ເມືອງປາກຊັນ ສຳເລັດການອົມຮົມ ການກະກຽມຄວາມພ້ອມ ໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ

ການຈັດຝຶກອົມຮົມ ເຊື່ອມຊຶ່ມເນື້ອໃນເອກະສານ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກປະຊາຊົນແຂວງບໍລິຄຳໄຊ ຊຸດທີ 2 ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2021 ຢູ່ສະໂມສອນປົກຄອງເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ສຸລິຍາ ລາດສະບົວສີ ຄະນະປະຈະພັກເມືອງ, ຫົວໜ້າຫ້ອງການໂຄສະອົບຮົມເມືອງປາກຊັນ, ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການ, ປກສ, ປກຊ, ອົງການຈັດຕັ້ງບ້ານ, ຫົວໜ້າໜ່ວງານ, ສະມາຊິກພັກ ພ້ອມດ້ວຍພະນັກງານຫຼັກແຫຼງຂອງເມືອງປາກຊັນ ເຂົ້້າຮ່ວມ.

ການຈັດຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ເຊື່ອມຊືມເອກະສານສຳຄັນ ຂອງການເລືອກຕັ້ງ ຄື: ມະຕິເລກທີ 118/ກມສພ, ເອກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າໃນການເລືອກຕັ້ງສະມຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II, ຄໍາຖາມ-ຕອບ ສະພາແຫ່ງຊາດ ແລະ ສະພາຂັ້ນແຂວງ, ຄຳແນະນຳວ່າດ້ວຍການໂຄສະນາ ເລກທີ 05/ຄຂກ.ຂບຊ, ຄຳແນະນໍາເລກທີ 14/ຄປລຊ, ຄຳແນະນຳເລກທີ 08/ຄລປຊ, ຄຳແນະນຳເລກທີ 04/ຄປລຊ, ຄຳແນະນຳເລກທີ07/ຄລຊ ແລະ ເອກະສານທີ່ກ່ຽວຂ້ອງ.

ມາຮອດປະຈຸບັນ ເມືອງປາກຊັນ ແມ່ນມີຄວາມພ້ອມໃນການກະກະກຽມ ໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2 ເຊິ່ງການອົບຮົົມນີ້ ແມ່ນເພື່ອເຮັດໃຫ້ໃຫ້ສະມະຊິກພັກ, ພະນັກງານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບສິດເປັນເຈົ້າຂອງປະຊາຊົນໃຫ້ດີຂຶ້ນ, ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເພື່ອຊຸກຍູ້ປຸກລະດົມສະມາຊິກພັກ, ພະນັກງານ ໃຫ້ມີຄວາມຕື່ນຕົວ ແລະ ເປັນເຈົ້າການນຳໃຊ້ສິດຂອງຕົນ ເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິພາບ.

About admins16