ວິທະຍາໄລ ບໍລິຫານທຸລະກິດ ຄອມບີຊ ສະຫຼຸບການຮຽນ-ການສອນ

ພິທີສະຫຼຸບການຮຽນ-ການສອນ ປະຈຳພາກທີ I ແລະ ວາງທິດທາງແຜນການ ພາກຮຽນທີ II ປະຈຳສົກປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ມັງກອນ 2021 ຢູ່ຫ້ອງປະຊຸມ ວິທະຍາໄລ ບໍລິຫານ ທຸລະກິດ ຄອມບີຊ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສີສົມເພັດ ສີສຸກແສນບັນດິດ ອຳນວຍການວິທະຍາໄລ ບໍລິຫານ ທຸລະກິດ ຄອມບີຊ, ມີບັນດາຄູອາຈານ, ນັກສຶກສາ ພາຍໃນໂຮງຮຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ວິທະຍາໄລ ບໍລິຫານ ທຸລະກິດ ຄອມບີຊ ແມ່ນສະຖາບັນການສຶກສາພາກເອກະຊົນ ຕັ້ງຢູ່ບ້ານມີໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ມີພື້ນຖານໂຄ່ງລ່າງອາຄານການຮຽນ-ການສອນ ຄົບຖ້ວນ ເຊິ່ງໄດ້ຖືກຮັບຮອງໂດຍກະຊວງສຶກສາທິການ ແລະ ກິລາ ນັບແຕ່ປີ 2001 ເປັນຕົ້ນມາ ແລະ ສ້າງນັກສຶກສາລະດັບປະລິນຍາຕີ 8 ລຸ່ນ, ຊັ້ນສູງ 17 ລຸ່ນ ລວມທັງໝົດ 2000 ກວ່າຄົນ.

ປະຈຸບັນ ວິທະຍາໄລ ດຳເນີນການຮຽນ-ການສອນໃນລະດັບຊັ້ນສູງ ລະບົບ 3 ປີ ປະກອບມີ 3 ຂະແໜງການ ຄື: ຂະແໜງຫ້ອງການບໍລິຫານ-ການເງິນ, ຂະແໜງວິຊາການ ແລະ ຂະແໜງກິດຈະກຳ, ມີຄູອາຈານທັງໝົດ 16 ຄົນ ຍິງ 6 ຄົນ, ມີນັກສຶກສາທັງໝົດ 90 ຄົນ ຍິງ 46 ຄົນ ແບ່ງອອກເປັນ 2 ພາກ ຄື: ພາກປົກກະຕິ ມີ 39 ຄົນ ຍິງ 8 ຄົນ ແລະ ພາກຄ່ຳ 30 ຄົນ ຍິງ 8 ຄົນ ແລະ ນັກສຶກສາທີ່ໄດ້ຮັບໃບປະກາສະນີຍະບັດຈົບຊັ້ນສູງ ສາຂາບໍລິຫານທຸລະກິດ ຈຳນວນ 21 ຄົນ ຍິງ 13 ຄົນ ປະກອບມີ 4 ສາຂາຮຽນ ຄື: ສາຂາຄອມພິວເຕີ ທຸລະກິດ, ບໍລິຫານທຸລະກິດ ບັນຊີ-ການເງິນ, ພາສາອັງກິດ ແລະ ສາຂາວິສະວະກຳກໍ່ສ້າງ-ຂົວທາງ, ສຳລັບການສອບເສັງພາກຮຽນທີ 1 ຂອງນັກສຶກສາ ປີ 1 ເທີມ 1 ສະເລ່ຍ 95 ຄະແນນຂຶ້ນໄປ ເທົ່າກັບ 100%, ປີ 2 ເທີມ 3 ສາຂາ IT ສະເລ່ຍ 98 ຄະແນນຂຶ້ນໄປ ເທົ່າກັບ 100%, ປີ 3 ເທີມ 6 ສະເລ່ຍ 95 ຄະແນນຂຶ້ນໄປ ເທົ່າກັບ 98%.

ພິເສດ ທາງໂຮງຮຽນຍັງມີນະໂຍບາຍໃຫ້ນັກສຶກສານອນຫໍພັກຟຣີ 5 ເດືອນ ແຕ່ເດືອນ 9 ປີ 2020 ຫາ ເດືອນ 1 ປີ 2021, ຫຼຸດຄ່າຮຽນ 20% ໃຫ້ນັກສຶກສາ ປີ 1 ເທີມ 1 ແລະ ນັກສຶກສາແຕ່ລະຊັ້ນຮຽນທີເສັງໄດ້ແຕ່ທີ 1 ຫາ 4, ນັກສຶກສາແຕ່ລະຊັ້ນຮຽນທີ່ເສັງໄດ້ 1 ຫາ 3 ເທີມຊ້ອນ ຈະໄດ້ຮຽນຟຣີຈົນຈົບ ແລະ ນັກສຶກສາທີ່ຮຽນອ່ອນບາງວິຊາ ທາງໂຮງຮຽນແມ່ນໄດ້ຈ້າງອາຈານມາສອນໃຫ້ຟຣີທຸກໆຕອນບ່າຍຂອງແຕ່ລະວັນ ( ວັນຈັນ-ວັນສຸກ ).

ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ປັບປຸງກົງຈັດການຈັດຕັ້ງຂອງວິທະຍາໄລ ປະກອບຕຳແໜ່ງງານໃຫ້ໄປຕາມໂຄງຮ່າງການຈັດຕັ້ງທີ່ທາງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ກຳນົດອອກໃຫ້ຄົບຖ້ວນ, ກວດກາປະເມີນຜົນໃນການປະຕິບັດວຽກງານຂອງຄູອາຈານໃຫ້ມີຄວາມຮັບຜິດຊອບສູງ, ສົ່ງນັກສຶກສາ ປີ 3 ສາຂາບໍລິຫານທຸລະກິດ ລົງຝຶກງານຢູ່ຕາມພະແນກການຂອງອົງການພາກລັດ ແລະ ເອກະຊົນ, ກຽມພ້ອມສ້າງເງື່ອນໄຂ ສະເໜີກະຊວງສຶກສາທິການ ເພື່ອຄົ້ນຄ້ວາພິຈາລະນາຍົກລະດັບວິທະຍາໄລ ຈາກຊັ້ນສູງ ຂຶ້ນເປັນປະລິນຍາຕີ.

ຈາກນັ້ນ ໃນພິທີ ຍັງໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ຂອງອຳນວຍໂຮງຮຽນ ໃຫ້ແກ່ນັກສຶກສາ ທີ່ຮຽນດີ-ຮຽນເກັ່ງ ແລະ ເສັງໄດ້ອັນດັບ ທີ 1-4 ອີກດ້ວຍ.

About admins16