ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ເຂົ້າອວຍພອນກໍາລັງປ້ອງກັນຊາດ

ເພຶ່ອເປັນການສະແດງຄວາມຮູ້ບຸນຄູນ ຄຸນງາມຄວາມດີ ຕໍ່ກັບກໍາລັງປ້ອງກັນຊາດ ທີ່ໄດ້ເອົາໃຈໃສຈັດຕັ້ງປະຕິບັດວຽກງານຂອງຕົນ ເຮັດໃຫ້ແຂວງບໍລິຄໍາໄຊ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ ສັງຄົມມີຄວາມສະຫງົບສຸກຈະເລີນສີວິໄລ ຕະຫຼອດໄລຍະຜ່ານມາ ໃນວັນທີ 19 ມັງກອນ 2021 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນຄະນະພັກຄະນະບັນຊາ ກອງບັນຊາການທະຫານແຂວງແຂວງບໍລິຄໍາໄຊ ເນື່ອງໃນໂອກາດ ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 72 ປີ.

ໂອກາດນີ້ ທ່ານ ພົຈ ຈວງຈັນ ລາດຊະວົງ ຫົວໜ້າກອງບັນຊາການທະຫານແຂວງ ຕາງໜ້າໃຫ້ຄະນະພັກຄະນະບັນຊາ ກໍ່ຄືກຳລັງປ້ອງກັນຊາດແຕ່ລະກົມກອງ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງການນຳຂັ້ນແຂວງ ທີ່ໄດ້ເປັນຫວ່ງເປັນໃຍ ເຫັນໄດ້ຄວາມສຳຄັນຂອງກຳລັງປ້ອງກັນຊາດ, ພ້ອມນັ້ນ ກໍ່ຍັງໄດ້ອວຍພອນໄຊອັນປະເສີດ ມາຍັງການນໍາພັກລັດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທຸກທົ່ວໜ້າ ຈົ່ງມີພາລະນາໄມສົມບູນ ສຸຂະພາບເຂັ້ມແຂງ-ແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ໄປຄຽງຄູກັບພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ກໍ່ຄືເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ ໃຫ້ມີການຂະຫຍາຍຕົວກ້າວຂື້ນໄປເລື້ອຍໆ.

ພ້ອມນີ້ ບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການ ແລະ ພາກສ່ວນຕ່າງໆພາຍໃນແຂວງ ຈຳນວນ 31 ພາກສ່ວນ ຍັງໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນກອງບັນຊາການທະຫານແຂວງ ເພື່ອຊົມເຊີຍວັນດັ່ງກ່າວອີກດ້ວຍ.

About admins16