ຊາວໝຸ່ມ 4 ເມືອງ ແລກປ່ຽນບົດຮຽນວຽກງານ ຊາວໝຸ່ມ-ເຍົາວະຊົນ

ໃນວັນທີ 8 ມັງກອນ 2021 ຜ່ານມານີ້ ຄະນະບໍລິຫານງານຊາວໝຸ່ມ 4 ເມືອງ ຄື: ເມືອງວຽງທອງ, ເມືອງ ຄຳເກີດ, ເມືອງ ປາກກະດີງ ແລະ ເມືອງ ໄຊຈຳພອນ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ວຽກງານຊາວໝຸ່ມ-ເຍົາວະຊົນຂື້ນ ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງ ບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ວັນຄໍາ ເພັດໄຊຍະວົງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ທ່ານ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໝຸ່ມແຂວງ, ມີ ເລຂາ, ຄະນະບໍລິຫານງານຊາວໝຸ່ມ 4 ຕົວເມືອງ ເຂົ້າຮ່ວມ.

ກອງປະຊຸມ ເລຂາຊາວໝຸ່ມແຕ່ລະເມືອງ ກໍ່ໄດ້ຜັດປ່ຽນກັນຂື້ນລາຍງານສະພາບລວມ ແລະ ວຽກງານທີ່ພົ້ນເດັ່ນຂອງວຽກງານຊາວໝຸ່ມ-ເຍົາວະຊົນແຕ່ລະເມືອງ ເປັນຕົ້ນແມ່ນ: ວຽກງານການປັບປຸງອົງການຈັດຕັ້ງຊາວໝຸ່ມຂັ້ນເມືອງ, ຂັ້ນບ້ານ, ກິດຈະກຳຊ່ວຍເຫຼືອສັງຄົມ, ວຽກງານການແກ້ໄຂປະກົດການຫຍໍ້ທໍ້ໃນຊາວໝຸ່ມພາຍໃນເມືອງ.

ຈາກນັ້ນ ກໍ່ໄດ້ມີການປະກອບຄຳເຫັນແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ເພື່ອສົ່ງເສີມຈຸດທີ່ດີ ແລະ ພ້ອມກັນແກ້ໄຂຂໍ້ທີ່ຍັງຄົງຄ້າງ ໃຫ້ໄດ້ຮັບການປັບປູງໃຫ້ດີຂື້ນ.

ພາຍຫຼັງສຳເລັດກອງປະຊຸມແລ້ວ ແຕ່ເມືອງຈະໄດ້ນຳເອົາວຽກງານທີ່ພົ້ນເດັ່ນນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ.

 

About admin11