ເຈົ້າໜ້າທີ່ ດ່ານສາກົນປາກຊັນ ຢຶດ ແລະ ຝັງທໍາລາຍສິນຄ້າຕ້ອງຫ້າມ ນໍາເຂົ້າຜິດກົດໝາຍ

ຕອນບ່າຍ ວັນທີ 06 ມັງກອນ 2021 ເຈົ້າໜ້າທີ່ ດ່ານສາກົນປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີຝັງທໍາລາຍສິນຄ້າທີ່ຕ້ອງຫ້າມ ນໍາເຂົ້າຜິດກົດໝາຍ ປະເພດ ປາມືກ ແລະ ຊີ້ນສ່ວນໝູ, ໂດຍການເຂົ້າຮ່ວມຂອງທ່ານ ພັນໂທ ວົງວິໄລ ອິນທິສານ ຫົວໜ້າຄຸ້ມຄອງດ່ານສາກົນປາກຊັນ ພ້ອມດ້ວຍຄະນະ, ຕະຫຼອດຮອດພະນັກງານຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.

ເຈົ້າໜ້າທີ່ວິຊາສະເພາະດ່ານສາກົນປາກຊັນ ໃຫ້ຮູ້ວ່າ: ໃນເວລາປະມານ 16 ໂມງ 10 ນາທີ ຂອງວັນທີ 05 ມັງກອນ 2021, ເຈົ້າໜ້າທີ່ວິຊາສະເພາະດ່ານສາກົນ ປາກຊັນ ໄດ້ປະຕິບັດໜ້າທີ່ໃນກວດກາຄວາມເປັນລະບຽບຮຽບຮ້ອຍ ແລະ ການນໍາເຂົ້າ-ສົ່ງອອກສີນຄ້າປະເພດຕ່າງໆ, ຈື່ງໄດ້ກວດຄົ້ນລົດບັນທຸກສີນຄ້າ ໝາຍເລກທະບຽນ 70-1285 ໜອງຄາຍ ປະເທດໄທ, ພົບເຫັນສິນຄ້າຕ້ອງຫ້າມນໍາເຂົ້າທີ່ຜິດກົດໝາຍ ປະເພດ ປາມຶກ ແລະ ຊີ້ນສ່ວນຜະລິດຕະພັນໝູ ໃນນັ້ນ ມີ ປາມືກ ຈໍານວນ 150 ກິໂລກຼາມ ແລະ ຊີ້ນສ່ວນຜະລິດຕະພັນໝູ ຈໍານວນ 120 ກິໂລກຼາມ ຢູ່ໃນລົດບັນທຸກ, ເຈົົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ກັກສິນຄ້າ ຈໍານວນດັ່ງກ່າວໄວ້.

ຕໍ່ກັບສະພາບການດັ່ງກ່າວ ເຈົ້າໜ້າທີ່ປະຈໍາດ່ານສາກົນປາກຊັນ ໄດ້ນໍາຕົວພວກກ່ຽວຂ້ອງ ມາເຮັດບົດບັນທຶກສຶກສາອົບຮົມ, ພ້ອມທັງຢຶດສິນຄ້າຕ້ອງຫ້າມມາຝັງທໍາລາຍຖິ້ມ ໂດຍຊ້ອງໜ້າເຈົ້າຂອງສິນຄ້າ ແລະ ພະນັກງານປະຈຳດ່ານ.

ເຈົ້າໜ້າທີ່ ຍັງໄດ້ຮຽກຮ້ອງມາຍັງຜູ້ປະກອບການທຸກຄົນ ໃຫ້ເອົາໃຈໃສ່ປະຕິບັດບັດຕາມຄໍາສັ່ງ, ແຈ້ງການ ແລະ ລະບຽບການນໍາເຂົ້າສີນຄ້າຢ່າງເຂັ້ມງວດ ໂດຍສະເພາະແມ່ນໃຫ້ປະຕິບັດຕາມແຈ້ງການຂອງຫ້ອງວ່າການແຂວງບໍລິຄໍາໄຊ ສະບັບເລກທີ 1615/ຫກ.ຂບຊ ລົງວັນທີ 24 ທັນວາ 2020 ວ່າດ້ວຍການຫ້າມນໍາເຂົ້າຊົ່ວຄາວອາຫານທະເລສົດ ແລະ ແຊ່ແຂງທຸກປະເພດ ແນໃສ່ຕິດຕາມກວດກາ, ສະກັດກັ້ນການນໍາເຂົ້າ, ເຄື່ອນຍ້າຍ ແລະ ຈໍາໜ່າຍຊີ້ນສ່ວນຜະລິດຕະພັນໝູ, ຊີ້ນໝູ ແລະ ອາຫາທະເລສົດ ແລະ ແຊ່ແຂງທຸກປະເພດ ທີ່ບໍ່ຖືກຕ້ອງ ທັງນີ້ ກໍ່ເພື່ອຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກ ແລະ ເປັນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວີດ 19 ອີກດ້ວຍ.

 

About admin11