ປກສ ແຂວງບໍຄຳໄຊ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ

  

ໃນລະຫວ່າງວັນທີ 20-21 ມັງກອນ 2021 ທີ່ສະໂມສອນຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2020 ແລະ ທິດທາງວຽກງານຈຸດສຸມ ປີ 2021 ໂດຍການເປັນປະທານຂອງທ່ານ ພັນເອກ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະບັນຊາຂັ້ນຫ້ອງ, ກອງ, ປກສ 07 ເມືອງອ້ອມຂ້າງ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ທ່ານ ພັນໂທ ຄໍາໝັ້ນ ໄຂທະວິສຸກ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ໄດ້ຂື້ນຜ່ານບົດສະຫຼຸບວຽກງານ ປ້ອງກັນຄວາມສະຫງົບ ທົ່ວແຂວງ ບໍລິຄຳໄຊ ໃນໜຶ່ງປີຜ່ານມາ ເຊີ່ງໄດ້ຍົກໃຫ້ເຫັນຜົນງານ, ຜົນສຳເລັດ ແລະ ຫຼາຍບັນຫາທີ່ສຳຄັນ ເຊັ່ນ: ວຽກງານຄຸ້ມຄອງລະບຽບວິໃນ, ວຽກງານກວດກາແກ້ໄຂຄຳຮ້ອງຟ້ອງ-ຮ້ອງທຸກ, ບົດສະເໜີ-ບົດລາຍງານ ທີ່ພົວພັນເຖີງກຳລັງປ້ອງກັນຄວາມສະຫງົບ, ວຽກງານປັບປຸງກົງຈັກການຈັດຕັ້ງ ບຸກຄະລາກອນ ແລະ ແບບແຜນວິທີເຮັດວຽກ, ຜ່ານການກວດກາຜູ້ກະທຳຜິດ ແມ່ນໄດ້ປະຕິບັດວິໄນ ຕາມສະຖານໜັກ-ເບົາຢ່າງເໝາະສົມ.

ຈາກນັ້ນທ່ານຍັງຍົກໃຫ້ເຫັນຜົນງານ-ຜົນສຳເລັດການປະຕິບັດວຽກງານປ້ອງກັນຄວາມສະຫງົບ, ທົ່ວແຂວງ ບໍລິຄຳໄຊ ແມ່ນມີຄວາມສະຫງົບທາງດ້ານການເມືອງໂດຍພື້ນຖານ-ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ດ້ານວຽກງານການເມືອງ, ວຽກງານຫ້ອງການ, ວຽກງານພາລາທິການ ແມ່ນໄດ້ເຮັດສຳເລັດຢ່າງມີປະສິດທິຜົນສູງ, ວຽກງານປັບປຸງ-ກໍ່ສ້າງກຳລັງ ໄດ້ສຸມໃສ່ປັບປຸງກໍ່ສ້າງຕາມ 5 ຫຼັກການ ແລະ 3 ທິດນຳ ໂດຍຖືເອົາຄຸນນະພາບເປັນກົກ, ເອົາໃຈໃສ່ກໍ່ສ້າງ ແລະ ບຳລຸງວິຊາສະເພາະ, ທາງດ້ານທິດສະດິໃນລະດັບຕ່າງໆ ໃຫ້ນາຍ ແລະ ພົນຕຳຫຼວດ ໄປຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນ 50 ສະຫາຍ, ຍິງ 8 ສະຫາຍ, ຄົ້ນຄ້ວານະໂຍບາຍເລື່ອນຊັ້ນ, ປະດັບຊັ້ນ, ດັດແປງຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຈຳນວນ 352 ຄົນ, ຍິງ 72 ຄົນ ແລະ ຍ້ອງຍໍຂັ້ນຕ່າງໆຈຳນວນ 114 ໃບ, ອານຸມັດໃຫ້ນາຍ ແລະ ພົນຕໍາຫຼວດ ສ້າງຄອບຄົວໃໝ່ 34 ຄູ່. ວຽກງານສັນຕິບານ, ສາມາດກວດຄົນເຂົ້າເມືອງ-ອອກເມືອງໄດ້ທັງໝົດ 156.287 ຄົນ, ຍິງ 70.048 ຄົນ, ພາຫະນະເຂົ້າ-ອອກທັງໝົດ 62.138 ຄັນ, ຖ້ຽວລໍາ. ວຽກງານຕໍາຫຼວດ ຕ້ານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ສາມາດແກ້ໄຂຄະດີຕ່າງໆ ທີ່ເກີດຂື້ນທັງໝົດໄດ້: 225 ເລືອງ, ສົມທຽບໃສ່ປີ 2019 ຜ່ານມາເຫັນວ່າ ຫຼຸດລົງ 195 ເລື່ອງ, ຜົນເສຍຫາຍຈາກຄະດີທີເກີດຂື້ນມີ, ຄົນເສຍຊີວິດ 08 ຄົນ, ຍິງ 02 ຄົນ, ເງິນກີບທະນາຄານ 2.541. 371.000 ກີບ ( 2 ຕື້ 541 ລ້ານ ກວ່າກີບ ) ເງິນບາດ ສະກຸນເງິນໄທ 3.010.000 ບາດ, ເງີນໂດລາ 400.600 ໂດລາ.

ໃນ 1 ປີຜ່ານມາມີຄະດີຢາເສບຕິດເກີດຂື້ນ: 234 ກໍລະນີ ( ທຽບໃສ່ປີ 2019 ຜ່ານມາຫຼຸດລົງ 129 ເລື່ອງ ), ຢືດຂອງກາງຢາບ້າໄດ້ 815.317 ເມັດ, ຢາໄອ້ 883,6 ກິໂລກຼາມ, ເຮໂລອິນ 3,8 ກິໂລກຼາມ, ກັນຊາແຫ້ງ 2.005 ກິໂລ, ປືນ 19 ກະບອກ, ລູກປືນ 52 ລູກ, ລົດໃຫຍ່ 12 ຄັນ, ລົດຈັກ 36 ຄັນ ແລະ ເຄື່ອງຂອງກາງອື່ນໆຈຳນວນໜື່ງ.

ທົ່ວແຂວງມີອຸປະຕິເຫດເກີດຂື້ນທັງໝົດ 261 ກໍລະນີ ( ທຽບໃສ່ປີ 2019 ຫຼຸດລົງ 42 ເລື່ອງ )ມີພາຫະນະເປ່ເພທັງໝົດ 483 ຄັນ, ມີຜູ້ໄດ້ຮັບບາດເຈັບ 477 ຄົນ, ເສຍຊີວິດ 57 ຄົນ, ປະເມີນຜົນເສຍຫາຍຈາກອຸປະຕິເຫດທີ່ເກີດຂື້ນປະມານ 9.535.000.000 ກີບ.

ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ກໍ່ໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນສົມບຸນ ແລະ ລາຍງານບາງສະພາບທີ່ພົ້ນເດັ່ນ, ຂໍ້ຫຍຸ້ງຍາກໃນຂອບເຂດທີ່ຕົນຮັບຜິດຊອບ, ພ້ອມກັນປືກສາຫາລືຊອກຫາວີທີແກ້ໄຂໃຫ້ດີຂື້ນ.

ທີ່ປະຊຸມ ຍັງໄດ້ປະກາດນະໂຍບາຍອຸດໜູນບຳນານໃຫ້ແກ່ພະນັກງານ-ນັກຮົບຜູ້ທີ່ມີອາຍຸການຄົບຕາມມາດຖານເງື່ອນໄຂເຂົ້າຮັບອຸດໜູນບຳນານ ຈຳນວນ 5 ສະຫາຍ ຍິງ 2 ສະຫາຍ.

ມາໃນຕອນບ່າຍຂອງວັນທີ 21 ມັງກອນ ກອງປະຊຸມຍັງໄດ້ເປັນກຽດຕ້ອນຮັບທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ເຊີ່ງທ່ານໄດ້ໃຫ້ກຽດໂອ້ລົມ ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດຂອງກຳລັງ ປກສ ແຂວງ ທີ່ສາມາດຍາດໄດ້ໄລຍະຜ່ານມາ, ທ່ານໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ຊີ້ນຳ-ນຳພາເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເພີ່ມທະວີປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດທີ່ທັນສະໄໝ, ສຸມໃສ່ກໍ່ສ້າງ-ປັບປຸງກຳລັງໃຫ້ກາຍເປັນກຳລັງປະຕິວັດທີ່ຈົ່ງຮັກພັກດີຕໍ່ພັກ-ລັດ, ປະເທດຊາດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈີງ, ເພີ່ມທະວີເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງໃຫ້ໝົດໄປເທື່ອລະກ້າວ, ຕັ້ງໜ້າຈັດຕັ້ງປະຕິບັດ 9 ຫົວຂໍ້ສຳມະນາວິທະຍາສາດ ທີ່ຕິດພັນກັບກຳລັງປ້ອງກັນຄວາມສະຫງົບ ກໍ່ຄືການແກ້ໄຂບັນຫາ 4 ເຖື່ອນ ທີ່ແຂວງວາງອອກໃຫ້ໄດ້ຮັບຜົນສຳເລັດ ແນ່ໃສ່ຕ້ານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຫຼຸດໜ້ອຍຖອຍລົງ, ເພື່ອເຮັດໃຫ້ ແຂວງບໍລິຄຳໄຊ ມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ນັບມື້ນັບດີຂື້ນເລື້ອຍໆ.

 

About admin11