ຢູນິເທວ ສາຂາແຂວງບໍລິຄໍາໄຊ ມອບລົດຈັກໃຫ້ຜູ້ໂຊກດີ ຈາກການເປີດໃຊ້ບໍລິການ ຢູມັນນີ

ຕອນບ່າຍ ວັນທີ 15 ມັງກອນ 2021 ຢູ່ທີ່ບໍລິສັດ ສະຕາ ໂທລະຄົມ (ຢູນີເທວ) ສາຂາແຂວງ ບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບ ລົດຈັກ Honda Zoomer X ( ຮອນດ່າ ຊຸມເມີເອັກ ) ໃຫ້ກັບລູກຄ້າຜູ້ໂຊກດີ ຈາກການລົງທະບຽນນຳໃຊ້ບໍລິການ “ຢູມັນນີ” ເຊິ່ງເປັນບໍລິການກະເປົາເງິນເທິງມືຖືຂອງຢູນີເທວ, ຕາງໜ້າມອບໂດຍ ທ່ານ ພິດສະດີ ວິໄລວັນ ຮອງຜູ້ອຳນວຍການ-ການຕະຫຼາດ ບໍລິສັດຢູນິເທວ ສາຂາແຂວງບໍລິຄຳໄຊ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ລັດສະໝີ ກົງວົງທອງ ອາຊີບ ພະນັກງານ, ປະຈຸບັນຢູ່ບ້ານ ບົວແວງຄໍາ ເມືອງປາກຊັນ ແຂວງບໍລິຄໍາໄຊ ທີ່ເປັນຜູ້ໂຊກດີຈາກການນໍາໃຊ້ບໍລິການຂອງ ຢູມັນນີ, ມີພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພະຍານ.

ທ່ານ ພິດສະດີ ວິໄລວັນ ຮອງຜູ້ອຳນວຍການ-ການຕະຫຼາດ ບໍລິສັດ ຢູນິເທວ ສາຂາແຂວງບໍລິຄຳໄຊ ໄດ້ກ່າວວ່າ: ຈຸດປະສົງໃນການມອບລາງວັນໃນຄັ້ງນີ້ ແມ່ນເພື່ອສະເຫຼີມສະຫຼອງການເປີດໂຕການບໍລິການ ຢູມັນນີ ຄົບຮອບ 2 ປີ ແລະ ການມອບ ລົດຈັກ Honda Zoomer X ( ຮອນດ່າ ຊຸມເມີເອັກ ) ໃນຄັ້ງນີ້ ກໍ່ເພື່ອເປັນການຄືນກໍາໄລໃຫ້ກັບລູກຄ້າທີ່ນໍາໃຊ້ບໍລິການຂອງ ຢູນີເທວ. ສໍາລັບເງື່ອນໄຂຂອງລູກຄ້າ ທີ່ໄດ້ຮັບລາງວັນໃນຄັ້ງນີ້, ແມ່ນລູກຄ້າທີ່ລົງທະບຽນນຳໃຊ້ບໍລິການຢູມັນນີໃໝ່ ແລະ ມີການນໍາເອົາເງິນເຂົ້າໃນບັນຊີ ມູນຄ່າ 50,000 ກີບ ຂຶ້ນໄປ ກໍ່ມີສິດລຸ້ນຮັບລາງວັນຈາກການສຸ່ມຫາຜູ້ໂຊກດີຂອງ ຢູມັນນີ.

ທ່ານ ພິດສະດີ ວິໄລວັນ ໄດ້ກ່າວຕື່ມອີກວ່າ: ການບໍລິການ ຢູມັນນີ ຫຼື ກະເປົາເງີນ ຢູມັນນີ ແມ່ນຜະລິດຕະພັນຂອງບໍລິສັດ ສະຕາ ຟີນເທັກ ເຊີ່ງເປັນບໍລິສັດລູກ ຂອງ ບໍລິສັດສະຕາ ໂທລະຄົມ ຈໍາກັດ ( ຢູນິເທວ) ທີ່ໄດ້ເປີດດໍາເນີນການມາແຕ່ປີ 2018, ກະເປົາເງີນ ຢູມັນນີ ມີໜ້າທີ່ບໍລິການເຮັດທຸລະກໍາທາງການເງີນເທິງມືຖື, ທ່ານສາມາດໂອນເງີນ, ຖອນເງີນ, ຊໍາລະຄ່າບໍລິການ, ຊື້ເຄື່ອງອຸປະໂພກ-ບໍລິໂພກ, ຊື້ຫວຍ ແລະ ບໍລິການອື່ນໆໄດ້, ເປັນລະບົບທີ່ສາມາດນໍາໃຊ້ໄດ້ກັບໂທລະສັບທຸກລຸ້ນທຸກປະເພດ, ບໍ່ວ່າຈະເປັນລຸ້ນເກົ່າ, ລຸ້ນໃໝ່, ພຽງແຕ່ທ່ານມີ ແລະ ນໍາໃຊ້ເບີຂອງຢູນິເທວ ບໍ່ວ່າຈະເປັນເບີ 020, 030 ກໍ່ຄືກັບດັ່ງທີ່ທ່ານມີ 01 ບັນຊີທະນາຄານເທິງມືຖື, ສ່ວນລາຍລະອຽດການເປີດນໍາໃຊ້ ຫຼື ການບໍລິການຂອງ ຢູມັນນີ ສາມາດສອບຖາມຕາມປ່ອງບໍລິການລູກຄ້າຂອງຢູນິເທວແຕ່ລະສາຂາໃກ້ບ້ານທ່ານ.

ໂອກາດດຽວກັນ ຜູ້ໂຊກດີກໍ່ໄດ້ກ່າວສະແດງຄໍາຂອບໃຈທາງບໍລິສັດ ຢູນິເທວ ທີ່ໄດ້ຈັດໂຄງການຄືນກໍາໄລໃຫ້ລູກຄ້າ ຈື່ງເຮັດໃຫ້ຕົນກາຍເປັນຜູ້ໂຊກດີໃນຄັ້ງນີ້, ພ້ອມທັງອວຍພອນໄຊອັນປະເສີດໃຫ້ອໍານວຍການບໍລິສັດພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານທຸກຄົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ການດໍາເນີນທຸລະກິດຄ້າຂາຍກໍ່ຂໍໃຫ້ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ແລະ ຂໍໃຫ້ທາງບໍລິສັດສືບຕໍ່ຈັດກິດຈະກໍາດີໆແບບນີ້ໄປເລື້ອຍໆເພື່ອມອບໂຊກຄືນກໍາໄລໃຫ້ລູກຄ້າຕະຫຼອດໄປ.

About admin11