2021 ບໍລິຄຳໄຊ ຕ້ອງການສິນຄ້າປະເພດຊີ້ນ 60 ພັນກວ່າໂຕ່ນ

ເພື່ອເປັນການຍົກລະດັບຄຸນນະພາບ ແລະ ສົ່ງເສີມການຜະລິດພາຍໃນ ກອງປະຊຸມວຽກງານ ລ້ຽງສັດ ແລະ ການປະມົງ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2021 ທີ່ຫ້ອງປະຊຸມພະແນກ ກະສິກຳ – ປ່າໄມ້ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ຊາຍຄຳ ກຸນນະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີຂະແໜງການກ່ຽວຂ້ອງ, ຜູ້ປະກອບການລ້ຽງສັດ ແລະ ຫົວໜ່ວຍທຸລະກິດ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງ ສະພາບລວມ ວຽກງານລ້ຽງສັດ ແລະ ການປະມົງ ເຫັນວ່າ ທົ່ວແຂວງມີຟາມລ້ຽງງົວ-ຄວາຍ ຈຳນວນ 47 ຟາມ ແລະ 61 ກຸ່ມ ມີງົວທັງໝົດ 7.905 ໂຕ, ຄວາຍ 207 ໂຕ, ຟາມລ້ຽງໝູ ພໍ່ແມ່ພັນ 3 ຟາມ ແລະ 1 ກຸ່ມ ສາມາດຜະລິດລູກໝູ 36.806 ໂຕ/ປີ, ຟາມລ້ຽງໝູຊີ້ນ 6 ຟາມ ແລະ 2 ກຸ່ມ ສາມາດຜະລິດ ໝູຊີ້ນ ໄດ້ 23.894 ໂຕ/ປີ, ຟາມລ້ຽງສັດປີກ 9 ຟາມ ລວມ 45.600 ໂຕ, ໃຫ້ໄຂ່ໄດ້ 38.740 ໜ່ວຍ/ວັນ, ການລ້ຽງປາ ມີທັງໝົດ 354 ກະຊັງ ແລະ 82 ໜອງ ສ້າງຜົນຜະລິດ 978 ໂຕນ/ງວດ.

ຕາມຂໍ້ມູນ ເຫັນວ່າ ການຜະລິດພາຍໃນ ຍັງບໍ່ທັນຕອບສະໜອງໄດ້ ຕາມຄວາມຕ້ອງການຂອງໂຮງຂ້າສັດ ແລະ ບ່ອນຂ້າສັດຍ່ອຍ ສຳລັບສັດໃຫຍ່ ແມ່ນຕ້ອງການ 15.013 ໂຕ/ປີ, ໝູ 29.124 ໂຕ/ປີ, ໃນປີ 2020 ແຂວງບໍລິຄຳໄຊ ນຳເຂົ້າສິນຄ້າຜະລິດຕະພັນສັດປີກ ຈຳນວນ 47 ໂຕນ ແລະ ຜະລິດຕະພັນປານ້ຳຈືດ 312 ໂຕນ.

ແຜນບໍລິໂພກຊີ້ນ ປີ 2021 ທົ່ວແຂວງຈະຕ້ອງການຊີ້ນງົວ 1.824 ໂຕນ ເທົ່າກັບ 22.800 ໂຕ, ຊີ້ນຄວາຍ 912 ໂຕນ ເທົ່າກັບ 6.289 ໂຕ, ຊີ້ນໝູ 4.014 ໂຕນ ເທົ່າກັບ 50.175 ໂຕ , ຊີ້ນແບ້ 182 ໂຕນ ເທົ່າກັບ 15.166 ໂຕ, ສັດປີກ 2.007 ໂຕນ, ໄຂ່ 1.459 ໂຕນ ເທົ່າກັບ 23.344.000 ໜ່ວຍ, ປາລ້ຽງ 3.831 ໂຕນ, ປາທຳມະຊາດ 3.649 ໂຕນ ແລະ ຊີ້ນອື່ນໆ 369 ໂຕນ ເຊີ່ງສັງລວມແລ້ວ ບໍລິຄຳໄຊ ຕ້ອງການຊີ້ນເພື່ອການບໍລິໂພກ 60 ພັນກ່ວາໂຕນ.

ຜູ້ເຂົ້າຮ່ວມ ຍັງໄດ້ສະເໜີແລກປຽນຄວາມຄິດ-ຄຳເຫັນ ເຊິ່ງກັນ ແລະ ກັນ ໃນຫຼາຍວຽກງານ ເປັນຕົ້ນແມ່ນ ບັນຫາລາຄາອາຫານສັດເພີ່ມຂຶ້ນ, ການຍົກລະດັບການປະສານງານຂອງບັນດາຟາມ ແລະ ກຸ່ມລຽງສັດ, ການປັບປຸງ ແລະ ການຍົກລະດັບໂຮງງານຂ້າສັດໃຫ້ໄດ້ຕາມມາດຖານເຕັກນິກ, ການປ້ອງກັນຄວບຄຸມການແຜ່ລະບາດພະຍາດສັດ ແລະ ອື່ນໆ.

About admins14