ກອງປະຊຸມຄົບຄະນະພັກຮາກຖານຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຄັ້ງທີ II ສະໄໝທີ I

 

ໃນຕອນເຊົ້າວັນທີ 18 ມັງກອນ 2021 ນີ້ ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດກອງປະຊຸມ ຄົບຄະນະພັກຮາກຖານຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຄັ້ງທີ II ສະໄໝທີ I ໂດຍການເປັນປະທານຂອງ ສະຫາຍ ພັທ ໄຊຍະສຸກ ຫຼຽນຕະກຸນ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພັທ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກທີ່ຖືກເຊີນພ້ອມດ້ວຍສະມະຊິກພັກ ເຂົ້າຮ່ວມ.

ສະຫາຍ ພັທ ຄໍາພິທັກ ທິບພະໄກສອນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ສ້າງຮາກຖານ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນໍາ-ນໍາພາ ຄົບຄະນະພັກຮາກຖານ ຄັ້ງທີ II ສະໄໝທີ I. ໄລຍະ 03 ເດືອນຜ່ານມາ, ສັງເກດຕີລາຄາໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ແກ່ສະມະຊິກພັກ, ພະນັກງານ-ນັກຮົບ ເປັນກົກ ແລະ ຕໍ່ເນື່ອງ, ໄດ້ຈັດຕັ້ງນໍາພາເຂົ້າຮ່ວມເຊື່ອມຊືມບັນດາເອກະສານສໍາຄັນຕ່າງໆຂອງພັກເຊັ່ນ: ຂໍ້ກໍານົດ, ກົດລະບຽບ, ເອກະສານຂໍ້ຫ້າມຂອງສະມາຊິກພັກ, ຮັບຟັງການເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ, ລະບຽບກົດໝາຍຂອງລັດ, ເຊື່ອມຊືມມູນເຊື້ອການເຄື່ອນໄຫວຂອງບັນດາທ່ານຜູ້ນໍາເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຮັບຮູ້ເຊື່ອມຊືມ ແລະ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຮູ້ຈຳແນກອັນຜິດ, ອັນຖືກ, ຕໍ່ຕ້ານທຸກກົນອຸບາຍຫັນປ່ຽນຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ຕໍ່ການຈັດຕັ້ງ, ເອົາໃຈໃສ່ປະຕິບັດລະບຽບວິໄນຂອງພັກ-ຂອງກົມກອງວາງອອກ.

ຈາກນັ້ນ ສະຫາຍ ພັທ ໄຊຍະສຸກ ຫຼຽນຕະກຸນ ເລຂາຄະນະພັກຮາກຖານ ກໍ່ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາຂອງຄະນະພັກຮາກຖານຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍາສ້າງຮາກຖານ ຄັ້ງທີ II ສະໄໝທີ I ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ບັນດາໜ່ວຍພັກ ແລະ ສະມາຊິກພັກ, ພະນັກງານ-ນັກຮົບ ຢູ່ໃນຄວາມຮັບພິດຊອບພ້ອມກັນຈັດຕັ້ງຜັນຂະຫຍາຍແນວທາງຍະໂຍບາຍຂອງພັກ, ກົດໝາຍຂອງລັດຕາມທິດຊີ້ນໍາຂອງຄະນະພັກຂັ້ນເທີງຕິດພັນກັບການປະຕິບັດ ໜ້າທີ່ວິຊາສະເພາະ ໃນແຕ່ລະໄລຍະ, ເອົາໃຈໃສ່ຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກຖືກຕ້ອງຕາມລະບຽບຂອງພັກວາງອອກຢ່າງເຂັ້ມງວດ ໂດຍສະເໜີມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜຸນ 01 ສະຫາຍ, ເຂົ້າຮຽນລະບຽບພັກ 01 ສະຫາຍ. ນໍາພາອົງການຈັດຕັ້ງຊາວໜຸ່ມ-ເເມ່ຍິງເຄື່ອນໄຫວເຮັດໜ້າທີ່ຕາມສິດ, ໜ້າທີ່, ພາລະບົດບາດຂອງຕົນຢ່າງເປັນປົກກະຕິ ໂດຍສະເພາະເເມ່ນການສ້າງຊາວໜຸ່ມ 04 ບຸກ ແລະ ແມ່ຍິງ 3 ດີ ໃຫ້ປະກົດຜົນເປັນຈິງ. ເອົາໃຈໃສ່ເຄື່ອນໄຫວຕາມ 03 ທິດຊີ້ນໍາປັບປຸງແບບແຜນການນໍາພາໂດຍ 5 ຫຼັກການຂອງພັກ, ຈັດຕັ້ງປະຕິບັດຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະຢ່າງເຂັ້ມງວດ, ເຮັດວຽກມີແຜນການແຕ່ລະໄລຍະມີການຕິດຕາມ, ກວດກາປະເມີນຜົນການເຮັດວຽກ, ໄດ້ແບ່ງຄວາມຮັບຜິດຊອບໃຫ້ເເຕ່ລະສະຫາຍຊີ້ນໍາຕາມຂອບເຂດຮັບຜິດຊອບຂອງຕົນ.ຈາກນັ້ນບັນດາສະຫາຍໃນຄະນະພັກກໍ່ໄດ້ພັດປ່ຽນກັນປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ບົດສໍາຫຼວດການນໍາພາ, ທິດທາງແຜນການໃນຕໍ່ໜ້າໃຫ້ມີເນື້ອໃນຄົບຖ້ວນສົມບູນເພື່ອພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ, ທີ່ປະຊຸມຍັງໄດ້ຜ່ານມະຕິຕົກລົງແຕ່ງຕັ້ງຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເລກທີ 155, 156,157/ຄພ.ປກສ ລົງວັນທີ 22 ຕຸລາ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງກວດກາໜ່ວຍພັກ 03 ໜ່ວຍພັກ ຄື: ໜ່ວຍພັກພະແນກຄຸ້ມຄອງອາຊິບ-ພາຫະນະພິເສດ, ພະເເນກບໍລິຫານສັງລວມ-ຈັດຕັ້ງ ແລະ ໜ່ວຍພັກພະເເນກ ປກສ ກຸ່ມ-ປກສ ບ້ານ.

 

About admin11