ໂຄງການລາວ 030 ມອບຄອມພິວເຕີໃຫ້ 2 ບ້ານຂອງເມືອງຄຳເກີດ

ໃນຕອນເຊົ້າຂອງວັນທີ 6 ມັງກອນ 2021 ໂຄງການລາວລຸກຊໍາບວກ 030 ໄດ້ລົງມາມອບຄອມພິວເຕີໃຫ້ ບ້ານນາເດື່ອ ແລະ ບ້ານທົ່ງວຽງຄຳ ເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍການນຳພາຂອງ ທ່ານ ສົມປອງ ອິນໄຊຍະວົງ ຫົວໜ້າຂະແໜງຮ່ວມມືສາກົນ ພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ, ຕ້ອນຮັບໂດຍ ທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ, ມີຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ພະນັກງານວິຊາການພາຍໃນຫ້ອງການ, ເລຂາພັກບ້ານ ແລະ ການຈັດຕັ້ງບ້ານ ເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີຄອມພິວເຕີ 2 ຊຸດ ແລະ ລົດຈັກຮອນດ່າເວບ 100 ຈຳນວນ 2 ຄັນ ເຊິ່ງໄດ້ມອບໃຫ້ ບ້ານນາເດື່ອ ຄອມພິວເຕີ 1 ຊຸດ, ບ້ານທົ່ງວຽງຄຳ ຄອມພິວເຕີ 1 ຊຸດ ແລະ ມອບລົດຈັກຮອນດ່າເວບ 100 ຈຳນວນ 2 ຄັນ ໃຫ້ຫ້ອງການແຜນການ ແລະ ການລົງທຶນເມືອງ ລວມມູນຄ່າ 43 ລ້ານກວ່າກີບ, ກ່າວມອບໂດຍ ທ່ານ ສົມປອງ ອິນໄຊຍະວົງ ຫົວໜ້າຂະແໜງຮ່ວມມືສາກົນພະແນກແຜນການແລະການລົງທຶນ ແຂວງບໍລິຄຳໄຊ ຕາງໜ້າກ່າວຮັບໂດຍທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ ແລະ ທ່ານຍັງໄດ້ກ່າວຂອບອົກຂອບໃຈມາຍັງໂຄງການລາວ 030 ທີ່ເຫັນໄດ້ຄວາມສຳຄັນຂອງພື້ນຖານໂຄງລ່າງຂອງເມືອງ ເພື່ອໃຫ້ມີການພັດທະນາດ້ານກົງຈັກການຈັດຕັ້ງບ້ານ ກໍ່ຄືເມືອງ ໃຫ້ມີອຸປະກອນຮັບໃຊ້ທີ່ທັນສະໄໝ.

 

About admin11