ປາກຊັນ – ສະຕາຟິນເທັກ ຕໍ່ສັນຍາວ່າດ້ວຍການເບີກຈ່າຍເງິນອຸດໜູນ ຜ່ານລະບົບທະນາຄານເອເລັກໂທນິກ

ໃນວັນທີ 26 ມັງກອນ 2021 ຢູ່ສະໂມສອນປົກຄອງເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດພິທີເຊັນຕໍ່ສັນຍາ ວ່າດ້ວຍການເບີກຈ່າຍເງິນອຸດໜູນໃຫ້ນາຍບ້ານ ລະຫວ່າງ ຫ້ອງການພາຍໃນເມືອງປາກຊັນ ແລະ ບໍລິສັດສະຕາຟິນເທັກ ຈຳກັດຜູ້ດຽວ ເປັນກຽດເຂົ້າຮ່ວມໂດຍ ທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ມີບັນດາຫົວໜ້າຫ້ອງການ, ຂະແໜງການກ່ຽວຂ້ອງ ພ້ອມດ້ວຍນາຍບ້ານທົ່ວເມືອງປາກຊັນ ເຂົ້າຮ່ວມ.

ໃນພິທີ ຜູ້ເຂົ້້າຮ່ວມໄດ້ຮັບຟັງການນຳສະເໜີວິທີ ແລະ ຂັ້ນຕອນຕ່າງໆ ກ່ຽວກັບການນຳໃຊ້ບໍລິການໂທລະສັບມືຖື, ການໂອນ, ການຖອນ ແລະ ການແລກປ່ຽນຊື້ສິນຄ້າຕາມຮ້ານທີ່ເປັນຕົວແທນຂອງບໍລິສັດ ໂດຍຜ່ານລະບົບທະນາຄານເອເລັກໂທນິກ (ຢູ່ມັນນີ) U-Money ຂອງເຄື່ອຂ່າຍຢູນີເທວ ເຊິ່ງມີການຫັນປ່ຽນທີ່ທັນສະໄໝ, ວ່ອງໄວທີ່ພົ້ນເດັ່ນ ແລະ ມີຄວາມສະດວກສະບາຍ ເພື່ອເຮັດໃຫ້ອົງການປົກຄອງບ້ານມີຄວາມຮັບຮູ້, ເຂົ້່າໃຈ ເຫັນດີເປັນເອກະພາບ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້

ໃນພິທີ ທ່ານ ແກ້ວວິໄລ ໄຊຍະຈັກ ຫົວໜ້າຫ້ອງການພາຍໃນເມືອງປາກຊັນ ຍັງໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ການເຮັດທົດລອງເບີກຈ່າຍເງິນອຸດໜູນໃຫ້ແກ່ອົງການປົກຄອງບ້ານ ໃນໄລຍະຜ່ານມາ ເຊິ່ງທາງຫ້ອງການພາຍໃນ ກັບ ບໍລິສັດສະຕາຟີນເທັກ ແມ່ນໄດ້ປະສານສົບທົບ ໃນການແກ້ໄຂບັນຫາ, ໃຫ້ຄວາມສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໄລຍະ 3 ເດືອນຜ່ານມາ ໃນການທົດລອງ ເຊິ່ງມີ 2 ບ້ານ ຄື : ບ້ານສີວິໄລ ແລະ ບ້ານບົວແວງຄຳ ທີ່ໃຊ້ບໍລິການເບີກຈ່າຍເງິນອຸດໜູນໃຫ້ອົງການປົກຄອງບ້ານ ຜ່ານລະບົບທະນາຄານເອເລັກໂທນິກ (ຢູ່ມັນນີ) U-Money ຂອງເຄື່ອຂ່າຍຢູນີເທວ. ແລະ ເພື່ອໃຫ້ໄດ້ຄຸນພາບຕາມຄາດໝາຍ ຍັງສືບຕໍ່ຂະຫຍາຍອີກຈໍານວນ 52 ບ້ານໃນທົ່ວເມືອງປາກຊັນ.

ຫຼັງຈາກນັ້ນ ທັງສອງພາກສ່ວນ ກໍໄດ້ເຊັນຕໍ່ສັນຍາ ວ່າດ້ວຍການເບີກຈ່າຍເງິນອຸດໜຸນໃຫ້ອົງການປົກຄອງບ້ານ ລະຫວ່າງ ເມືອງປາກຊັນ ເຊັນລົງນາມໂດຍ ທ່ານ ແກ້ວວິໄລ ໄຊຍະຈັກ ຫົວໜ້າຫ້ອງການພາຍໃນເມືອງປາກຊັນ ແລະ ບໍລິສັດສະຕາຟິນເທັກ ເຊັນລົງນາມໂດຍ ທ່ານ ນາງ ດາວອນ ເພັດສານຸພົນ ອຳນວຍການບໍລິສັດສະຕາໂທລະຄົມ ສາຂາ ແຂວງບໍລິຄຳໄຊ ໂດຍ ຊ້ອງໜ້າ ທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ.

About admins16