດຂຶ້ນ ໃນວັນທີ 7 ມັງກອນ 2021 ທີ່ສະໂມສອງປົກຄອງເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ, ມີບັນດາຄະນະກຳມະການເລືອກຕັ້ງຂັ້ນເມືອງ, ອະນຸກຳມະການ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າໜ່ວຍປ່ອນບັດ ຈຳນວນ 32 ໜ່ວຍ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງ ທີ່ຮັບຜິດຊອບຢູ່ໃນໜ່ວຍປ່ອນບັດ ແລະ ນາຍບ້ານ 54 ບ້ານ ທົ່ວເມືອງປາກຊັນ ເຂົ້້າຮ່ວມ.

ໃນການຝຶກອົມຮົມຄັ້ງນີ້ ທ່ານ ໄມຈອມ ວັນນະສານຄຳ ນຳສະເໜີເນື້ອໃນມະຕິກົມການເມືອງສູນກາງພັກ ເລກທີ 118/ກມສພ, ລົງວັນທີ 7 ກັນຍາ 2020 ວ່າດ້ວຍການເພີ່ມທະວີ, ການຊີ້ນຳ-ນຳພາຂອງຄະນະພັກ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II.

ພ້ອມນີ້, ຜູ້ເຂົ້້າຮ່ວມອົມຮົມ ຍັງໄດ້ຮັບຟັງການນໍາສະເໜີ ບົດເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ນຳສະເໜີບົດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ບົດຄຳຖາມ-ຄຳຕອບ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ຄໍາແນະນໍາຂອງຄະນະປະຈຳການ, ກໍາມະການລະດັບຊາດ ກ່ຽວກັບການປ່ອນບັດ, ການນັບຄະແນນສຽງ ແລະ ການປະກາດຜົນ, ຄໍາແນະນໍາຂອງຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍການຝຶກອົບຮົມການເລືອກຕັ້ງ, ຄຳແນະນຳຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ວ່າດ້ວຍການໂຄສະນາ ແລະ ປຸກລະດົມຂະບວນການໃນບັ້ນເລືອກຕັ້ງສະມາຊິກແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ, ນຳສະເໜີແຈ້ງການຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເລື່ອງກໍານົດໜ່ວຍປ່ອນບັດເລືອກຕັ້ງ ແລະ ຄຳແນະນຳຂອງຄະນະກຳມະການເລືອກຕັ້ງລະດັບຊາດກ່ຽວກັບການໂຄສະນາຫາສຽງ ໃຫ້ຜູ້ສະໝັກຮັບເລືອກຕັ້ງ.

ການຈັດອົບຮົມນີ້ ກໍ່ເພື່ອເປັນການກະກຽມ ພ້ອມທັງສຶກສາອົບຮົົມໃຫ້ສະມະຊິກພັກ, ພະນັກງານ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບສິດເປັນເຈົ້າຂອງປະຊາຊົນໃຫ້ດີຂຶ້ນ, ບົນພື້ນຖານຄວາມຮັບຮູ້, ຄວາມເຂົ້າໃຈ ເພື່ອຊຸກຍູ້ປຸກລະດົມສະມາຊິກພັກ, ພະນັກງານ ໃຫ້ມີຄວາມຕື່ນຕົວ ແລະ ເປັນເຈົ້າການນຳໃຊ້ສິດຂອງຕົນ ເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິພາບ.

About admins16