ປະທານສະພາແຂວງ ລົງຊຸກຍູ້ການກະກຽມຄວາມພ້ອມ ໃນບັ້ນເລືອກຕັ້ງ ສສຊ ແລະ ສສຂ

 

ວັນທີ 27 ມັງກອນ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາຊູກຍູ້ການກະກຽມໃຫ້ແກ່ການເລືອກຕັ້ງສະພາ ຢູ່ເມືອງວຽງທອງ ໂດຍມີ ການນຳຂອງເມືອງ, ພະນັກງານຫຼັກແຫຼ່ງ ແລະ ຄະນະໜ່ວຍປ່ອນບັດຂັ້ນເມືອງ ເຂົ້າຮ່ວມ.

ທ່ານ ຄຳແພນ ວີລື້ທຳ ເຈົ້າເມືອງ ວຽງທອງ ໄດ້ຂື້ນລາຍງານການກະກຽມໃຫ້ແກ່ບັ້ນເລືອກຕັ້ງວ່າ: ມາຮອດປະຈຸບັນໄດ້ສຳເລັດການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນເມືອງ, ແຕ່ງຕັ້ງ ຄະນະຮັບຜິດຊອບແຕ່ລະໜ່ວຍປ່ອນບັດ ເຊິ່ງທົ່ວເມືອງມີໜ່ວຍປ່ອນບັດ 25 ໜ່ວຍ, ມິຜູ້ມີສິດປ່ອນບັດເລືອກຕັ້ງ 16,402 ຄົນ, ຍິງ 8,097 ຄົນ, ໄດ້ລົງເຄື່ອນໄຫວໂຄສະນາ, ປຸກລະດົມຂະບວນການຕາມໜ່ວຍປ່ອນບັດໄດ້ 16 ໜ່ວຍ ແລະ ພວມດຳເນີນຢູ່ 9 ໜ່ວຍປ່ອນບັດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກໍ່ໄດ້ແບ່ງຄວາມຮັບຜິດຊອບໃຫ້ຄະນະ ເຮັດໜ້າທີ່ຕິດຕາມກວດກາຄົນເຂົ້າ-ອອກ, ຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ເພື່ອຮັບປະກັນໃຫ້ມີຄວາມສະຫງົບ 100%.

ຈາກນັ້ນ ອະນຸກໍາມະການແຕ່ລະຄະນະຂັ້ນແຂວງ ກໍ່ໄດ້ຜັດປ່ຽນກັນຂື້ນລາຍງານ ພ້ອມທັງແນະນຳແຕ່ລະວຽກຂອງຕົນ.

ໃນຕອນທ້າຍ ທ່ານ ປອ ສຸວັນນີ ໄຊຊະນະ ກໍ່ໄດ້ມີຄຳເຫັນຊີ້ນຳ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການເອົາໃຈໃສ່ຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ຕື່ມວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານໂຄສະນາຂະບວນການ, ວິທີການຕ່າງໆ ແຕ່ລະໜ່ວຍປ່ອນບັດ ແນໃສ່ 3 ຮັບປະກັນ: ຄວາມສະຫງົບ, ຜູ້ມີສິດ ໄດ້ໄປໃຊ້ສິດ ແລະ ບໍ່ມີບັດຕາຍ  ໃຫ້ໄດ້ 300%.

About admin11