ອົງການ IACD ປະຈຳລາວ ຊ່ວຍເຫຼືອດ້ານການແພດ ຢູ່ແຂວງບໍລິຄຳໄຊ ມູນຄ່າ 9 ແສນກວ່າໂດລາ

ກອງປະຊຸມ ສະຫຼຸບປິດທ້າຍໂຄງການ IACD ( Institute of Asian Culture and Development ) ອົງການສະຖາບັນວັດທະນະທຳອາຊີ ແລະ ການພັດທະນາ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມັງກອນ 2021 ຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງບໍລິຄຳໄຊ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ໂຮສິກອິມ ( Hosic Im ) ຫົວໜ້າອົງການ IACD ປະຈໍາລາວ, ມີຕາງໜ້າຈາກກະຊວງສາທາລະນະສຸກ, ພະແນກການ, ເມືອງ, ຂະແໜງການກ່ຽວຂ້ອງ ແລະ ພະນັກງານວິຊາການຈາກໂຄງການເຂົ້າຮ່ວມ.

ໂຄງການດັ່ງກ່າວນີ້ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ 10 ປີ 2016 ຫາ ວັນທີ 31 ທັນວາ 2020 ຈຶ່ງໄດ້ສຳເລັດລົງ ໂດຍກິດຈະກຳຫຼັກ ແມ່ນເຄື່ອນໄຫວບໍລິການທາງດ້ານການແພດເຄື່ອນທີ່ແຕ່ລະບ້ານ 3 ເມືອງເປົ້າໝາຍ ຄື: ເມືອງບໍລິຄັນ, ຄຳເກີດ ແລະ ວຽງທອງ, ສະໜອງການຝຶກອົບຮົມທາງດ້ານວິຊາການໃຫ້ກັບພະນັກງານແພດໃນໂຮງໝໍແຂວງ, ເມືອງ, ສຸກສາລາ ແລະ ອສບ, ຊ່ວຍເຫຼືອທາງດ້ານການພັດທະນາ, ສົ່ງເສີມການສຶກສາ ແລະ ການນຳສົ່ງຄົນເຈັບໄປບ່ອນມີເງື່ອນໄຂເໝາະສົມ, ສະໜັບສະໜູນທາງດ້ານການຢາ, ເຄື່ອງໃຊ້ການແພດ ແລະ ອຸປະກອນການແພດໃຫ້ໂຮງໝໍແຂວງ ແລະ 3 ເມືອງເປົ້າໝາຍ.

ຜ່ານການປະຕິບັດຕົວຈິງ ແຕ່ລະກິດຈະກຳສາມາດສະຫຼຸບໄດ້ ຄື: ກວດສຸຂະພາບໄດ້ທັງໝົດ 30 ບ້ານ, ຊ່ວຍຢາພື້ນຖານໄດ້ 6.924 ຄອບຄົວ, ຈຳນວນຄົນເຈັບທັງໝົດໄດ້ 10.057 ຄົນ, ໃຊ້ງົບປະມານ 232.085 ໂດລາສະຫະລັດ, ຝຶກອົບຮົມໄດ້ 442 ຄົນ, ຊ່ວຍຄົນເຈັບໜັກ ແລະ ຄົນເຈັບທຸກຍາກ 458 ຄົນ, ຊ່ວຍຢາປົວພະຍາດ ແລະ ອຸປະກອນການແພດ 103 ຄັ້ງ ໃນ 28 ແຫ່ງ ລວມງົບປະມານ 299.417 ໂດລາສະຫະລັດ, ລົງຕິດຕາມ ແລະ ປະເມີນຜົນ ຂອງອົງການ ແລະ ທີມງານຂັ້ນແຂວງ ໄດ້ 21 ຄັ້ງ ລວມງົບປະມານທັງໝົດທີ່ໃຊ້ເຂົ້າໃນວຽກງານ 923.313 ໂດລາສະຫະລັດ, ງົບປະມານທັງໝົດໄດ້ຮັບຈາກອົງການ KOICA ແຫ່ງ ສ.ເກົາຫຼີ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ມອບໃບກຽດຕິຄຸນ ຈຳນວນ 4 ທ່ານ 1 ກົມກອງ ແລະ ໃບຍ້ອງຍໍ ໃຫ້ 6 ທ່ານ ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານຄັ້ງນີ້.

ໂຄງການດັ່ງກ່າວ ຍັງໄດ້ເຊັນບົດບັນທຶກມອບໂອນພາຫະນະ ແລະ ອຸປະກອນຈຳນວນໜຶ່ງໃຫ້ພະແນກສາທາລະນະສຸກແຂວງ ຄື: ລົດໂຮງໝໍເຄື່ອນທີ່ ( ລົດເມ ) 1 ຄັນ, ລົດຕູ້ສະຕາເຣັກ 1 ຄັນ, ເຄື່ອງແທກໄຟຟ້າຫົວໃຈ 1 ເຄື່ອງ, ເຄື່ອງກວດລັງສີເພື່ອບົງມະຕິ 1 ເຄື່ອງ, ເຄື່ອງແທກຄວາມດັນເລືອດ, ເຄື່ອງແທກນ້ຳຕານໃນເລືອດ, ເຄື່ອງ ຫູຟັງ ຢ່າງລະ 2 ເຄື່ອງ ແລະ ລົດອຳບູລັງ 4 ຄັນ ມອບໄປກ່ອນແລ້ວນັ້ນ 3 ຄັນ ລວມມູນຄ່າທັງໝົດ 141.677 ໂດລາສະຫະລັດ.

About admins16