ທ່າພະບາດຈັດກອງປະຊຸມນັກລົງທຶນ ແລະ ຕິດຕາມບົດບັນທຶກ MOM

  

ໃນວັນທີ 15 ມັງກອນ 2021 ຢູ່ຫ້ອງປະຊຸມຫ້ອງວ່າເມືອງທ່າພະບາດ ແຂວງບໍລິະຄຳໄຊ ໄດ້ຈັດກອງປະຊຸມນັກລົງທຶນ ແລະ ຕິດຕາມບົດບັນທຶກ MOM, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງທ່າພະບາດ, ມີບັນດາຂະແໜງການສົ່ງເສີມການລົງທຶນຈາກພະແນກແຜນການ ແລະ ການລົງທຶນແຂວງ, ອົງການຮ່ວມມືເຢຍລະມັນ(GIZ) ແລະສະຫະພັນເອີລົບ(EU), ຫ້ອງການທີ່ກ່ຽວຂ້ອງພາຍໃນເມືອງ ພ້ອມດ້ວຍຕາງໜ້າຈາກອົງການປົກຄອງບ້ານ ແລະ ນັກທຸລະກິດພາຍໃນເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການສ້າງກົນໄກພາຍໃນບໍລິສັດ ເພື່ອສ້າງຄວາມເຂົ້າໃຈລະຫວ່າງນັກລົງທຶນ ແລະ ຊຸມຊົນ, ການພິຈາລະນາ ແລະ ອະນຸມັດການລົງທຶນດ້ວຍການເຊົ່າ – ສໍາປະທານທີ່ດິນເພື່ອປູກພືດກະສິກໍາ ແລະ ການປະເມີນໃນບົດບັນທຶກໂຄງການ(MOM) ຢູ່ພາຍໃນເມືອງທ່າພະບາດ ໂດຍແນໃສ່ ເຮັດໃຫ້ວຽກງານການລົງທຶນ ໄດ້ຮັບຜົນທາງດ້ານປະລິມານ ແລະ ຄຸນນະພາບ.

ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຍົກເອົາບັນຫາບາງດ້ານມາຄົ້ນຄ້ວາ ເພື່ອນໍາໄປແກ້ໄຂໃນຕໍ່ໜ້າ ແລະ ໂອກາດດັ່ງກ່າວອົງການຮ່ວມມືເຢຍລະມັນຈາກ GIZ ໄດ້ມອບຄອມພິມເຕີ່, ເຄື່ອງປຣິນເອກະສານ ແລະ ຕູ້ເຄື່ອງສຽງ ຢ່າງລະ 1 ເຄື່ອງ ໃຫ້ແກ່ເມືອງທ່າພະບາດ ເພື່ອໃຊ້ເຂົ້າໃນວຽກງານລວມຂອງເມືອງ.

About admin11