ປີ 2020 ກາແດງແຂວງບໍລິຄຳໄຊ ໄດ້ຮັບບໍລິຈາກເລືອດ3,000 ກວ່າຖົງ

ກອງປະຊຸມສະຫຼຸບວຽກງານກາແດງ ແລະ ວຽກງານເລືອດຂອງແຂວງບໍລິຄຳໄຊ ປະຈຳປີ 2020 ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2021 ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ປະທານຄະນະກຳມະການສົ່ງເສີມການບໍຈາກເລືອດບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສີງ ເມໂນລາດ ຮອງປະທານອົງການກາແດງລາວ ມີບັນດາແຂກທີ່ຖືກເຊີນຈາກກະຊວງ, ຕາງໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ການເຄື່ອນໄຫວຂອງອົງການກາແດງແຂວງບໍລິຄຳໄຊ ໃນ 1 ປີຜ່ານມາ ເຫັນວ່າ ມີຫຼາຍງຽກງານພົ້ນເດັ່ນ ແລະ ໄດ້ຮັບຜົນສຳເລັດ ເປັນຕົ້ນແມ່ນ ລົງເຄື່ອນໄຫວຮັບບໍລິຈາກເລືອດໄດ້ 181 ຄັ້ງ, ຮັບບໍລິຈາກເລືອດ 3.100 ຖົງ, ລື່ນຄາດໝາຍ 200 ຖົງ, ສາມາດຈ່າຍເລືອດປອດໄພໃຫ້ແຕ່ລະພາກສ່ວນ 2.988 ຖົງ ແລະ ໄດ້ຊ່ວຍເຫຼືອບັນເທົາທຸກປະຊາຊົນທີ່ຖືກເຄາະຮາຍຈາກອັກຄີໄພ, ອຸທົກກະໄພ, ມອບອຸປະກອນການສຶກສາ ໃຫ້ໂຮງຮຽນທີ່ຍັງຂາດເຂີນ, ມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທຸກຍາກອານາຖາ ແລະ ອື່ນໆ ລວມມຸນຄ່າການຊ່ວຍເຫຼືອທັງໝົດ 65.254.200 ກີບ.

ນອກຈາກນັ້ນ ວຽກງານການສົ່ງເສີມສຸຂະພາບ, ໂຄສະນາຂ່າວສານ ແລະ ຂົນຂວາຍການກຸສົນ ກໍ່ໄດ້ຮັບການເອົາໃຈໃສ່, ຖືກຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ.

ສຳລັບທິດທາງແຜນການ ປີ 2021 ອົງການກາແດງແຂວງບໍລິຄຳໄຊ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ສຳເລັດ ດ້ວຍປະສິດທິຜົນສູງສຸດ ໂດຍສະເພາະວຽກປຸກລະດົມຂົນຂວາຍຮັບບໍລິຈາກເລືອດ ໃຫ້ໄດ້ 3.000 ຖົງ.

ໃນກອງປະຊຸມຄັ້ງນີ້ ໄດ້ມີພິທີມອບໃບຍ້ອງຍໍຂອງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ 1 ທ່ານ, 19 ກົມກອງ, ໃບຊົມເຊີຍ 42 ກົມກອງ, ໃບຂອບໃຈ ໃຫ້ 3 ທ່ານ, 1 ກົມກອງ ແລະ ໃບຍ້ອງຍໍຂອງທ່ານປະທານຄະນະກຳມະການສົ່ງເສີມການບໍລິຈາກເລືອດແຂວງ ໃຫ້ 22 ກົມກອງ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປຸກລະດົມບໍລິຈາກເລືອດ ແລະ ປະກອບສ່ວນຈັດຕັ້ງປະຕິບັດແຜນງານເລືອດ ປະຈຳປີ 2020 ໃຫ້ກຽດມອບໂດຍທ່ານ ຄຳແຫວນ ປັນຍານຸວົງ.

About admins14