ສະພາການຄ້າແຫ່ງຊາດ-ນະຄອນຫຼວງ ແລະ ແຂວງບໍລິຄຳໄຊ ລົງຊຸກຍູ້ຊາວກະສິກອນ

   

ຕອນບ່າຍວັນທີ 25 ມັງກອນ 2021 ສະພາການຄ້າແຫ່ງຊາດ-ນະຄອນຫຼວງ ແລະ ແຂວງບໍລິຄຳໄຊ ໂດຍມີ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານອຸດສາຫະກຳ ແລະ ການຄ້າແຫ່ງຊາດ, ທ່ານ ບຸນທ່ຽງ ລັດຕະນະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ, ທ່ານໄຊຍະເພັດ ຈັນທີສອນ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍລິຄຳໄຊ, ຕາງໜ້າທະນາຄານລາວ-ຝຣັ່ງ, ຕາງໜ້າສະຖາບັນການເງິນຈຸລະພາກ ແລະ ຜູ້ຊ່ຽວຊານທີ່ປຶກສາດ້ານກະສິກຳ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຊາວກະສິກອນຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ປູກພືດ-ຜັກ ຂາຍເປັນສິນຄ້າ ຢູ່ພາຍໃນປະເທດ, ໂດຍແນໃສ່ ເຮັດໃຫ້ປະເທດລາວ ປູກພືດ-ຜັກ ກຸ້ມຕົນເອງ, ປາສະຈາກສິນຄ້າ ພືດ-ຜັກ ທີ່ນຳເຂົ້າຈາກຕ່າງປະເທດ ເພື່ອຫຼີກລ່ຽງຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19.

ການລົງເຄື່ອນໄຫວຄັ້ງນີ້ໄດ້ຮັບການຕ້ອນຮັບຈາກທ່ານ ດຳ ເພີນຈິດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ພ້ອມດ້ວຍຄະນະ ແລະ ຕາງໜ້າຊາວກະສິກອນແຕ່ລະເຂດຢ່າງອົບອຸ່ນ ຢູ່ທີ່ບ້ານຊອດ.

ທ່ານ ດຳ ເພີນຈິດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລາຍງານວ່າ: ຢູ່ເມືອງປາກກະດິງ ມີເນື້ອທີ່ນາດຳ 7.060 ເຮັກຕ່າ, ນາຫວ່ານ 1.100 ເຮັກຕ່າ, ນາສັກ 70 ເຮັກຕ່າ, ໄຮ່ເຂົ້າ 20 ເຮັກຕ່າ ສະເລ່ຍສະມັດຕະພາບເຂົ້າ 3,34 ໂຕ່ນ/ເຮັກຕ່າ ແລະ ຍັງມີເນື້ອທີ່ປູກພືດລະດູຝົນ ແລະ ລະດູແລ້ງ 2.679 ເຮັກຕ່າ, ທີ່ພົ້ນເດັ່ນແມ່ນສາລີຫວານ, ໝາກນັດ, ໝາກແຕງ, ໝາກໂມ, ມັນຕົ້ນ, ໝາກຫຸ່ງ, ໝາກອຶ, ໝາກໂຕ່ນ, ຜັກກະລ່ຳປີ, ໝາກເຜັດ, ໝາກເຂືອ ແລະ ພືດຜັກອື່ນໆອີກ ສະເລ່ຍລາຍຮັບ 492 ຕື້ກ່ວາກີບຕໍ່ປີ.

ການລົງເຄື່ອນໃຫວຄັ້ງນີ້ ຍັງໄດ້ສົນທະນາກັບຊາວກະສິກອນ ເຊີ່ງເຫັນວ່າ: ຊາວກະສິກອນຍັງຂາດຕະຫຼາດຮັບຊື້ທີ່ແນ່ນອນ, ບາງເທື່ອປູກຫຼາຍກໍ່ບໍ່ມີບ່ອນຂາຍ ເຮັດໃຫ້ລາຄາຕົກຕ່ຳ ແລະ ຍັງຂາດທືນໃນການທຳການຜະລິດ, ພ້ອມດຽວກັນນີ້ຊາວກະສິກອນຍັງໄດ້ສະເໜີວ່າ ຫາກມີຕະຫຼາດຮັບຊື້ທີ່ແນ່ນອນ ແລະ ມີແຫຼ່ງທືນໃຫ້ເຂົ້າເຖີງ ແມ່ນສາມາດເຮັດໄດ້ຫຼາຍ ເພາະວ່າ ປະຈຸບັນຍັງມີເນື້ອທີທຳການຜະລິດຫຼາຍ ແລະ ຊາວກະສິກອນກໍ່ມີມູນເຊື້ອດຸໝັ່ນມາແຕ່ດຶກດຳບັນ ແລະ ພ້ອມທີ່ຈະລົງມືເຮັດ.

ຜ່ານການສົນທະນາກັນ ເຫັນວ່າມີຄວາມເປັນໄປໄດ້ສູງ ສະນັ້ນ ໃນນາມຕາງໜ້າສະພາການຄ້າແຫ່ງຊາດ-ນະຄອນຫຼວງ ແລະ ແຂວງບໍລິຄຳໄຊ ຈຶ່ງໄດ້ສະເໜີໃຫ້ຈັດຕັ້ງກັນເປັນກຸ່ມທີ່ແນ່ນອນ, ສະເໜີຜ່ານພາກສ່ວນທີ່ກ່ຽວຂ້ອງຕາມຂັ້ນຕອນ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເປັນຮູບມະທຳອັນແທ້ຈິງ ເພາະວ່າປະຈຸບັນຍັງມີຄວາມຕ້ອງການຕະຫຼາດພືດ-ຜັກເຂົາສູ່ຕະຫຼາດເປັນຈຳນວນຫຼາຍ.

About admin11