ໂຄງການແຜນງານລາວ/030 ມອບລົດ ແລະ ຄອມພິວເຕີໃຫ້ 2 ບ້ານຂອງເມືອງໄຊຈຳພອນ

ໃນຕອນເຊົ້າຂອງ ວັນທີ 8 ມັງກອນ 2021 ໂຄງການແຜນງານລາວ/030 ຊີ່ງນຳໂດຍ ທ່ານ ສົມປອງ ອິນໄຊຍະວົງ ຫົວໜ້າຂະແໜງຮ່ວມມືສາກົນ ພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ນຳເອົາລົດຈັກ ແລະ ເຄື່ອງຄອມພິວເຕີມາມອບໃຫ້ 02 ບ້ານຂອງເມືອງໄຊຈຳພອນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ, ມີຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ພ້ອມດ້ວຍພະນັກງານວິຊາການພາຍໃນຫ້ອງການ, ມີເລຂາພັກກຸ່ມບ້ານ, ເລຂາພັກບ້ານ ແລະ ການຈັດຕັ້ງບ້ານເຂົ້າຮ່ວມນຳ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີຄອມພິວເຕີ້ 02 ຊຸດ ເຊິ່ງໄດ້ມອບໃຫ້ກັບ ບ້ານໂພນຄຳ 1 ຊຸດ, ບ້ານໂພນງາມ 1 ຊຸດ ພ້ອມນັ້ນ ທາງໂຄງການໄດ້ໃຫ້ຮູ້ວ່າ ເມື່ອກ່ອນ ບ້ານນໍາໃຊ້ບີກ, ສໍ ໃນການຂີດຂຽນເອກະສານຕ່າງໆ ການເກັບກຳຂໍ້ມູນ  ແມ່ນບໍ່ມີການສຳເນົາ, ສະນັ້ນ ໂຄງການແຜນງານລາວ/030 ຈື່ງເຫັນໄດ້ຄວາມຈຳເປັນ ໃນການບໍລິຫານລະບົບກົງຈັກການຈັດຕັ້ງຂັ້ໜບ້ານ ກໍ່ຄືເມືອງ ທີ່ຍັງຂາດອຸປະກອນຮັບໃຊ້ທີ່ຈຳເປັນ, ນອກນັ້ນ ຍັງໄດ້ມອບລົດຈັກ ຈໍານວນ 2 ຄັນ ຄື: ລົດຈັກຮອນດາເວບ 100 1 ຄັນ, ລົດຈັກ ສະເກມ 150 ຊີຊີ 1 ຄັນ ໃຫ້ແກ່ຫ້ອງການແຜນການ ແລະ ການລົງທຶນເມືອງ ລວມມູນຄ່າ 46 ລ້ານກວ່າກີບ, ມອບໂດຍ ທ່ານ ສົມປອງ ອິນໄຊຍະວົງ ຫົວໜ້າຂະແໜງຮ່ວມມືສາກົນ ພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ ແລະ ຮັບໂດຍແມ່ນ ທ່ານ ສຳລານໄຊ ເພັດສຸວັນ ຮັກສາການຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງໄຊຈຳພອນ, ໂດຍການເຂົ້າຮ່ວມເປັນສັກຄີພະຍານຂອງທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ.

About admins16