ການນຳເມືອງ ແລະ ນັກທຸລະກິດເມືອງປາກກະດິງ ມອບວັດຖຸ ແລະ ເງິນສົມທົບທຶນ ສ້າງອາຄານໂຮງຮຽນມູນລະປະຖົມບ້ານທ່າກັນຖິນຫຼັງໃໝ່

 

ໃນຕອນເຊົ້າວັນທີ 13 ມັງກອນ 2021 ຢູ່ທີ່ໂຮງຮຽນມູນລະປະຖົມ ບ້ານທ່າກັນຖິນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີມອບ-ຮັບວັດຖຸ ແລະ ເງິນສົມທົບທືນສ້າງອາຄານໂຮງຮຽນມູນລະປະຖົມບ້ານທ່າກັນຖິນຫຼັງໃໝ່ ມູນຄ່າຫຼາຍກ່ວາ 32 ລ້ານກີບ.

ທ່ານ ວັນທອງ ໄຊອຸດົມ ນາຍບ້ານທ່າກັນຖິນ ໄດ້ລາຍງານ ວ່າ: ອາຄານໂຮງຮຽນມູນລະປະຖົມ ຫລັງເກົ່າ ຊຸດໂຊມຫລາຍ ເຮັດໃຫ້ການຮຽນ – ການສອນ ພົບຄວາມຫຍຸ້ງຍາກ, ອຳນາດການປົກຄອງບ້ານ ຈຶ່ງໄດ້ລະດົມທຶນ ຈາກພໍ່ແມ່ປະຊາຊົນ ໄດ້ 9 ລ້ານກີບ, ຕໍ່ກັບສະພາບດັ່ງກ່າວ ການນຳຂັ້ນເມືອງ ຈຶ່ງໄດ້ປຸກລະດົມມາຍັງນັກທຸລະກິດ ແລະ ອົງການພາກລັດ ຂັ້ນເມືອງ – ແຂວງ ເພື່ອຮ່ວມທຶນ ຊ່ວຍເຫລືອປຸກສ້າງໂຮງຮຽນດັ່ງກ່າວ ເຊິ່ງມີຫລາຍພາກສ່ວນ ໄດ້ໃຫ້ການຊ່ວຍເຫລືອ ຄື: ທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດິງ ຊີມັງ 1ໂຕ່ນ, ທ່ານ ພັທ ວົງພະຈັນ+ທ່ານຈັນທະບູນ 400.000ກີບ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ+ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຊີມັງ 1 ໂຕ່ນ, ທ່ານ ພູດົງ ບຸນສະຫວັນ 5.000.000ກີບ, ທ່ານນາງ ຂັນຄຳ ກອງສົມບັດ ຊີມັງ 1 ໂຕ່ນ, ທ່ານ ນາງ ຄຳສີ ກອງສົມບັດ ຊີມັງ 10 ເປົາ, ບໍລິສັດພາຍຸຄົບຫີນບ້ານນາຫີນ 1.000.000 ກີບ, ທ່ານ ດາວອນ ເຟີນີເຈີ່ບ້ານດອນໄຊ 100.000 ກີບ, ທ່ານແສງຈັນ 1.000.000ກີບ, ໂຮງງານນ້ຳດື່ມເຮືອງອານົງ 1.500.000 ກີບ, ໂຮງແຮມເພັດສະໝອນ 500.000ກີບ, ທ່ານ ຄຳສິງ ລົດເມນ້ຳທອນ 335.000ກີບ, ກຸ່ມບໍລິສັດຂຸດຄົ້ນດິນດຳ-ດິນແດງ 1.500.000ກີບ, ທ່ານ ໄຊສົງຄາມ ພ້ອມດ້ວຍທີມກິລາບ້ານປາກກະດິງໄຕ້ ປະກອບສ່ວນດິນບ໋ອກ 600 ກ້ອນ, ບໍລິສັດບຸນທຳ ຂຸດຄົ້ນຫີນ-ຊາຍ 1.000.000ກີບ, ທີມງານດ່ານທ່າສະອາດ 500.000ກີບ, ທີມງານນັກກິລານ້ອງຈິໂນ່ບ້ານແກ້ງຫຼວງ 500.000 ກີບ, ທີມງານນັກກິລາທ່ານຂຽວ 400.000ກີບ, ທ່ານ ຄຳພູວັນ 670.000 ກີບ ແລະ ຂັ້ນບ້ານຈັດງານແຂ່ງຂັນກິລາລະດົມທືນໄດ້ 18.291.000 ກີບ, ລວມເປັນເງີນທັງໝົດ 32 ລ້ານກ່ວາກີບ ແລະ ວັດຖຸອີກຈຳນວນໜຶ່ງ.

ໂຮງຮຽນຫລັງນີ້ ສ້າງຂະໜາດ 8 ແມັດ x 20 ແມັດ, ສ້າງດ້ວຍເບຕົງເສີມເຫຼັກ, ໂຄງຫຼັງຄາໄມ້, ມຸງດ້ວຍອາລູຊີ່ງ, ກໍ່ດ້ວຍດິນບ໋ອກ, ໂບກ ແລະ ທາສີ, ມີເພດານ, ຕິດພັດລົມ ແລະ ລະບົບໄຟຟ້າຄົບຊຸດ, ປະກອບດ້ວຍ 2 ຫ້ອງຮຽນ, 1 ຫ້ອງການ, 2 ຫ້ອງນ້ຳ ປະຈຸບັນການກໍ່ສ້າງສຳເລັດແລ້ວ 50%.

ທ່ານພູດົງ ບຸນສະຫວັນ ໄດ້ຕາງໜ້າການນຳ ແລະ ນັກທຸລະກິດເມືອງປາກກະດິງ ມອບວັດຖຸ – ເງິນ ໃຫ້ແກ່ອຳນາດການປົກຄອງບ້ານ ແລະ ເປັນກຽດຮັບໂດຍ ທ່ານ ວັນທອງ ໄຊອຸດົມ ນາຍບ້ານທ່າກັນຖິນ ໂດຍຊ້ອງໜ້າ ທ່ານ ໂຄສາຈານ ແສນທະວີໄຊ ຮອງເລຂາຄະນະບໍລິຫານງານພັກເມືອງປາກະດິງ, ທີຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຄະນະບ້ານພ້ອມດ້ວຍເຖົ້າແກ່ແນວໂຮມບ້ານ ເຂົ້າຮ່ວມເປັນສັກຂີພິຍານ.

About admin11