ອພສ ທ່າພະບາດ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV

ໃນວັນທີ 11 ມັງກອນ 2021 ຢູ່ວັດບ້ານທ່າບົກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານອົງການພຸດທະສາສະໜາສໍາພັນລາວ ພາຍໃຕ້ການເປັນປະທານ ຂອງພຣະອາຈານ ບຸນອຸ້ມ ອິນທິລາດວົງສີ ເຈົ້າຄະນະ ອພສ ເມືອງ ທ່າພະບາດ ເຂົ້າຮ່ວມໂດຍ ພຣະອາຈານ ຄໍາປັນ ອິນທະວົງ ເຈົ້າຄະນະ ອພສ ແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະ ແລະ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ມີຜູ້ແທນພະສົງພາຍໃນເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບ ແລະ ທິດທາງແຜນການຂອງຄະນະ ອພສ ເມືອງ ໃນໄລຍະ 5 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນເຖິງຜົນງານການຈັດຕັ້ງປະຕິບັດ, ການເຄື່ອນໄຫວວຽກງານ ພ້ອມກັນສັງເກດຕີລາຄາຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງ ຄະນະ ອພສ ເມືອງ, ພ້ອມກັນນັ້ນ ບັນດາພະສົງ, ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ການເຄື່ອນໄຫວວຽກງານ ຂອງຄະນະບໍລິຫານງານ ອພສ ເມືອງ, ທິດທາງແຜນການຄາດໝາຍຕໍ່ໜ້າ ຢ່າງຖືກຕ້ອງສົມບູນຕາມຄວາມເປັນຈິງດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ເປັນເອກະພາບກັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ ແຕ່ປີ 2021 – 2025.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຮັບຮອງເອົາຄະນະບໍລິຫານງານ ອພສ ປະຈໍາເມືອງ ທ່າພະບາດ ຊຸດທີ IV ຈໍານວນ 11 ອົງ ຄື: ພຣະຄູ ບຸນອຸ້ມ ອິນທິລາດວົງສີ, ພຣະຄູ ຕຸ້ຍ ບານທະວົງ, ພຣະຄູ ໄຍ ໄຊຍະລາດ, ພຣະ ເອກ ຜາແກ້ວ, ພຣະ ແພງ, ພຣະເອັ້ນ, ພຣະ ບຸນທະວີ, ພຣະ ແສງເດືອນ, ພຣະ ລັກກີ້, ພຣະ ລ້ານ ໄຊສະນະວົງສີ ແລະ ພຣະໄລ.

About admins14