ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກເມືອງປາກຊັນ ຄັ້ງທີ 4 ສະໄໝທີ 7

ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກເມືອງປາກຊັນ ຄັ້ງທີ 4 ສະໄໝທີ 7 ໄດ້ຈັດຂຶ້ນໃນລະວ່າງວັນທີ 19 ຫາ 21 ມັງກອນ 2021 ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງປາກຊັນ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄມຈອມ ວັນນະສານຄຳ ກຳມະການພັກແຂວງ, ເລຂາບໍລິຫານງານພັກເມືອງ, ເຈົ້າເມືອງປາກຊັນ, ເປັນກຽດເຂົ້້າຮ່ວມຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ, ມີບັນດາຄະນະປະຈຳພັກພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການອ້ອມຂ້ອງເມືອງ ພ້ອມດ້ວຍເລຂາພັກບ້ານ-ນາຍບ້ານທົ່ວເມືອງປາກຊັນ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ແສງອາລຸນ ແສງອາພອນ ຮອງເລຂນພັກເມືອງປາກຊັນ ໄດ້ຂຶ້ນຜ່ານຮ່າງບົດສະຫລຸບຕີລາຄາຄືນ ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ 7 ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2020 ແລະ ທິດທາງແຜນການ ປີ 2021 ໃນໄລຍະ 1 ປີຜ່ານມາ ບົນພື້ນຖານ ແລະ ທ່າແຮງຂອງເມືອງ ໃນພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ຜັນແປຢ່າງສັບສົນ ເປັນຕົ້ນແມ່ນ: ບັນຫາຄວາມວຸ້ຍວາຍທາງການເມືອງຂອງຕ່າງປະເທດ, ການລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ – 19) ທີ່ໄດ້ແຜ່ລາມໄປເປັນວົງກວ້າງ ແລະ ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງປາກຊັນ ເຮັດໃຫ້ສະພາບເສດຖະກິດ ມີຄວາມຫຍຸ້ງຫຍາກ ບວກກັບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເຊັ່ນ: ບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ສາສະໜາ, ຂໍ້ຂັດແຍງທີ່ດິນ, ການຄ້າຂາຍຜິດຕໍ່ລະບຽບກົດໝາຍ ແລະ ອື່ນໆ. ແຕ່ຍ້ອນການເອົາໃຈໃສ່ຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ໃນການນຳພາ-ຊີ້ນຳ ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮັບດ້ານຂອງເມືອງທີ່ກຳນົດອອກ ຊຶ່ງເຮັດໃຫ້ບັນດາຄາດໝາຍ ທີ່ແຜນພັດທະນາເສດຖະກິດ-ສັງຄົມສ່ວນໃຫຍ່ໄດ້ຕາມຄາດໝາຍ, ເຮັດໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການລາຍງານຕີລາຄາຄືນ ຂອງອົງການແຕ່ລະພາກສ່ວນກ່ຽວຂ້ອງ ພ້ອມທັງປະກອບຄຳຄິດ, ຄຳເຫັນ ໃສ່ບົດລາຍງານທັງ 2 ພາກ, ລາຍງານກ່ຽວກັບການກວດກາໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2020, ບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ວິທະຍາສາດຂອງແຂວງ, ການຜະລິດລະດູແລ້ງ, ການຊຸກຍູ້ເກັບລາຍຮັບ, ການປະຕິບັດການລົງທຶນ.

ທິດທາງແຜນການຕໍ່ໜ້າ ແມ່ນຈະໄດ້ເອົາໃນໃສ່ການບູລະນະສ້ອມແປງເສັ້ນທາງ, ການຂຶ້ນສຳມະໂນຕອນດີນ, ການສູ້ຊົນ ສະຫັດສະຫວັດ MDG, ມາດຕະການຄຸມຄວບການລະບາດຂອງພະຍາດໂຄວິດ 19, ການແກ້ໄຂຄະດີ, ການປະຕິບັດຄຳຕັດສິນຂອງສານ ແລະ ວຽກງານຮອບດ້ານ ຕິດພັນກັບການຊຸກຍູ້ຂະບວນການຕ່າງໆ ຂອງອົງການຈັດຕັ້ງມະຫາຊົນ ພ້ອມທັງຫ້າງກະກຽມໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາພາແຫ່ງຊາດ ແລະ ສະພາປະຊົນແຂວງບໍລິຄຳໄຊ.

ພ້ອມນີ້ ຍັງໄດ້ຂຽນໃບສຳຫຼວດ ແລະ ແບ່ງຈຸ, ແບ່ງໜ່ວຍສຳຫຼວດ, ຢາຍຮ່າງທາບທາມບຸກຄະລິກຄະພາບ, ສຳຫລວດກວດກາພາຍໃນພັກ, ແຕ່ລະໜ່ວຍລາຍງານ ພ້ອມທັງຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ.

About admins16