ປີ 2020 ດ່ານພາສີສາກົນ ປາກຊັນ-ບຶງການ ເກັບລາຍຮັບບໍ່ໄດ້ຕາມແຜນ

  

ທ່ານ ໄຊຊະນະ ວົງຊົມພູ ຮອງຫົວໜ້າດ່ານພາສີສາກົນ ປາກຊັນ-ບຶງການ ແຂວງ ບໍລິຄຳໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງໃນວັນທີ 25 ມັງກອນ 2021 ວ່າ: ປີ 2020 ຄະນະຮັບຜິດຊອບດ່ານ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານຫຼັກແຫຼ່ງພາຍໃນດ່ານ ເປັນຕົ້ນແມ່ນດ້ານການເມືອງແນວຄິດ, ດ້ານວຽກງານວິຊາສະເພາະ ເຫັນວ່າພາຍໃນດ່ານສາກົນ-ປາກຊັນ-ບຶງການມີຄວາມສະຫງົບໂດຍພື້ນຖານ, ວຽກງານວິຊາສະເພາະໄດ້ມີການປັບປຸງແກ້ໄຂຫຼາຍດ້ານ, ການບໍລິການພາຍໃນດ່ານມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນດ້ານລະບຽບກົດໝາຍ, ການສົ່ງອອກ-ນໍາເຂົ້າສິນຄ້າ ເຫັນວ່າມີບາງຊະນິດສິນຄ້າໄດ້ເພີ່ມຂຶ້ນ ແລະ ຫຼຸດລົງຕາມກົນໄກເສດຖະກິດຂອງຕະຫຼາດ, ເຊິ່ງການຈັດເກັບລາຍຮັບເຂົ້າງົບປະມານປະຈໍາປີນີ້ເປັນປີທີ່ທ້າທາຍຫຼາຍຢ່າງ ຖ້າທຽບໃສ່ຕົວເລກແຜນການທີ່ໄດ້ຮັບມອບໝາຍໃຫ້ ບວກກັບການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການເກັບລາຍຮັບ, ແຕ່ຍ້ອນຄວາມບຸກບືນ ແລະ ເອົາໃຈໃສ່ຊີ້ນໍາ-ນໍາພາຂອງຄະນະດ່ານແຕ່ລະສະຫາຍ ແລະ ຄວາມໃກ້ຊິດຕິດແທດຂອງການນໍາແຂວງ ທີ່ໄດ້ໃຫ້ທິດຊີ້ນໍາເປັນປະຈໍາ ຈຶ່ງເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານມີຄວາມສະດວກ.

ສະເພາະປີ 2020 ຜ່ານມາ, ດ່ານພາສີສາກົນ ປາກຊັນ-ບຶງການ ໄດ້ຮັບຕົວເລກມອບໝາຍທັງໝົດໃນເບື້ອງຕົ້ນແມ່ນ 280 ຕື້ກວ່າກີບ, ຍ້ອນພົບຄວາມຫຍຸ້ງຍາກການລະບາດຂອງພະຍາດໂຄວິດ-19 ຂັ້ນເທິງໄດ້ດັດແກ້ການຈັດເກັບລາຍຮັບພາຍໃນດ່ານ 220 ຕື້ກວ່າກີບ.

ຜ່ານການຈັດຕັ້ງປະຕິບັດຈັດເກັບຕົວຈິງ ສາມາດປະຕິບັດໄດ້ພຽງ 201 ຕື້ກວ່າກີບ, ຖ້າທຽບໃສ່ແຜນການປີໃນເບື້ອງຕົ້ນ 280 ຕື້ກີບ ເທົ່າກັບ 71,97 %, ຖ້າທຽບໃສ່ແຜນການດັດແກ້ 220 ຕື້ກີບ ເທົ່າກັບ 91,33 %.

ສາຍເຫດທີ່ບໍ່ສາມາດຈັດເກັບລາຍຮັບໄດ້ຕາມແຜນ ແມ່ນເກີດມາຈາກຫຼາຍປັດໄຈ ເປັນຕົ້ນແມ່ນ: ການວາງໂຕເລກສູງເກີນໄປທັງໂຕເລກໃນເບື້ອງຕົ້ນ ແລະ ໂຕເລກແຜນດັດແກ້ ຖ້າທຽບໃສ່ພື້ນຖານລາຍຮັບດ່ານ, ການນຳເຂົ້າພາຫະນະໃໝ່ ແລະ ນໍ້າມັນເຊື້ອໄຟຫຼຸດລົງ ເພາະວ່າບັນດາໂຄງການລົງທຶນຂະໜາດໃຫຍ່ພາຍໃນແຂວງ ໄດ້ສຳເລັດເປັນສ່ວນໃຫຍ່, ຍ້ອນນິຕິກຳຂອງຂັ້ນເທິງມີການປ່ຽນແປງ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບປັບປຸງ, ການປະຕິບັດແຜນຫຼຸດຜ່ອນອັດຕາພາສີ ໃນກອບຮ່ວມມືອາຊຽ່ນ ແລະ ກອບສັນຍາຮ່ວມມືຕ່າງໆ ທີ່ ສປປ ລາວ ເຂົ້າຮ່ວມ, ການນຳເຂົ້າສິນຄ້າ, ເຄື່ອງອຸປະໂພກ-ບໍລິໂພກ ຕາມນະໂຍບາຍສົ່ງເສີມການລົງທຶນ ເຊີ່ງໄດ້ຮັບການຍົກເວັ້ນພາສີ-ອາກອນ, ຍ້ອນການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຜູ້ປະກອບການທຸລະກິດໄດ້ຢຸດຕິນຳເຂົ້າ-ສົ່ງອອກບາງສິນຄ້າ ຈິ່ງເຮັດໃຫ້ດ່ານສາກົນປາກຊັນ-ບຶງການ ບໍ່ສາມາດຈັດເກັບໄດ້ຕາມແຜນການທີ່ວາງໄວ້.

ທ່ານ ໄຊຊະນະ ວົງຊົມພູ ຮອງຫົວໜ້າດ່ານປສາກົນ ປາກຊັນ – ບຶງການ ຍັງໃຫ້ຮູ້ຕື່ມອີກວ່າ: ປີ 2021 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນທີ່ວາງໄວ້ ໃນຄາດໝາຍ 361 ຕື້ກວ່າກີບ, ໂດຍຈະເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ, ເພີ່ມທະວີຄວາມເຂັ້ມງວດ, ຕິດຕາມ ແລະ ກວດກາ ການປະຕິບັດໜ້າທີ່ຂອງພະນັກງານທຸກພາກສ່ວນ, ແບ່ງຄວາມຮັບຜິດຊອບນັບແຕ່ຄະນະດ່ານ, ໜ່ວຍງານ ລວມເຖິງພະນັກງານວິຊາການ, ເອົາໃຈໃສ່ຕິດຕາມກວດກາ-ຄຸ້ມຄອງການເສຍພາສີໃຫ້ຖືກຕ້ອງ, ຊອກຫາຖານຂໍ້ມູນລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ, ສືບຕໍ່ປຸກລະດົມ ແລະ ຊຸກຍູ້ຜູ້ປະກອບການໃຫ້ປະຕິບັດມອບພັນທະເຂົ້າງົບປະມານ, ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍພາສີ, ມະຕິຄໍາສັ່ງຕ່າງໆກ່ຽວກັບພາສີໃຫ້ຜູ້ປະກອບການ ແລະ ບຸກຄົນເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.

 

About admin11