ການນຳເມືອງ ທ່າພະບາດ ລົງມອບເຄື່ອງບັນເທົາທຸກ

ເພື່ອເປັນການແບ່ງເບົາບັນເທົາທຸກ ໃຫ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກ ໃຫ້ມີຊີວິດທີ່ດີຂື້ນກວ່າເກົ່າ ໃນວັນທີ 8 ມັງກອນ 2021 ທ່ານ ພັທ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະກອນໃນການປຸກສ້າງເຮືອນຈຳນວນໜື່ງ ເຊິ່ງປະກອບມີ: ຊີມັງ 1 ໂຕນ, ສັງກະສີ 56 ແຜ່ນ, ສັງກະສີລຽບ 4 ກໍ້, ເຫຼັກ 10: 16 ເສັ້ນ, ເຫຼັກ 6: 10 ເສັ້ນ, ຫີນ 1 ລົດ , ຊາຍ 1 ລົດ, ດິນບ໋ອກ 1.000 ກ້ອນ ມາມອບເພື່ອປຸກສ້າງເຮືອນໃຫ້ຄອບຄົວ ຂອງ ທ້າວ ອາຄົມ ບ້ານ ນາແຄນ ເມືອງ ທ່າພະບາດ ລວມມູນຄ່າ 4.650.000 ກີບ.

ທຶນໃນການຊ່ວຍເຫຼືອຄັ້ງນີ້ ແມ່ນໄດ້ມາຈາກການລະດົມຂອງຊາວໝຸ່ມເມືອງ ທ່າພະບາດ 4.000.000 ກີບ ແລະ ຫ້ອງການ ກະສິກຳ ແລະ ປ່າໄມ້ 650.000 ກີບ, ໂອກາດດັ່ງກ່າວນີ້ ທ່ານ ເຈົ້າເມືອງກໍ່ໄດ້ໂອ້ລົມຕໍ່ຄອບຄົວດັ່ງກ່າວ ຈົ່ງໄດ້ຕັ້ງໃຈ ຊູ້ຊົນ ບຸກບືນ , ຫ້າວຫັນ, ດຸໜັ້ນຂະຫຍັນພຽນ ນຳພາຄອບຄົວຂອງຕົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ໄດ້.

 

About admin11