ພະແນກແຮງງານ ແລະ ສະຫວັດດີການສັງຄົມ ມອບເຄື່ອງໃຫ້ເມືອງຄໍາເກີດ

ໃນຕອນເຊົ້າຂອງວັນທີ 5 ມັງກອນ 2021 ນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບເຄື່ອງໃຫ້ເມືອງຄໍາເກີດ ແຂວງບໍລິຄໍາໄຊ ນຳພາໂດຍ ທ່ານ ນ. ໂສພາ ຈັນທະວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ຕ້ອນຮັບໂດຍ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ, ມີຫົວໜ້າຄະນະ ແລະ ພະນັກງານຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີຈຳນວນ 37 ແກັດ ໃນນັ້ນ ມີ ເສື້ອກັນໜາວ, ເກີບ, ເສື້ອຍືດ, ໂສ້ງ, ຖົງມື, ກະເປົາ, ໝວກ, ປຶ້ມ 200 ຫົວ, ນອກນັ້ນ ຍັງມີ ເຄື່ອງມືສອງປະສົມ 30 ເປົາ ແລະ ເກືອ 10 ຖົງ.

ກ່າວມອບໂດຍ ທ່ານ ນ. ໂສພາ ຈັນທະວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ກ່າວຮັບໂດຍ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ ໂດຍຊ້ອງໜ້າພະນັກງານ ແຂວງ ແລະ ເມືອງ.

ການນຳເຄື່ອງມາມອບໃຫ້ເມືອງຄຳເກີດໃນຄັ້ງນີ້ ກໍ່ເພື່ອ ໃຫ້ການຈັດຕັ້ງຂັ້ນເມືອງ ນຳໄປມອບຕໍ່ໃຫ້ພໍ່ແມ່ປະຊາຊົນ ທີ່ພວມປະສົບໄພໜາວ, ທັງເປັນການແກ້ໄຂບັນເທົາທຸຸກ ໃຫ້ຄອບຄົວທີ່ຂາດເຂີນ ອີກດ້ວຍ.

 

About admin11