1 ປີຜ່ານມາ ໂຮງໝໍແຂວງ ມີຜູ້ມາໃຊ້ບໍລິການເກືອບ 40.000 ເທື່ອຄົນ

ກອງປະຊຸມ ສະຫຼຸບວຽກງານປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ມັງກອນ 2021 ຢູ່ຫ້ອງປະຊຸມຂອງໂຮງໝໍແຂວງບໍລິຄໍາໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະຈາກພະແນກສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍແຂວງ, ຫົວໜ້າ, ຮອງຫົວໜ້າໜ່ວຍງານ, ຂະແໜງການ ແລະ ພະນັກງານພາຍໃນໂຮງໝໍແຂວງ ເຂົ້າຮ່ວມ.

ປະຈຸບັນ ໂຮງໝໍແຂວງບໍລິຄຳໄຊ ມີພະນັກງານທັງໝົດ 222 ຄົນ ໃນນັ້ນພະນັກງານລັດຖະກອນ 121 ຄົນ ຍິງ 78 ຄົນ ແລະ ພະນັກງານຝຶກງານ 101 ຄົນ ຍິງ 60 ຄົນ ປະກອບມີ 23 ໜ່ວຍງານ, ມີ 90 ຕຽງນອນ, ເຊິ່ງຜ່ານມາ ມີຄົນເຈັບເຂົ້າມາກວດເຂດນອກທັງໝົດ 39.756 ເທື່ອຄົນ, ນອນໂຮງໝໍ 8.541 ເທື່ອຄົນ, ວຽກງານຜ່າຕັດໃຫຍ່ 338 ກໍລະນີ, ຜ່າຕັດກາງ 464 ກໍລະນີ, ຜ່າຕັດນ້ອຍ 107 ກໍລະນີ, ຜ່າຕັດເອົາລູກອອກ 247 ກໍລະນີ ແລະ ເຮັດໝັນຍິງ 65 ກໍລະນີ, ວຽກງານປະສູດແມ່ ແລະ ເດັກ ສັກວັກແຊງ ແລະ ຢອດຢາ 3.682 ກໍລະນີ, ກວດທ້ອງແມ່ມານ 3.972 ກໍລະນີ, ເອໂກປະສູດ-ພະຍາດຍິງ 2.590 ກໍລະນີ, ຄົນເຈັບເຂົ້ານອນປະສູດ 1.990 ເທື່ອຄົນ, ເກີດລູກໂດຍມີທ່ານໝໍຊ່ວຍ 1.104 ກໍລະນີ, ສົ່ງຕໍ່ບ່ອນມີເງື່ອນໄຂ 572 ກໍລະນີ ພະຍາດຕົ້ນຕໍແມ່ນ ຮູຄໍ ຫຼື ອາມິດານອັກເສບ, ພະຍາດລະບົບລະລາຍ, ຄວາມດັນເລືອດສູງ, ລະບົບປະສາດ, ກ້າມຊີ້ນ ແລະ ກະດູກ, ໄຂ້ຫວັດ, ພະຍາດຕາ, ລະບົບຖ່າຍເທ, ເບົາຫວານ ແລະ ພະຍາດຫຼອດປອດ ຫຼື ປອດອັກເສບ.

ວຽກງານພົ້ນເດັ່ນ ແມ່ນໄດ້ມີການບໍລິການ ຄັດກອງພະຍາດໂຄວິດ 19 ຢູ່ຫຼັກ 6 ໂດຍໄດ້ແບ່ງທີມແພດອອກເປັນ 4 ທີມ ໄປປະຈຳການກວດກາຄົນເຈັບຢູ່ສູນດັ່ງກ່າວ ຄັ້ງທີ 1 ມີຄົນເຈັບເຂົ້ານອນ 18 ຄົນ ຍິງ 10 ຄົນ ເກັບຕົວຢ່າງໄດ້ 17 ກໍລະນີ, ຄັ້ງທີ 2 ມີ 12 ຄົນ ຍິງ 10 ຄົນ ຕ່າງປະເທດ 2 ຄົນ ເກັບຕົວຢ່າງໄດ້ 24 ກໍລະນີ ລົງເກັບກຳຕົວຢ່າງຢູ່ບ້ານໄດ້ 12 ກໍລະນີ.

ສຳລັບທິດທາງແຜນການໃນຕໍ່ໜ້າ ສືບຕໍ່ຈັດສົ່ງພະນັກງານໄປຮຽນຍົກລະດັບ ໂດຍສະເພາະແມ່ນວຽກງານ ລັງສີ, ຫູ, ດັງ ຄໍ ທີ່ທາງໂຮງໝໍແຂວງຍັງບໍ່ມີພຽງພໍເທື່ອ, ຍົກລະດັບວຽກງານ ການບໍລິການຟອກໄຂ່ຫລັງ, ຜ່າຕັດຜ່ານທໍ່ ແລະ ຍົກສູງວຽກງານການບໍລິການຂອງບັນດາທ່ານໝໍໜວ່ຍງານ ມໍລະສຸມ, ສືບຕໍ່ປັບປຸງອາຄານ, ໄຟຟ້າ, ນໍ້າປະປາ, ພາຫະນະທີ່ເປ່ເພໃຫ້ນໍາໃຊ້ເປັນປົກກະຕິ, ຈະຂຸດເຈາະບໍ່ບາດານ ແລະ ຕິດຕັ້ງລະບົບນໍ້າສົ່ງໃຫ້ໄດ້ອີກໜື່ງບ່ອນ.

About admins16