ເຜີຍແຜ່ການກະກຽມເລືອກຕັ້ງ ສສຊ ແລະ ສສຂ ທີ່ບ້ານຊຳເຕີຍ

 

ໃນວັນທີ 14 ມັງກອນ 2021 ຢູ່ທີ່ຫ້ອງການບ້ານຊຳເຕີຍ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຂຶ້ນ ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງທ່ານ ນາງ ສຸກຜາລີ ແສງສົມພູ ປະທານສະຫະພັນແມ່ຍີງເມືອງ, ມີນາຍບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານມະຕິກົມການເມືອງສູນກາງພັກ ເລກທີ 118/ກມສພ, ວ່າດ້ວຍການເພີ່ມທະວີຊິ້ນຳ-ນຳພາຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II, ບາງມາດຕາກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ປະຊາຊົນຂັນແຂວງ (ສະບັບປັບປຸງ) ເລກທີ 66/ສພຊ, ລົງວັນທີ 12 ທັນວາ 2015, ເອກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າໃນການເລີອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສາພາປະຊາຊົນຂັ້ນແຂວງ ຊຸດທີ II, ລັດຖະທໍາມະນູນ (ສະບັບປັບປຸງ) ເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015 (ມາດຕາ 52 ຫາມາດຕາ 64 ແລະຄຳຖາມ-ຄຳຕອບ ຂອງສະພາແຫ່ງຊາດ.

ການລົງເຜີຍແຜ່ນີ້ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈໃນການເຂົ້າມາໃຊ້ສິດເປັນເຈົ້າ ໃນການປ່ອນບັດເລືອກຕັ້ງໃຫ້ໄດ້ຮັບຄຸນນະພາບ, ໄດ້ຕາມລະດັບຄາດໝາຍ ແລະ ທ່ານຍັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຄົນ ຈົ່ງເປັນເຈົ້າການໃນການປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນປ້ອງກັນເພື່ອບໍ່ໃຫ້ມີຄົນແປກໜ້າເຂົ້າມາສ້າງຄວາມວຸ້ນວາຍໃນໄລຍະທີ່ກຳລັງກະກຽມໃສ່ການເລືອກຕັ້ງໃນຄັ້ງນີ້.

About admin11