ປກສ ເມືອງວຽງທອງ ປະກາດກົງຈັກການຈັດຕັ້ງ ຂັ້ນພະແນກ ແລະ ໜ່ວຍງານ

ໃນວັນທີ 8 ມັງກອນ 2021 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ປະກາດກົງຈັກການຈັດຕັ້ງຂັ້ນພະແນກ, ໜ່ວຍງານ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັທ ຈອນ ອຸດລາຍັນ ຫົວໜ້າກອງບັນຊາການ ປກສ ເມືອງ.

ໃນພິທີ ທ່ານ ພັທ ໄມຕາ ແກ້ວບຸນມີ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເລກທີ 9940/ປກສ,ບຊ, ລົງວັນທີ 26 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ, ຮອງພະແນກ, ຫົວໜ້າໜ່ວຍງານ ແລະ ຮອງໜ່ວຍງານ ດັ່ງນີ້: ແຕ່ງຕັ້ງ ທ່ານ ພັຕ ໄມສີ ສວນສຸພັນ ເປັນຮອງພະແນກຫ້ອງການ, ທ່ານ ຮຕ ນາງ ສີ ພົມມະໄຊ ເປັນຫົວໜ້າໜ່ວຍງານຄົ້ນຄວ້າສັງລວມ, ທ່ານ ຮຕ ຄອນສະຫວັນ ມູນອິນ ເປັນຫົວໜ້າໜ່ວຍງານຮັບ-ສົ່ງຂ່າວ, ຮອ ສົມຈັນ ໄຊຍະສົງ ເປັນຮອງພະແນກການເມືອງ, ທ່ານ ຮອ ວິໄລສັກ ແສນວິໄລສຸກ ເປັນຮອງພະແນກຕໍາຫຼວດ, ທ່ານ ຮທ ອານຸສົງ ພານຸວົງ ເປັນຮອງຫົວໜ້າໜ່ວຍງານສືບສວນ-ຄະດີອາຍາເສດຖະກິດ ແລະ ສໍານວນ ແລະ ສໍາເນົາສົ່ງຟ້ອງ, ທ່ານ ຮທ ອາລຸນ ຈັນບູນມີ ເປັນຮອງໜ່ວຍງານກອງຕໍາຫຼວດຈະລາຈອນ ແລະ ມອດໄຟ, ທ່ານ ຮທ ຄໍາຫຼ້າ ທໍາມະວົງສາ ເປັນຫົວໜ້າໜ່ວຍງານເຕັກນິກ-ຍຸດໂທ, ທ່ານ ວທ ນາງ ອາລຸນ ໄຊລໍາພັນ ເປັນຮອງຫົວໜ້າໜ່ວຍງານຄຸ້ມຄອງທະບຽນປະຫວັດ-ອອກບັດປະຈໍາຕົວ ແລະ ທ່ານ ພັຕ ບີ່ວ່າງ ຕົ່ງລູ່ ເປັນຮອງຫົວໜ້າຫ້ອງການປ້ອງກັນຄວາມສະຫງົບບໍລິການປະຊາຊົນກຸ່ມນາເມືອງ.

About admin11