ປະຊາຊົນ 4 ບ້ານໄດ້ຮັບກອງທຶນສິນເຊື່ອ ຈາກແຜນງານລາວ 030

ໃນວັນທີ 11-12 ມັງກອນ 2021 ຢູ່ບ້ານໂພນເມືອງ, ບ້ານຜາບໍ, ບ້ານວັງແປັນ ແລະ ບ້ານນາໂທ ເມືອງວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີ ມອບ-ຮັບ ກອງທຶນສິນເຊື່ອຈາກແຜນງານລາວ 030 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຜູ້ປະສານງານຈາກໂຄງການ, ຫ້ອງການທີ່ກ່ຽວຂ້ອງ ແລະ ສະມາຊິກກອງທຶນບ້ານເຂົ້າຮ່ວມ.

ໃນພິທີ ປະທານກອງທຶນ 4 ບ້ານໄດ້ຂື້ນລາຍງານຫຍໍ້ກ່ຽວກັບສະພາບລວມຂອງກອງທຶນສິນເຊື່ອ ເຊີ່ງບ້ານໂພນເມືອງ ສາມາດສ້າງຕັ້ງ 6 ກຸ່ມ ຄື: ກຸ່ມປູກມັນຕົ້ນ 36 ຄອບຄົວ ແລະ ກຸ່ມລ້ຽງໄກ່ 2 ຄອບຄົວ ມີສະມາຊິກທັງຫມົດ 38 ຄົນ, ຍິງ 6 ຄົນ ໄດ້ຮັບງົບປະມານໃນຮອບວຽນທີ 1 ຈໍານວນ 112 ລ້ານກີບ, ບ້ານຜາບໍ ມີ 3 ກຸ່ມ ຄື: ກຸ່ມປູກຜັກກາດ ແລະ ກຸ່ມລ້ຽງກົບ ມີສະມາຊິກ 18 ຄົນ, ຍິງ 7 ຄົນ, ປ່ອຍເງິນກູ້ຈໍານວນ 54 ລ້ານກີບ, ບ້ານ ວັງແປັນ ມີ 5 ກຸ່ມ: ກຸ່ມປູກຝັງ-ລ້ຽງສັດ ມີສະມາຊິກທັງໝົດ 27 ຄົນ ປ່ອຍເງິນກູ້ຈໍານວນ 54 ລ້ານກີບ ແລະ ບ້ານນາໂທ ມີ 3 ກຸ່ມ ຄື: ປູກຝັງລ້ຽງສັດ ມີສະມາຊິກທັງໝົດ 16 ຄົນ ປ່ອຍເງິນກູ້ ຈໍານວນ 48 ລ້ານກີບ ເພື່ອໃຫ້ສະມາຊິກນໍາໄປລົງທຶນສ້າງກິດຈະກໍາປຸກຝັງລ້ຽງສັດໃຫ້ມີລາຍຮັບ ແລະ ປັບປຸງຊິວີດການເປັນຢູ່ໃຫ້ດີຂື້ນ.

About admin11