ເຈົ້າໜ້າທີ່ ເມືອງຄຳເກີດ ຮວບຕົວຜູ້ຄ້າຂາຍຢາບ້າ ພ້ອມຂອງກາງ 12,062 ເມັດ

  

ໃນວັນທີ 21 ທັນວາ 2020 ເຈົ້າໜ້າທີ່ ປກສ ເມືອງຄຳເກີດ ໄດ້ກັກຕົວຜູ້ຖືກຫາ ຊື່ ນາງ ນາລີ ບຸດຕະວົງ ອາຍຸ 36 ປີ, ປະຊາຊົນ ບ້ານນໍ້າພາວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ພ້ອມຂອງກາງ ຢາບ້າ ຈໍານວນ 2 ມັດ ມີ 12,062 ເມັດ, ມາສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສືບສວນ-ສອບສວນ ນາງ ນາລີ ຜູ້ຖືກຫາ ໄດ້ຮັບສາລະພາບເບື້ອງຕົ້ນຕໍ່ເຈົ້າໜ້າທີ່ ວ່າ: ເວລາປະມານ 9 ໂມງ ຂອງວັນທີ 19 ທັນວາ 2020 ໄດ້ມີຜູ້ຍິງ ຊົນເຜົ້າມົ້ງ (ບໍ່ຮູ້ຊື່) ມາຫາຕົນຢູ່ເຮືອນ ເພື່ອຖາມຊື້ຊີ້ນໝູ ແລະ ກໍ່ໄດ້ຊວນໃຫ້ຄ້າ-ຂາຍຢາເສບຕິດ ແລ້ວຕົນເອງຈີ່ງໄດ້ຕອບຕົກລົງ ໂດຍໃຫ້ຕົນເອງເປັນຄົນນໍາສົ່ງຢາບ້າ ຈາກເມືອງຄໍາເກີດ ໄປຍັງເມືອງໃກ້ຄຽງ ເຊີ່ງຈະໃຫ້ຄ່າຈ້າງເປັນເງີນ 500,000 ກີບ ແລ້ວຈີ່ງໄດ້ເອົາເບີໂທລະສັບຂອງຕົນໃຫ້ຜູ້ຍິງຄົນນັ້ນ,

ມາຮອດເວລາປະມານ 7 ໂມງ ຂອງວັນທີ 21 ທັນວາ 2020 ຜູ້ຍິງຄົນນັ້ນຈີ່ງໄດ້ໂທລະສັບມາຫາຕົນ ແລ້ວບອກໃຫ້ໄປຮັບເອົາຢາບ້າຈໍານວນດັ່ງກ່າວຢູ່ໃກ້ກັບຄີວລົດ, ຕົນເອງຈື່ງໄດ້ໃຫ້ລູກຊາຍໄປສົ່ງ ພໍໄປຮອດຈຸດນັດໝາຍ ກໍ່ເຫັນຜູ້ຍິງເຜົ່າມົ້ງຄົນດັ່ງກ່າວ ຂັບຂີ່ລົດຈັກເວບຈີນ ສີດໍາ ບໍ່ຕິດແຜ່ນປ້າຍທະບຽນ ໄດ້ນໍາເອົາຢາບ້າ ຈໍານວນ 2 ມັດ ໃສ່ໃນກະເປົາສີດໍາ ພ້ອມດ້ວຍເງິນ ຈໍານວນ 500.000 ກີບ ເພື່ອເປັນຄ່າຈ້າງມອບໃຫ້ຕົນ ແລະ ບອກວ່າໄປຮອດບ່ອນທີ່ນັດໝາຍ ແລ້ວຈະມີຄົນມາຮັບເອົາຢາບ້າຈໍານວນດັ່ງກ່າວ, ຫຼັງຈາກນັ້ນ ຕົນຈີ່ງໄດ້ຍ່າງໄປຂື້ນລົດໂດຍສານ ພໍໄປໄດ້ໄລຍະໜື່ງຈື່ງຖືກເຈົ້າໜ້າທີ່ວິຊາສະເພາະເຂົ້າກວດຄົ້ນກະເປົາຂອງຕົນ ແລະ ພົບເຫັນຢາບ້າຊຸກເຊື່ອງໄວ້ ໃນກະເປົາ ຈໍານວນ 2 ມັດ ມີ 12,062 ເມັດ, ຕົນຈີ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ສ່ວນພັກພວກຮ່ວມຂະບວນການໃນຄັ້ງນີ້, ເຈົ້າໜ້າທີ່ພວມເລັ່ງຕິດຕາມເພື່ອກັກຕົວພວກກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

About admin11