ຊາວໜຸ່ມຮາກຖານສະພາປະຊາຊົນແຂວງ ປະກອບສ່ວນຊ່ວຍເຫຼືອສັງຄົມ

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອບັນເທົາທຸກແກ່ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນຢູ່ເຂດຫ່າງໄກສອກຫຼີກ, ເມືອງພູດອຍ ທີ່ຂາດເຂີນອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມກັນໜາວ, ໃນວັນທີ 14 ມັງກອນ 2021 ຊາວໜຸ່ມຮາກຖານສະພາປະຊາຊົນແຂວງບໍລິຄຳໄຊ  ນຳໂດຍ ທ່ານ ທີລະພົງ ຈັນຕາ ເລຊາຊາວໜຸ່ມຮາກຖານ ພ້ອມຄະນະ ໄດ້ນໍາເຄື່ອງນຸ່ງຫົ່ມກັນໜາວ ແລະ ເກີບ ລວມມູນຄ່າ 1.500.000 ກີບ ມາມອບໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ກ່າວຮັບໂດຍ ທ່ານ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍມີພະນັກງານຊາວໜຸ່ມສອງພາກສ່ວນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ທະນູວັນ ວົງມະນີ ກໍ່ໄດ້ກ່າວຊົມເຊີຍ ແລະ ຂອບໃຈ ຕໍ່ຊາວໜຸ່ມຮາກຖານສະພາປະຊາຊົນແຂວງ ທີ່ໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອເບິ່ງແຍງສັງຄົມ ກໍ່ຄືພໍ່ແມ່ປະຊາຊົນ ແລະ ຈະນໍາເຄື່ອງຈຳນວນດັ່ງກ່້າວ ໄປມອບໃຫ້ນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນ ທີ່ທຸກຍາກຂາດເຂີນ ທາງດ້ານເຄື່ອງນຸ່ງຫົ່ມ ຢູ່ເມືອງວຽງທອງ ໃນທ້າຍເດືອນ ມັງກອນ 2021.

About admins14